ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ເດືອນມິຖຸນາແມ່ນເດືອນແຫ່ງການສະເຫຼີມສະຫລອງເພື່ອເປັນກຽດໃຫ້ແກ່ບັນດາພວກຮັກຮວມເພດດຽວກັນ ຫຼື “LGBTQ+” . ສະນັ້ນໃນລາຍການຊີວິດຊາວລາວໃນຕ່າງແດນຂອງມື້ນີ້ ເຮົາຈະນຳເອົາການໂອ້ລົມກັບບັນດາອະດີດຜູ້ຊາຍ ລາວ ທີ່ໄດ້ປ່ຽນເພດມາເປັນແມ່ຍິງຢູ່ໃນສະຫະລັດອາເມຣິກາ ສອງຄົນມາເລົ່າສູທ່ານຟັງ. ຄວາມເປັນມາຂອງນາງສາວສອງຄົນນີ້ແມ່ນໃຜ, ມາຈາກໃສ ແລະ ເປັນຫຍັງຈຶ່ງປ່ຽນເພດມາເປັນແມ່ຍິງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.
ຄະນະນາງສາວລາວອາເມຣິກັນ ຮັກຮ່ວມເພດດຽວກັນ ທີ່ສຳເລັດການຜ່າຕັດມາເປັນແມ່ຍິງ
Your browser doesn’t support HTML5
ເຊີນຟັງການສຳພາດຜູ້ຊາຍ ທີ່ປ່ຽນເພດມາເປັນແມ່ຍິງ
ເດືອນມິຖຸນາ ແມ່ນເດືອນສະຫລອງການຮັບຮູ້ ຄົນຮັກຮ່ວມເພດດຽວກັນຢູ່ທົ່ວໂລກ ຫລື Pride Month ທີ່ມີຊື່ ຫຍໍ້ວ່າ LGBTQ+. ຄວາມເປັນມາຂອງຂະບວນການຮ່ວມເພດດຽວກັນໄດ້ເລີ້ມເກີດຂຶ້ນໃນປີ 1978 ຢູ່ເມືອງແຊນແຟຣນຊິສໂກ ສະຫະລັດອາເມຣິກາ ເວລາທ່ານ ກິລເບີດ ເບເກີ (Gilbert Baker) ຜູ້ຊາຍທີ່ເປີດເຜີຍຕົນ ເອງວ່າເປັນກະເທີຍ ແລະນຸ່ງເຄື່ອງເປັນແມ່ຍິງໄດ້ເປັນຜູ້ອອກແບບທຸງສີຮຸ້ງ “Rainbow Flag” ທີ່ໄດ້ກາຍມາ ເ ເປັນສັນຍາລັກຂອງຂະບວນການພວກຮັກຮ່ວມເພດຢູ່ທົ່ວໂລກໃນທຸກວັນນີ້.
ຢູ່ນະຄອນແຊນແຟຣນຊິສໂກ ລັດຄາລິຟໍເນຍ ເປັນບ່ອນກຳເນີດ ແລະສູນກາງໃຫຍ່ຂອງພວກຮັກຮ່ວມເພດດຽວກັນ ທີ່ໄດ້ຮັບຮຸູ້ກັນມາຢ່າງເປີດເຜີຍ ແລະເປັນທາງການ ຊຶ່ງປະກອບມີຄົນທຸກຊົນຊັ້ນ, ວິຊາຊີບ, ຄົນທຳມະ ດາສາມັນ, ຈົນຂຶ້ນໄປຮອດບັນດາຜູ້ນຳ ແລະ ນັກການເມືອງ. ຮວມຢູ່ໃນນີ້ມີຄົນອາເມຣິກັນເຊື້ອສາຍລາວຈຳ ນວນນຶ່ງ ທີ່ໄດ້ກາຍມາເປັນຄົນຮັກເພດດຽວກັນ.
ນາງສາວ ຊາຍ ພວງສະຫວັດ ເກີດຢູ່ບ້ານລ້ານຫານ ໃກ້ກັບຖ້ຳຕິ່ງ ນະຄອນຫລວງ ພຣະບາງ ເຂົ້າມາຕັ້ງຖິ່ນ ຖານ ຢູ່ ໃນສະຫະລັດໃນຊຸມປີ 1980. ປັດຈຸບັນນີ້ເປັນຊ່າງເສີມສວຍ, ນາງໄດ້ປ່ຽນແປງຮູບຮ່າງຈົ່ງຜົມຍາວ ແບບແມ່ຍິງ ແລະນຸ່ງແຕ່ເຄື່ອງແມ່ຍິງເທົ່ານັ້ນ. ນາງໄດ້ກ່າວເຖິງຄວາມຮູ້ສຶກ, ຄວາມສັບສົນ ແລະປະສົບການ ຂອງການເປັນ ແມ່ຍິງສູ່ ວີໂອເອ ຟັງດັ່ງນີ້:
ນາງສາວຊາຍ ພວງສະຫວັດ
Your browser doesn’t support HTML5
ເຊີນຟັງນາງສາວໄຊ ພວງສະຫວັດ
ບ້ານລ້ານຫານ ເປັນບ້ານຊາວໄຮ່ຊາວນາ ບ່ອນທີ່ນາງສາວຊາຍໄດ້ເຕີບໃຫຍ່ ຊຶ່ງເວລານັ້ນຍັງບໍ່ທັນເຫັນໂລກ ພາຍນອກ ໂດຍສະເພາະດ້ານສິດທິການປ່ຽນເພດເປັນແມ່ຍິງ. ແຕ່ນາງຕ້ອງໄດ້ປົກປິດຄວາມຮູ້ສຶກນັ້ນໄວ້ຢ່າງ ເປັນຄວາມລັບ ຊຶ່ງນາງສາວຊາຍ ໄດ້ກ່າວເຖິງຕອນນີ້ວ່າ:
Your browser doesn’t support HTML5
ເຊີນຟັງນາງສາວຊາຍ ພວງສະຫວັດ
ເວລານາງສາວຊາຍ ກັບຄືນໄປຢ້ຽມຢາມບ້ານເກີດທີ່ບ້ານລ້ານຫານ ປະເທດລາວ ບັດນີ້ນາງໄດ້ຢູ່ໃນຮູບຮ່າງ ເປັນແມ່ຍິງ ທີ່ເຮັດໃຫ້ຊາວບ້ານພາກັນຕື່ນຕົກໃຈ ແລະບາງຄົນໄດ້ກ່າວດູໝິ່ນ ອັນເປັນວັດທະນາທຳທີ່ແຕກຕ່າງກັບຢູ່ໃນສະຫະລັດ ຊຶ່ງນາງຊາຍໄດ້ກ່າວມ້ວນທ້າຍວ່າ:
Your browser doesn’t support HTML5
ເຊີນຟັງນາງສາວຊາຍ ພວງສະຫວັດ
ນາງສາວຊາຍ ມີແຟນເປັນລັດຖະກອນ ຄົນອາເມຣິກັນ ຜິວຂາວ ນາງກ່າວວ່າ ຕ້ອງໄດ້ປັບໂຕໃຫ້ເຂົ້າກັບຊີວິດ ການເປັນຢູ່ຫລາຍຢ່າງ ໂດຍສະເພາະເລື້ອງອາຫານການກິນ ຊຶ່ນາງໄດ້ກ່າວສູ່ຟັງເຖິງຕອນນີ້ວ່າ:
Your browser doesn’t support HTML5
ເຊີນຟັງນາງສາວຊາຍ ພວງສະຫວັດ
ສະຕີລາວອາເມຣິກັນທີ່ປ່ຽນເພດອີກຄົນນຶ່ງແມ່ນ ນາງສາວຄຣິສໂຕລ (Chrystal) ບຸນໄຊຍະວົງ ເກີດຢູ່ບ້ານ ໜອງບົວທ່າ ເມືອງສອງຄອນ ແຂວງສະຫວັນນະເຂດ ເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໃນຊຸມປີ 1980. ຕໍ່ມາ ນາງໄດ້ປ່ຽນເພດຈາກຜູ້ຊາຍມາເປັນແມ່ຍິງທັງໝົດ ເວລານັ້ນນາງຢູ່ນະຄອນແຊນແຟຣນຊິສໂກ ລັດຄາລິຟໍ ເນຍ ຊຶ່ງນາງໄດ້ແນະນຳຕົນເອງດັ່ງນີ້:
ນາງສາວໄໝພລອນ (Chrystal) ບຸນໄຊຍະວົງ
Your browser doesn’t support HTML5
ເຊີນຟັງນາງສາວຄຣິສໂຕລ ບຸນໄຊຍະວົງ
ນາງສາວຄຣິສໂຕລ ເປັນສະຕີລາວອາເມຣິກັນ ທີ່ສົ່ງເສີມ ແລະ ອາສາສະໝັກເປັນປາກສຽງໃຫ້ແກ່ຊາວ LGBTQໍ+ ຢ່າງເປີດເຜີຍ. ນາງຄຣິສໂຕລ ເຄີຍເປັນທີ່ປຶກສາໃຫ້ແກ່ບັນດາຜູ້ປ່ຽນເພດທີ່ມາຈາກທຸກໆເຊື້ອຊາດ ແລະໄດ້ ວາງບົດບາດຊ່ວຍເຫລືອສັງຄົມບໍ່ວ່າດ້ານການເງິນ ແລະເຫື່ອແຮງ ຊຶ່ງນາງຄຣິສໂຕລ ໄດ້ກ່າວວ່າ:
Your browser doesn’t support HTML5
ເຊີນຟັງນາງສາວຄຣິສໂຕລ ບຸນໄຊຍະວົງ
ນາງສາວຄຣິສໂຕລ ພູມໃຈເປັນຢ່າງຍິ່ງທີ່ໄດ້ກາຍມາເປັນແມ່ຍິງຢ່າງສົມບຸນແບບໃນຊາດນີ້ ໂດຍທີ່ບໍ່ຕ້ອງໄດ້ລໍ ຖ້າ ໃຫ້ເຖິງຊາດໜ້າ. ນາງສາວຄຣິສໂຕລ ມີຄວາມເຊື່ອໝັ້ນໃນຕົນເອງທຸກຢ່າງ. ນອກຈາກລາວຈະປະສົບຜົນສຳເລັດ ການປ່ຽນເພດແລ້ວ, ນາງ ຄຣິສໂຕລ ຍັງເປັນເຈົ້າຂອງ “ຮ້ານອາຫານສະຫວັນເມືອງລາວ” ຢູ່ທີ່ ເມຶອງແຊນປີເຕີ ສະເບີກ ໃນລັດຟລໍຣິດາ ຊຶ່ງນາງຄຣິສໂຕລ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງນາງສາວຄຣິສໂຕລ ບຸນໄຊຍະວົງ
ປະຊາຊົນໃນທົ່ວໂລກແມ່ນມີສິດທີ່ຈະເຮັດທຸກສິ່ງຢ່າງເທົ່າທຽມກັນ. ປະຊາຊົນໃນ ສະຫະລັດ, ມີສິດທີ່ຈະອອກປາກອອກສຽງ, ສະແດງຄວາມຄິດເຫັນຢ່າງເປີດເຜີຍ ບໍ່ວ່າຈະເປັນຄົນເຊື້ອຊາດໃດກໍ່ຕາມ, ຊາຍ ຫຼື ຍິງ ແລະ ແມ່ນກະທັ້ງຄົນປ່ຽນເພດ ຫຼື ຮັກເພດດຽວກັນ. ສະນັ້ນແລ້ວ, ການຮັບຮູ້, ການມີສ່ວນຮ່ວມ ແລະ ການອອກຄວາມຄິດຄວາມເຫັນຂອງຄົນທີ່ຮັກເພດດຽວກັນ ກໍຈະເປັນປະໂຫຍດຕໍ່ສັງຄົມຂອງພວກເຮົາ ເພື່ອສ້າງສາປະເທດຊາດ ແລະ ພັດທະຊີວິດການເປັນຢູ່ທີ່ດີຂອງທຸກຄົນ.