ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳວັນພະຫັດມື້ນີ້ ທ່ານຈະໄດ້ຟັງການໂອ້ລົມກັບທ່ານປະນອມໃຈ ປັດຖໍາມະວົງ ນາຍຊ່າງແກະດອກຕີນລົດ ໃຫ້ແກ່ບໍລິສັດບຣິສໂຕລ ຢູ່ເມືອງບຣິສເບນ ປະເທດອອສເຕຣເລຍ. ກ່ອນທ່ານປະນອມໃຈຈະໄດ້ຕົກໄປຢູ່ປະເທດອອສເຕຣເລຍ ທ່ານໄດ້ໃຊ້ຊີວິດ ຢູ່ປະເທດໂປແລນ ແລະຢູ່ປະເທດເຢຍຣະມັນຕາເວັນຕົກ. ໃນທີ່ສຸດທ່ານໄດ້ໄປຕັ້ງຖິ່ນຖານ ສ້າງຄອບຄົວໃໝ່ຢູ່ ປະເທດອອສເຕຣເລຍ. ການຜະຈົນໄພ ຂອງທ່ານປະນອມໃຈ ເປັນມາຢ່າງໄດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານປະນອມໃຈ ປັດຖຳມະວົງ
ທ່ານປະນອມໃຈ ເກີດຢູ່ແຂວງສະຫວັນນະເຂດ ປັດຈຸບັນ ອາຍຸ 62 ປີ ເປັນພະນັກງານແກະດອກຕີນລົດ ໃຫ້ແກ່ ບໍລິສັດບຣິສໂຕລ ຢູ່ເມືອງບຣິສເບນ ປະເທດອອສເຕຣເລຍມາເປັນເວລາສີ່ປີແລ້ວ. ທ່ານໄດ້ກ່າວເຖິງໜ້າທີ່ ແລະຂັ້ນຕອນການວຽກການສູ່ ວີໂອເອຟັງດັ່ງນີ້
Your browser doesn’t support HTML5
ເຊີນຟັງທ່ານປະນອມໃຈ ປັດຖຳມະວົງ
ແຕ່ລະວັນ ທ່ານປະນອມໃຈ ເລີ້ມເຂົ້າການແຕ່ 3 ໂມງແລງ ຈົນຮອດ 11 ໂມງກາງຄືນ. ທ່ານກ່າວວ່າ ບໍລິສັດບຣິສໂຕລແຫ່ງນີ້ບໍ່ມີຄົນລາວຫລາຍ ໜ້າທີ່ຂອງທ່ານກໍຄື ຫລໍ່ແຜ່ນດອກຕີນລົດ ແລ້ວສົ່ງຕໍ່ໄປໃຫ້ບໍລິສັດອື່ນ ເພື່ອປະກອບເຂົ້າໃຫ້ເປັນຕີນລົດສຳເລັດຮູບ ດັ່ງທີທ່ານກ່າວຕໍ່ໄປວ່າ:
Your browser doesn’t support HTML5
ເຊີນຟັງທ່ານປະນອມໃຈ ປັດຖຳມະວົງ
ທ່ານປະນອມໃຈ ແມ່ນອະດີດນັກສຶກສາລາວຢູ່ປະເທດໂປແລນໃນຊຸມປີ 1980 ໄດ້ຮ່ຳຮຽນຝ່າຍເສດຖະສາດ ເປັນເວລາຫົກປີ. ຫລັງຈາກນັ້ນ ໄດ້ຕັດສິນໃຈຍົກຍ້າຍໄປຢູ່ປະເທດເຢຍຣະມັນຕາເວັນຕົກ ຊຶ່ງເວລານັ້ນຕົກຢູ່ ໃນສະໄໝສົງຄາມເຢັນ. ທ່ານໄດ້ໃຊ້ຊີວິດ ຢູ່ທີ່ນັ້ນເປັນເວລາ 29 ປີ ຕໍ່ມາໄດ້ເດີນທາງໄປຢູ່ ເທດອອສເຕຣເລຍ ແລະໄດ້ເລົ່າເຖິງປະສົບການ ການສະໝັກເຂົ້າເຮັດວຽກສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານປະນອມໃຈ ປັດຖຳມະວົງ

ທ່ານປະນອມໃຈ ປັດຖຳມະວົງ ແລະຍານາງດວງມາລາ ຈັນທະລາ
ທ່ານປະນອມໃຈ ໄດ້ເດີນທາງເຂົ້າໄປຢູ່ປະເທດອອສເຕຣເລຍ ໃນປີ 2014 ແລະໄດ້ໄປສ້າງຄອບຄົວໃໝ່ກັບຍານາງພວງມາລາ ຈັນທະລາ ອະດີດຄູ່ຮັກໃນສະໄໝຍັງເປັນນັກ ຮຽນໃນປະເທດລາວ. ຫລັງຈາກໄດ້ພັດພາກ ຈາກກັນເປັນ ເວລາກວ່າສາມທົດສະວັດ ໃນທີ່ສຸດທັງສອງ ໄດ້ກັບຄືນມາພໍ້ກັນໃໝ່ອີກ. ຍານາງພວງມາລາ ໄດ້ກ່າວ ມ້ວນທ້າຍ ເຖິງສາເຫດການຕັດສິນໃຈ ຂອງທ່ານປະນອມໃຈ ທີ່ບໍ່ກັບຄືນເມື່ອປະເທດລາວ ສູ່ ວີໂອເອ ວ່າ:
Your browser doesn’t support HTML5
ເຊີນຟັງທ່ານປະນອມໃຈ ແລະຍານາງພວງມາລາ
ນັ້ນແມ່ນຊີວິດຜະຈົນໄພ ຂອງຄົນລາວຜູ້ນຶ່ງຢູ່ຕ່າງປະເທດ ຊຶ່ງໃນທີ່ສຸດໄດ້ໝູນວຽນກັບ ຄືນມາພົບກັບຄົນຮັກ ເກົ່າ ແລະໄດ້ໄຊ້ຊີວິດຢູ່ຮ່ວມກັນຢ່າງມີຄວາມສຸກໃນປະເທດອອສ ເຕຣເລຍ ມາເປັນເວລາແປດປີແລ້ວ.