ໃນໄລຍະສອງປີກວ່າທີ່ຜ່ານມານີ້ ການລະບາດຂອງໂຄວິດ-19 ໄດ້ສ້າງຄວາມ ປັ່ນປ່ວນ ຢູ່ໃນທຸກໆດ້ານຕໍ່ການດຳລົງຊີວິດ ຢູ່ໃນທົ່ວໂລກ ໂດຍສະເພາະດ້ານເສດຖະກິດ. ປັດຈຸບັນນີ້ເຮົາສາມາດມອງເຫັນໄດ້ຢ່າງຊັດແຈ້ງວ່າ ອາຫານການກິນ ນ້ຳມັນເຊື້ອຟໄຟ ພ້ອມດ້ວຍລາຄາລົດໃໝ່ ແລະລົດເກົ່າມີລາຄາສູງຂຶ້ນຜິດປົກກະຕິ ເນຶ່ອງຈາກການຜະລິດເຄື່ອງອາໄຫລ່ ບໍ່ໄດ້ສະໜອງຕອບຢ່າງພຽງພໍ. ເຖິງແມ່ນມີລົດໃໝ່ອອກມາ ແຕ່ກໍຍັງຂາດຕະຫລາດ ພ້ອມທັງລາຄາກໍແພງ ຊຶ່ງຜູ້ຕ້ອງການລົດ ບໍ່ມີທາງເລືອກ ແລະຈຳເປັນຕ້ອງໄດ້ຊື້. ທ່ານອະໂນຄຳ ຈັນທະວົງ ຄົນຂາຍລົດແຫ່ງນຶ່ງຢູ່ນະຄອນຊິຄາໂກ ໄດ້ກ່າວເຖິງພິກໄຫວການຂາຍລົດ ທີ່ເຂົາເຈົ້າຕ້ອງໄດ້ປະຕິບັດ ສູ່ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ບໍລິສັດຂາຍລົດພາກັນສວຍໂອກາດ ໂດຍຊອກຫາວິທີທາງແລະເຫດຜົນນຳເອົາເຄື່ອງປະກອບຕ່າງໆ ມາເພີ້ມເຂົ້າໄປໃສ່ລົດ ເພື່ອຫາທາງຂຶ້ນລາຄາ ແລະບໍ່ມີຄວາມເປັນຫ່ວງເລີຍວ່າ ພວກລູກຄ້າມີຄວາມຕ້ອງການ ຫລືບໍ່. ໃນຂະນະດຽວກັນ ຜູ້ຕ້ອງການຊື້ລົດຮູ້ດີວ່າ ລົດຂາດຕະຫລາດຊອກຫາລົດທີ່ຕົນຕ້ອງການໄດ້ ຍາກ ລາຄາກໍແພງ ແລະບໍ່ມີທາງເລືອກກໍຈຳເປັນຕ້ອງໄດ້ຊື້.