ວັນຍົກສູງຄວາມເຂົ້າໃຈກ່ຽວກັບລະເບີດຝັງດິນສາກົນ ຫາກໍ່ຜ່ານພົ້ນໄປໃນເດືອນແລ້ວນີ້ ເພື່ອນຳສະເໜີເລື້ອງນີ້ ທາງວີໂອເອ ຈຶ່ງໄດ້ສຳພາດ ກັບຍານາງສຸລະພິນ ຫຼື ແຊຣາ ກຸຫຼາບດາຣາ, ຫົວໜ້າຜູ້ບໍລິຫານອົງການ “Legacies of War” ຊຶ່ງຍານາງຈະມາໂອ້ລົມ ໃຫ້ບັນດາທ່ານຟັງ ກ່ຽວກັບຄວາມຄືບໜ້າໃນວຽກງານເກັບກູ້ລະເບີດຢູ່ໃນລາວ ແລະການລະດົມທຶນຈາກສະຫະລັດໄປຊ່ວຍເຫລືອລາວ ໃນພາລະກິດອັນສຳຄັນນີ້ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານການເກັບກູ້ລະເບີດທີ່ບໍທັນແຕກໃນ ສປປ ລາວ
ໃນການຕາມລ່າກຳລັງທະຫານຫວຽດນາມເໜືອຢູ່ຕາມເສັ້ນທາງໂຮ່ຈິມິນ ແລະ ກຳລັງທະຫານຄອມມູນິສປະເທດລາວ. ໃນການເຮັດສົງຄາມນັ້ນ ອາວຸດທີ່ສະ ຫະລັດໃຊ້ສ່ວນໃຫຍ່ ແມ່ນລະເບີດ ຊຶ່ງນັບແຕ່ 1964 ຫາ 1973 ມີລະເບີດລູກຫວ່ານ 270 ລ້ານລູກ ຕົກໃສ່ລາວຈຶ່ງກາຍເປັນ ປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ ເມື່ອສະເລ່ຍໃສ່ຫົວຄົນ. ປະມານ 30 ເປີເຊັນຂອງລູກລະເບີດເຫລົ່ານັ້ນ ບໍ່ໄດ້ແຕກໃນທັນທີ ຈຶ່ງເຮັດໃຫ້ມັນຕົກຄ້າງ ມາຮອດທຸກວັນນີ້. ຫລັງຈາກສົງຄາມສິ້ນສຸດລົງໄດ້ສິບກວ່າປີ ສະຫະລັດກໍໄດ້ເລີ້ມໃຫ້ການຊ່ວຍເຫລືອໃນດ້ານເກັບກູ້ລະເບີດບໍ່ທັນແຕກ ຫລື UXO ຢູ່ໃນລາວ. ແຕ່ຢ່າງໃດກໍຕາມມາຮອດປັດຈຸບັນນີ້ ຍັງມີ UXO ປະມານ 80 ລ້ານລູກ ທີ່ຍັງກະຈັດກະຈາຍຢູ່ທົ່ວທຸກແຂວງຂອງລາວ ອີງຕາມຍານາງແຊຣາ ກຸຫລາບດາຣາ ຫົວໜ້າ ຜູ້ບໍລິຫານ ຫລື CEO ຂອງອົງການ “Legacies of War” ຫລື ສິ່ງຕົກຄ້າງຫຼັງສົງຄາມ ທີ່ຕັ້ງຢູ່ໃນນະຄອນຫລວງວໍຊິງຕັນດີຊີ ຊຶ່ງຍານາງກ່າວວ່າ:
Your browser doesn’t support HTML5
ສຽງຍານາງແຊຣາ ກຸຫລາບດາຣາ ເວົ້າກ່ຽວກັບລະເບີດຕົກຄ້າງແຕ່ປາງສົງຄາມ
ລາວເຊື່ອວ່າ ຍັງມີ ລະເບີດບໍ່ທັນແຕກ ຕົກຄ້າງ ຢູ່ໃນດິນລາວ ຫຼາຍກວ່າ 70 ລ້ານໜ່ວຍ
ເຂດທີ່ຖືກລະເບີດຖິ້ມໃສ່ຫລາຍທີ່ສຸດ ກໍຄືພາກໃຕ້ ທີ່ຢູ່ລຽບຕາມຊາຍແດນຂອງລາວກັບຫວຽດນາມເຊັ່ນແຂວງເຊກອງ, ສາລະວັນ ແລະອັດຕະປື. ລັດຖະບານລາວ ໄດ້ຕັ້ງເປົ້າໝາຍໄວ້ວ່າ ປີນຶ່ງໃຫ້ເກັບກູ້ UXO ໃຫ້ໄດ້ 10,000 ຕາລາງແມັດ ຫລືແມັດກາເຣ. ແຕ່ແນວໃດກໍຕາມຍິ່ງຫລາຍປີຜ່ານໄປເທົ່າໃດເຂດທີ່ຖືກ ລະເບີດຫລາຍທີ່ສຸດທີ່ວ່ານັ້ນ ນັບແຕ່ສະຫວັນນະເຂດໄປຮອດອັດຕະປື ໃນໄລຍະ 3 ປີຜ່ານມານີ້ ກໍເປັນເຂດທີ່ຖືກນ້ຳຖ້ວມຢ່າງໜັກເຊັ່ນກັນ ສະນັ້ນມັນກໍຍິ່ງເຮັດໃຫ້ການເກັບກູ້ UXO ຍາກທີ່ຈະເອົາອອກໝົດໄດ້ ເພາະລູກລະເບີດທີ່ບໍ່ແຕກນັ້ນ ຈຳນວນນຶ່ງໄດ້ໄຫລໄປສູ່ບ່ອນອື່ນ ຊຶ່ງເຮັດໃຫ້ເຂດທີ່ເຄີຍຖືກເກັບກູ້ UXO ໃຫ້ໝົດໄປແລ້ວກໍຍັງຕ້ອງໄດ້ທຳການກວດ ແລະເກັບກູ້ຄືນອີກ, ອີງຕາມຍານາງແຊຣາ.
ສ່ວນປະເທດທີ່ໃຫ້ການຊ່ວຍເຫລືອເກັບກູ້ລະເບີດແກ່ລາວຫລາຍທີ່ສຸດກໍແມ່ນສະຫະລັດ ຊຶ່ງມາຮອດປີ 2021 ນີ້ ຍານາງແຊຣາ ບອກວ່າ ສະຫະລັດໄດ້ໃຫ້ການຊ່ວຍເຫລືອແກ່ລາວໃນດ້ານນີ້ ທັງໝົດແມ່ນ 310 ລ້ານໂດລາ.
ທີມງານ Legacies of War ພົບກັບເຈົ້າໜ້າທີ່ ກ.ຊ. ການຕ່າງປະເທດລາວ, ທັນວາ 2019 (ພາບໂດຍ Bay Koulabdara)
ການຊ່ວຍເຫລືອຂອງສະຫະລັດແກ່ລາວໃນດ້ານນີ້ ໄດ້ເພີ້ມຂຶ້ນຢ່າງຫລວງຫຼາຍ ຫລັງການຢ້ຽມຢາມອັນເປັນປະຫວັດສາດຂອງປະທານາທິບໍດີສະຫະລັດ ຊຶ່ງໃນປີ 2016 ນັ້ນ ແມ່ນທ່ານບາຣັກ ໂອບາມາ ເຮັດໃຫ້ການຊ່ວຍເຫລືອດ້ານນີ້ເພີ້ມຂຶ້ນຕະຫລອດມາ ຊຶ່ງກໍຄື ປີລະ 30 ລ້ານໂດລາ ສຳລັບ 3 ປີ, 2017 ຫາ 2019. ຈາກນັ້ນສອງປີຕໍ່ມາກໍແມ່ນ ປີລະ 40 ລ້ານໂດລາ. ສ່ວນປີນີ້ສະຫະລັດໃຫ້ການຊ່ວຍເຫລືອແກ່ລາວໃນດ້ານນີ້ຫລາຍເປັນພິເສດຊຶ່ງກໍຄື 45 ລ້ານໂດລາ, ອີງຕາມທ່ານຄຳພັນ ອັ່ນລາວັນ, ອະດີດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດ ແລະການາດາທີ່ໃຫ້ສຳພາດກັບວີໂອເອກ່ອນຈະກັບຄືນປະເທດໃນເດືອນແລ້ວນີ້.
ຍານາງແຊຣາ ກຸຫລາບດາຣາໄປບັນລະຍາຍກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຍັງ 80 ລ້ານລູກຕົກຄ້າງຢູ່ລາວ ໃນວັນຍົກສູງຄວາມເຂົ້າໃຈກ່ຽວກັບລະເບີດຝັງດິນສາກົນ, ວັນທີ 4 ເມສາ, 2022 ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ
ເງິນຈຳນວນນີ້ແມ່ນນອນຢູ່ໃນເງິນທັງໝົດ 80 ລ້ານໂດລາທີ່ສະຫະລັດມອບໃຫ້ແກ່ການເກັບກູ້ UXO ໃນ 3 ປະເທດທີ່ກ່ຽວຂ້ອງກັບສົງຄາມໃນສະໄໝນັ້ນ ຄືລາວ, ຫວຽດນາມ ແລະກຳປູເຈຍ ທັງນີ້ກໍຍ້ອນວ່າບໍ່ຄ່ອຍມີຄົນຮູ້ຫລາຍວ່າສົງຄາມອິນດູຈີນທີ່ໃນສະຫະລັດເອີ້ນວ່າສົງຄາມຫວຽດນາມນັ້ນທີ່ຈິງແທ້ມັນກໍເກີດຂຶ້ນຢູ່ລາວນຳອີກດ້ວຍອີງຕາມຍານາງແຊຣາ. ເພື່ອເພີ້ມຄວາມຮູ້ ແລະຄວາມເຂົ້າໃຈແກ່ສາກົນ ແລະຄົນອາເມຣິກັນ, ທາງອົງການ “Legacies of War” ພ້ອມອົງການສາກົນທີ່ປຸກລະດົມໃຫ້ຄົນຮູ້ອັນຕະລາຍລະເບີດບໍ່ທັນແຕກ ແລະລະເບີດຝັງດິນ ແລະລັດຖະບານລາວ ຊຶ່ງຕາງໜ້າໂດຍທ່ານອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ກໍໄດ້ຈັດການບັນລະຍາຍກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກໃນລາວ ແລະກໍຈັດງານວາງສະແດງກ່ຽວກັບຄວາມຄືບໜ້າຂອງວຽກງານນີ້ ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດໃນວັນທີ 4 ແລະ 5 ເມສາຜ່ານມາ.
ແຕ່ແນວໃດກໍຕາມ, ເງິນຊ່ວຍເຫລືອນີ້ແມ່ນໜ້ອຍຫລາຍເມື່ອທຽບໃສ່ເນື້ອທີ່ດິນຂອງລາວທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກນີ້ ດັ່ງນັ້ນ, ໃນນາມທີ່ເປັນຫົວໜ້າອົງການ “Legacies of War” ທີ່ເປັນອົງການສະແຫວງການສະໜັບສະໜຸນຈາກສະຫະລັດໃນການເກັບກູ້ UXO ຍານາງບອກວ່າຈະສືບຕໍ່ປະສານງານກັບອົງການທີ່ສະແຫວງຫາການຊ່ວຍເຫລືອ ຈາກລັດຖະບານສະຫະລັດໃຫ້ໄດ້ 50 ລ້ານໂດລາໃນປີ 2023 ນີ້. ທັງນີ້ທ່ານຍານາງບອກວ່າ:
Your browser doesn’t support HTML5
ສຽງຍານາງແຊຣາ ກຸຫລາບດາຣາ ເວົ້າກ່ຽວກັບຄວາມຕ້ອງການເງິນເພື່ອເກັບກູ້ລະເບີດຕົກຄ້າງແຕ່ປາງສົງຄາມ
ສະຫລຸບແລ້ວ ການເກັບກູ້ລະເບີດໃນລາວ ແມ່ນໄດ້ຮັບການຊ່ວຍເຫລືອຫລາຍຂຶ້ນ ຈາກລັດຖະບານສະຫະລັດ ແຕ່ວ່າມັນຍັງບໍ່ພຽງພໍກັບຄວາມຕ້ອງການໃນ ການພັດທະນາຂອງລາວ ທີ່ຕ້ອງໄດ້ເກັບກູ້ UXO ອອກຈາກດິນໄປໃຫ້ໄວເທົ່າທີ່ຈະໄວໄດ້ນັ້ນ.