ການລະບາດໄວຣັສໂຄວິດ-19 ໄດ້ເຮັດໃຫ້ປະຊາຊົນລາວທຸກຍາກຫລາຍຂຶ້ນ ໂດຍສະເພາະແມ່ນແຂວງຜົ້ງສາລີນັ້ນ ຖືເປັນເຂດທີ່ມີອັດຕາສະເລ່ຍຄວາມຍາກຈົນ ຂອງປະຊາກອນສູງທີ່ສຸດ ໃນປະເທດລາວ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ,
Your browser doesn’t support HTML5
ທ່ານຄຳພອຍ ວັນນະສານ ເຂົ້າແຂວງໆພົງສາລີ ຖະແຫລງວ່າ ການລະບາດພະຍາດໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນແຂວງພົງສາລີຢ່າງໜັກໜ່ວງ ໂດຍສະເພາະແມ່ນໄດ້ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນ ໃນແຂວງພົງສາລີເພີ້ມຂຶ້ນ ແລະຄຶດເປັນອັດຕາສ່ວນສູງສຸດໃນລາວ ໂດຍເມື່ອສົມທົບກັບລັດຖະບານລາວກໍ ມີງົບປະມານຢ່າງຈຳກັດ ສຳລັບນຳໃຊ້ໃນໂຄງການພັດທະນາ ເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນຢູ່ໃນເຂດຊົນນະບົດດ້ວຍແລ້ວ ກໍຍິ່ງເຮັດໃຫ້ເກີດມີບັນຫາໃນດ້ານອື່ນໆເພີ້ມເຕີມຂຶ້ນອີກເຊັ່ນ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງສະຊາຍທີເຮັດໃຫ້ເກີດໄພພິບັດທຳມະຊາດຢ່າງຮຸນແຮງເປັນຕົ້ນ ດັ່ງທີ່ທ່ານຄຳພອຍ ໄດ້ຢືນຢັນວ່າ
“ຄວາມທຸກຍາກຂອງປະຊາຊົນຢູ່ໃນແຂວງເຮົາໃນລະດັບບ້ານ ຄວາມທຸກຍາກໃນລະດັບຄອບຄົວ ຍັງກວມອັດຕາສ່ວນສູງ ການນຳໃຊ້ຊັບພະຍາກອນທຳມະຊາດແບບຟຸມເຟື່ອຍ ທັງຍັງບໍ່ມີປະສິດທິຜົນສູງ ບາງສະນິດມີທ່າອຽງກ້າວໄປເຖິງການ ດັບສູນ ຄວາມສາມາດຂອງພະນັກງານ ນຳພາຄຸ້ມຄອງຄຸນນະພາບຍັງຕ່ຳ ປະຊາຊົນໃນເຂດຊົນນະບົດ ຄວາມຕ້ອງການພັດທະນາຍັງສູງ ແຕ່ທຶນຮອນມີຈຳກັດ ການປ່ຽນແປງດິນຟ້າອາກາດຢ່າງໄວວາກໍເປັນໄພຂົ່ມຂູ່.”
ຍິ່ງໄປກວ່ານັ້ນ ການລະບາດໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບ ເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບການຂາດແຄນງົບປະມານ ສຳລັບນຳໃຊ້ໃນການຈັດຕັ້ງປະຕິບັດໂຄງການພັດທະນາເພື່ອລົບລ້າງບັນຫາຍາກ ຈົນຂອງປະຊາຊົນໃນເຂດຊົນນະບົດ ທັງຍັງປາກົດມີຈຳນວນປະຊາກອນລາວທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ເພາະວ່າຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດ ທີ່ຖືກກະທົບຈາກການລະບາດພະຍາດໄວຣັສໂຄວິດ-19 ນັບລ້ານຄົນທີ່ຮວມເຖິງແຮງງານ ລາວກວ່າ 6 ແສນຄົນ ທີ່ຖືກເລີກຈ້າງ ແລະເດີນທາງຈາກໄທກັບຄືນມາລາວດ້ວຍ ຊຶ່ງເຮັດໃຫ້ລັດ
ຖະບານລາວຕ້ອງເລື່ອນຄາດໝາຍການລົບລ້າງບັນຫາຍາກຈົນຈາກ ປີ 2020 ໄປເປັນປີ 2025.
ໂດຍໃນປີ 2020-2021 ລັດຖະບານລາວສາມາດສະໜັບສະໜູນງົບປະມານ ໃຫ້ແກ່ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດລາວ ໄດ້ພຽງ 120 ຕື້ກີບ ຊຶ່ງພຽງພໍສຳລັບການຈັດຕັ້ງປະຕິບັດ ໂຄງການພັດທະນາຊົນນະບົດເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສູມເທົ່ານັ້ນ ຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ ໃນປີ 2020-2021 ນັ້ນກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໃນຊ່ວງປີ 2022-2023 ທີ່ຍັງມີຂໍ້ຈຳກັດທາງດ້ານງົບປະມານເຊັ່ນກັນ ຈຶ່ງເຮັດໃຫ້ບັນຫາຍາກຈົນໃນລາວຕົກຢູ່ໃນ ສະພາບການທີ່ຮຸນແຮງໃນປີ 2019 ຊຶ່ງຜົນຈາກການສຳຫລວດພົບວ່າຍັງມີປະຊາຊົນລາວຍາກຈົນເກີນກວ່າ 1 ລ້ານ 8 ແສນຄົນ ຄຶດເປັນ 23 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ເປີດເຜິຍວ່າ ການຫລຸດຜ່ອນບັນຫາຍາກຈົນໃນລາວສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ຊຶ່ງເຫັນໄດ້ຈາກປະຊາຊົນລາວ 632,909 ຄົນ ທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫລືມີລາຍໄດ້ຕ່ຳກວ່າ 1,9 ໂດລາສະຫະຕໍ່ຄົນຕໍ່ວັນ ຄຶດເປັນ 9 ເປີເຊັນ ຂອງປະຊາກອນລາວທັງໝົດ ຊຶ່ງໃນນີ້ກໍຍັງແບ່ງເປັນກຸ່ມທີ່ອາໄສຢູ່ເຂດໂຕເມືອງ 153,184 ຄົນ ແລະກຸ່ມທີ່ອາໄສຢູ່ໃນເຂດຊົນນະບົດ 479,729 ຄົນ ໂດຍແຂວງສະຫວັນນະເຂດ ເປັນເຂດທີ່ມີຈຳນວນປະຊາກອນຍາກຈົນຫລາຍທີ່ສຸດ ຄືເກີນກວ່າ 230,000 ຄົນ ສ່ວນແຂວງພົງສາລີນັ້ນ ເປັນເຂດທີ່ມີອັດຕາສະເລ່ຍຄວາມຍາກຈົນສູງທີ່ສຸດໃນລາວ ໂດຍກວມເອົາເກີນກວ່າ 70 ເປີເຊັນ ຂອງຈຳນວນບ້ານທັງໝົດ.
ສ່ວນກະຊວງແຜນການ ແລະການລົງທຶນຄາດວ່າ ຍອດຜະລິດຕະພັນລວມ ຫລື (GDP) ໃນປີ 2022 ຈະຄິດສະເລ່ຍເປັນລາຍຮັບຂອງປະຂາຊົນລາວ ທີ່ລະດັບ 2,496 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ຊຶ່ງລົດລົງຈາກລະດັບ 2,597 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ໃນປີ 2021 ແລະສະພາອຸດສາຫະກຳການຄ້າ ສະຫະພາບຢູໂຣບ (EU) ກໍຄາດວ່າການລະບາດພະຍາດໄວຣັສໂຄວິດ 19 ຈະເຮັດໃຫ້ເກີນກວ່າ 80 ເປີເຊັນ ຂອງທຸລະກິດທັງໝົດໃນລາວ ສູນເສຍລາຍໄດ້ເກີນກວ່າ 80 ເປີເຊັນ ໃນປີ 2022.