ການດໍາເນີນທຸລະກິດໃນການເປີດຮ້ານອາຫານ ມີຫຼາຍໆຢ່າງທີ່ຈະຕ້ອງເຂົ້າໃຈ ແລະກຽມພ້ອມ ເພາະການເຮັດອາຫານເພື່ອບໍລິການໃຫ້ແກ່ລູກຄ້າ ເປັນສິ່ງທີ່ບົ່ງບອກໄດ້ວ່າ ທຸລະກິດຂອງຕົນຈະປະສົບຄວາມສໍາເລັດໄດ້ເທົ່າໃດ, ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ການເຮັດຮ້ານອາຫານ ກໍເໝືອນດັ່ງກັບການດໍາເນີນທຸລະກິດທົ່ວໄປຢູ່ໃນສະຫະ ລັດ ເພາະຂັ້ນຕອນທໍາອິດກໍຄື ຕ້ອງແລ່ນເອກະສານທີ່ຈໍາເປັນສໍາລັບທຸລະກິດດ້ານນີ້ເຊັ່ນ: ໃບທະບຽນທຸລະກິດ, ເລກທະບຽນ, ໃບຮັບຮອງຂະໜາດບັນຈຸຈໍານວນຄົນ ຫຼື Certificate of Occupancy ເຊິ່ງໃບຮັບຮອງດັ່ງກ່າວນີ້ ມີລາ ຄາປະມານ 100 ໂດລາ, ໃບຮັບຮອງການບໍລິການອາຫານ ເຊິ່ງລາຄາກໍ່ແຕກຕ່າງກັນ ຕາມແຕ່ລະສະຖານທີ່ ແລະຈໍານວນຂອງພະນັກງານ ໂດຍຈະຢູ່ລະ ຫວ່າງ 100-1,000 ໂດລາ, ໃບອະນຸຍາດໃນການຂຶ້ນປ້າຍ ແລະອື່ນໆ.
ນອກນັ້ນ ກໍ່ຍັງຕ້ອງມີເຄື່ອງຂອງທຸກໆຢ່າງຢູ່ໃນເຮືອນຄົວ, ສິ່ງນີ້ກໍສໍາຄັນ ເພາະ ຕ້ອງໄດ້ກຽມຕັ້ງແຕ່ເຕົາໄຟ, ໝໍ້ທອດ, ເຄື່ອງຄົວກິນຕ່າງໆ ລວມໄປເຖິງໂຕະ, ຕູ້ເຢັນ, ພັດລົມດູດອາກາດ ພ້ອມທັງເຄື່ອງບໍາບັດນໍ້າເປື້ອນ ແລະອື່ນໆອີກຫຼາຍຢ່າງ.
ແຕ່ຖ້າຫາກເຮົາຈະດໍາເນີນທຸລະກິດຕໍ່ຈາກຜູ້ປະກອບການຄົນເກົ່າທີ່ເຂົາເຈົ້າມີຄົບທຸກຢ່າງແລ້ວ ມັນກໍບໍ່ມີຫຍັງຍາກຫຼາຍ, ບໍ່ໄດ້ລົງທຶນຫຼາຍ ແລະກໍບໍ່ສັບສົນຫຼາຍ.
ກະກຽມສະຖານທີ່ຮຽບຮ້ອຍ ກໍຕ້ອງມາຕຽມລາຍການຂອງອາຫານທີ່ຈະເອົາລົງໃນເມນູ, ດັ່ງນັ້ນ ຕ້ອງໄດ້ບອກລາຍລະອຽດ ວ່າມີຫຍັງແດ່ທີ່ປະກອບຢູ່ໃນເມນູແຕ່ລະຈານ ເພາະຂັ້ນຕອນນີ້ຈະເປັນໄລຍະສຸດທ້າຍ ກ່ອນເປີດຮ້ານ, ຖ້າບາງເມນູບໍ່ຜ່ານ Inspection ກໍບໍ່ສາມາດເອົາລົງຂາຍໄດ້.
ລັດສະໝີ ກົງຈັນ ແລະສາມີຂອງລາວ ໄດ້ພາກັນຊື້ຮ້ານອາຫານນ້ອຍໆ ເປັນແບບ Eat in and carry out ຢູ່ທີ່ເມືອງ ເມີຟຣີສໂບໂຣ ລັດເທັນເນັສຊີ, ຢູ່ໃນຮ້ານມີ 6 ໂຕະ ໂດຍລາວໄດ້ເລີ້ມດໍາເນີນກິດຈະການດັ່ງກ່າວນີ້ ມາແຕ່ປີ 2018.
ລາວກ່າວໃຫ້ຟັງວ່າ ອາຫານທີ່ເປັນວັດຖຸດິບທຸກຢ່າງເຮົາຕ້ອງມີບໍລິສັດມາສົ່ງໃຫ້ປະຈໍາ ເພາະມັນຈະປະຢັດຕົ້ນທຶນກວ່າ ທີ່ເຮົາໄປຊື້ຕາມຕະຫຼາດທົ່ວໄປ ເຊິ່ງທາງຮ້ານຂອງລາວມີບໍລິສັດມາສົ່ງເຄື່ອງໃຫ້ ໃນແຕ່ລະອາທິດ ແລະເຄື່ອງທີ່ສັ່ງຈະຕ້ອງມີມູນຄ່າຢູ່ທີ່ 1,500 ໂດລາຂຶ້ນໄປ, ແຕ່ຊ່ວງນີ້ເຄື່ອງຂອງແພງ ລາຄາອາຫານທີ່ສັ່ງກໍຈະຢູ່ປະມານ 2,000-2,500 ໂດລາ ສໍາລັບເຄື່ອງທີ່ໃຊ້ໃນການບັນຈຸອາຫານສໍາລັບ carry out ກໍສັ່ງຊື້ຈາກບໍລິສັດ ທີ່ເອົາມາສົ່ງໃຫ້ໃນທຸກໆສອງອາທິດຕໍ່ເດືອນ.
“ເດືອນນຶ່ງນັ້ນ ເຮົາຊິສັ່ງເຄື່ອງຢູ່ 4 ເທື່ອ, ສັ່ງໍນໍາສອງບໍລິສັດ. ໂຕນຶ່ງນັ້ນແມ່ນມາຈາກແອັດແລນຕ້າ ເປັນພວກຊີ້ນ, ກ່ອງອາຫານສໍາລັບ to go ແມ່ນສັ່ງຢູ່ເດືອນລະເທື່ອ, ແຕ່ວ່າພວກເປັນຜັກ ເປັນເສັ້ນເຝີ ເສັ້ນໝ່ີ ແມ່ນສັ່ງອາທິດລະເທື່ອ, ເດືອນນຶ່ງໆຊິຕົກເປັນ 4 ເທື່ອ. ມັນກໍແລ້ວແຕ່, ແລ້ວແຕ່ ແບບແລ້ວແຕ່ອາຫານ, ມຶ້ໃດທີ່ເຮົາມີລູກຄ້າຫຼາຍ ເດືອນໃດທີ່ເຮົາມີລູກຄ້າຫຼາຍ ເດືອນໃດເຮົາບໍ່ມີລູກຄ້າຫຼາຍ.”
ລາຍໄດ້ຈາກການຂາຍອາຫານ ກໍຂຶ້ນຢູ່ກັບມື້ ຫຼືເປັນຊ່ວງຂອງອາທິດ, ສໍາລັບຮ້ານຂອງລາວເປັນຮ້ານນ້ອຍໆ ດັ່ງນັ້ນ ລາຍໄດ້ໂດຍສະເລ່ຍຫຼັງຈາກຫັກທຸກຢ່າງອອກແລ້ວກໍພໍດີຢູ່.
ນາງກ່າວວ່າ ສິ່ງທີ່ຈະຕ້ອງໄດ້ກຽມພ້ອມອີກຢ່າງກໍຄື ບັນຫາຂອງເຄື່ອງໃຊ້ໃນຮ້ານ ເວລາທີ່ຮ້ອງຊ່າງມາສ້ອມແປງແຕ່ລະຄັ້ງ ກໍຕ້ອງມີຄ່າບໍລິການ ແລະຄ່າເຄື່ອງຂອງອື່ນໆ ແຕ່ດົນໆຈຶ່ງມີບັນຫາຢູ່ເທື່ອນື່ງ.
ພາສີກໍສໍາຄັນ, ຕ້ອງໄດ້ເຮັດລາຍງານລາຍຮັບຈາກການຂາຍອາຫານໃນທຸກໆເດືອນ, ແລະລາຍງານການເສຍພາສີສໍາລັບພະນັກງານໃນທຸກໆອາທິດ ເຊິ່ງນາງເອງຕ້ອງໄດ້ຈ້າງບໍລິສັດ ເປັນຜູ້ຮັບຜິດຊອບດ້ານນີ້ ໂດຍຈະເສຍຄ່າບໍລິການຢູ່ທີ່ປະມານ 3,000 ໂດລາຕໍ່ປີ.
ສິ່ງສໍາຄັນອີກອັນນຶ່ງກໍຄື ລາຄາຂອງອາຫານທີ່ຕ້ອງໄດ້ປັບຂຶ້ນ, ປັດຈຸບັນ ລາຄາເຄື່ອງຂອງທຸກຢ່າງແມ່ນປັບຂຶ້ນສູງໝົດ. ດັ່ງນັ້ນ ທາງຮ້ານຂອງນາງຈຶ່ງໄດ້ປ່ຽນລາຄາອາຫານທຸກໆຢ່າງເພີ້ມຂຶ້ນ 2 ໂດລາຕໍ່ຈານ. ນາງບອກວ່າ ເຖິງວ່າລາຄາຈະແພງຂຶ້ນ ແຕ່ຄຸນນະພາບ ແລະລົດຊາດຂອງອາຫານ ແມ່ນຍັງພະຍາຍາມຮັກສາໃຫ້ຍັງຄືເກົ່າ ເພາະລູກຄ້າສ່ວນຫຼາຍທີ່ມາກິນຢູ່ຮ້ານ ກໍ່ແມ່ນລູກຄ້າເກົ່າໆທີ່ເຄີຍອຸດໜຸນກັນມາຕັ້ງແຕ່ເປີດຮ້ານທໍາອິດ.
“ທຸກໆອາຫານເຮົຈະເພີ້ມຂຶ້ນ 2 ໂດລາ, ແຕ່ວ່າປະລິຫານຂອງອາຫານທີ່ຂາຍໃຫ້ລູກຄ້າແມ່ນຍັງຄືເກົ່າ, ຕ່າງແຕ່ວ່າ ເຮົາຂຶ້ນລາຄາຈານລະ 2 ໂດລາ.”
ນອກຈາກນັ້ນ ການຮັກສາຄວາມສະອາດພາຍໃນເຮືອນຄົວ ກໍເປັນສິ່ງສໍາຄັນ, ການທໍາຄວາມສະອາດພັດລົມດູດອາການ ກໍ່ຕ້ອງໄດ້ໃຫ້ບໍລິສັດມາທໍາຄວາມສະອາດໃຫ້ເປັນປະຈໍາທຸກໆ 6 ເດືອນ ແລະເສຍຄ່າບໍລິການຢູ່ປະມານ 400 ໂດລາຕໍ່ຄັ້ງ.
ນາງກ່າວວ່າ ການເຮັດຮ້ານອາຫານເບິ່ງຄືວ່າຍາກ ແຕ່ກໍບໍ່ຍາກຫຼາຍ ສໍາຄັນແມ່ນຕ້ອງມີຄວາມຮັກໃນສິ່ງທີ່ຕົນເອງປະຕິບັດຢູ່ ເພາະການເປີດຮ້ານອາຫານ ເວລາເກືອບທັງໝົດຂອງຕົນ ແລະຄອບຄົວແມ່ນເອົາມາຢູ່ທີ່ຮ້ານ ສະນັ້ນ ຄອບ ຄົວຕ້ອງເຂົ້າໃຈກັນ. ໂດຍລວມແລ້ວ ກໍເປັນລາຍໄດ້ທີ່ດີອັນນຶ່ງ.
ລາວບອກວ່າ ລາວເປັນຄົນມັກແຕ່ງອາຫານການກິນ ແລະຄອບຄົວກໍເຂົ້າໃຈ ແລະຊ່ວຍກັນ, ດັ່ງນັ້ນ ລາວຈຶ່ງມີຄວາມສຸກກັບການດໍາເນີນທຸລະກິດດ້ານນີ້ ແລະຍັງໄດ້ສອນລູກໆ ໃຫ້ຮູ້ຈັກຊ່ວຍວຽກເລັກໆນ້ອຍໆ ຢູ່ໃນຮ້ານອີກດ້ວຍ.