ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳວັນພະຫັດມື້ນີ້ ທ່ານຈະໄດ້ຟັງການໂອ້ລົມກັບ ທ່ານຈິມ ສີລາວົງ ຊຶ່ງມີລົດບັນທຸກຂະໜາດໃຫຍ່ 18 ລໍ້ ເປັນຂອງຕົນເອງ. ຄວາມຮັບຜິດ ຊອບກໍຄື ຂັບລົດສົ່ງເຄື່ອງທາງໄກ ຈາກພາກໃຕ້ໄປຫາ ພາກຕາເວັນຕົກ ຂອງ ສະຫະລັດ. ທ່ານຈິມ ເປັນຄົນຂັບລົດບັນທຸກທີ່ດຸໝັ່ນ ມັກໜ້າທີ່ວຽກງານ ແລະສາມາດສ້າງລາຍໄດ້ປີນຶ່ງປະມານ 250,000 ໂດລາ ກ່ອນເສຍພາສີິ ແລະຄ່າໃຊ້ຈ່າຍຕ່າງໆ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດທ່ານຈີມ ສີລາວົງ
ທ່ານຈິມ ສີລາວົງ ເກີດຢູ່ບ້ານໜອງດ້ວງ ນະຄອນຫລວງວຽງຈັນ ເດີນ ທາງເຂົ້າມາສະຫະລັດອາເມຣິກາ ໃນປິ 1981 ກັບຄອບຄົວ ເວລານັ້ນ ອາຍຸ ໄດ້ 13 ປີ. ຈິມ ເລີ້ມເຂົ້າໂຮງຮຽນຂັ້ນມັດທະຍົມ ຢູ່ເມືອງແນສວິລ ລັດເທັນ ເນັສຊີ ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ. ຈີມ ໄດ້ເຮັດວຽກຫລາຍຢ່າງ ເລີ້ມ ຈາກໂຮງງານຈອດເຫລັກ ແລະຮ້ານອາຫານ. ໃນຂະນະທີ່ເຮັດວຽກຢູ່ຮ້ານອາ ຫານນັ້ນ ຈີມ ໄດ້ຄົ້ນພົບວິຊາອາຊີບຂັບລົດບັນທຸກ ຈາກລູກຄ້າ ທີ່ມາຮັບປະ ທານອາຫານ ແລະໄດ້ແນະນຳໃຫ້ຈີມ ໄປເຂົ້າໂຮງຮຽນຂັບລົດບັນທຸກ ຈົນໄດ້ຜ່ານການສອບເສັງ. ຄວາມຈິງແລ້ວຄອບຄົວຂອງ ທ່ານຈີມ ເຄີຍມີລົດຂົນສົ່ງໃນສະໄໝຢູ່ທີ່ຍັງຢູ່ໃນປະເທດລາວ. ເພາະສະນັ້ນເລື້ອງດັ່ງກ່າວນີ້ ໄດ້ຝັງຢູ່ໃນຈິດໃຈຂອງລາວ ຊຶ່ງທ່ານຈິມ ໄດ້ເລົ່າສູ່ ວີໂອເອ ຟັງທ່ານຈິມ ໄດ້ເລີ້ມຕົ້ນຊື້ລົດບັນທຸກເກົ່າ ທີ່ໄດ້ໃຊ້ມາຫລາຍແສນໄມລ໌ ໃນລາຄາ 40,000 ໂດລາ ແລະຕໍ່ມາກໍຄ່ອຍໆສ້ອມແປງປັບປຸງໃຫ້ຢູ່ໃນສະພາບດີຂຶ້ນ ຊຶ່ງທ່ານຈິມ ໄດ້ອະທິບາຍສູ່ຟັງວ່າ:
Your browser doesn’t support HTML5
ເຊີນຟັງທ່ານຈິມ ສີລາວົງ
ການຂັບລົດບັນທຸກຂົນສົ່ງທາງໄກຢູ່ໃນສະຫະລັດ ມີກົດລະບຽບຄວບຄຸມແລະ ມາດຕະການຢ່າງເຄັ່ງຄັດເຊັ່ນວ່າ ຂັບບໍ່ໃຫ້ກາຍມື້ນຶ່ງ 11 ຊົ່ວໂມງ ຄວາມໄວ ຈຳກັດແຕ່ລະລັດ ຊຶ່ງການເຄື່ອນໄຫວທັງໝົດຂອງລົດບັນທຸກ ຖຶກຄວບຄຸມ ແລະລາຍງານໄປຫາເຈົ້າໜ້າທີ່ຊາບ ຊຶ່ງ ທ່ານຈິມ ອະທິບາຍຕໍ່ໄປວ່າ:
Your browser doesn’t support HTML5
ເຊີນຟັງທ່ານຈິມ ສີລາວົງ
ວິຊາອາຊີບຂັບລົດບັນທຸກຂົນສົ່ງຂະໜາດໃຫຍ່ ບໍ່ໄດ້ນ້ອຍໜ້າ ໂດຍສະເພາະ ທາງດ້ານລາຍໄດ້. ທ່ານຈິມ ສາມາດສ້າງລາຍໄດ້ ປີນຶ່ງປະມານ 250,000 ໂດລາ ທີ່ຍັງບໍ່ທັນໄດ້ຄິດໄລ່ ຄ່ານໍ້າມັນ ອາຫານການກິນ ແລະການໃຊ້ຈ່າຍ ຕ່າງໆທີ່ພົວພັນກັບການເຮັດທຸລະກິດດັ່ງກ່າວ. ເພາະສະນັ້ນທ່ານຈິມສາມາດ ລາຍງານໃຫ້ລັດຖະບານຊາບ ກ່ຽວກັບການໃຊ້ຈ່າຍປະຈຳປີທັງໝົດ ເພື່ອຈະ ໄດ້ ຮັບການຫລຸດຜ່ອນເສຍຄ່າພາສີ ຊຶ່ງທ່ານຈິມ ກ່າວວ່າ:
Your browser doesn’t support HTML5
ເຊີນຟັງທ່ານຈິມ ສີລາວົງ
ທ່ານຈິມໄດ້ກ່າວເຖິງຄວາມເປັນອິດສະຫຼະ ຂອງວິຊາອາຊີບການຂັໍບລົດຂົນສົ່ງວ່າ ເປັນນາຍຂອງຕົນເອງ ຢາກເຮັດວຽກໜ້ອຍຫຼາຍປານໃດນັ້ນ ຂຶ້ນກັບຕົນເອງ ຊຶ່ງທ່ານຈີມ ກ່າສມ້ວນທ້າຍດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານຈິມ ສີລາວົງ
ທ່ານຈິມ ຄົນຂັບລົດບັນທຸກຂະໜາດໃຫຍ່ ແມ່ນຊາວອາເມຣິກັນເຊື້ອສາຍລາວ ອີກຄົນນຶ່ງ ທີ່ເປັນພາກສ່ວນອັນສຳຄັນ ໃນການຂົນສົ່ງສິນຄ້າ ເຄື່ອງບໍລິໂພກ ແລະເຄື່ອງໃຊ້ຕ່າງໆໄປຫາແຕ່ລະລັດ ຢູ່ໃນອາເມຣິກາ. ການດຳລົງຊີວິດຂອງ ທ່ານຈິມ ໄດ້ສະແດງໃຫ້ເຫັນຜົນສຳເລັດການປະກອບວິຊາອາຊີບ ເປັນພົນລະເມືອງດີ ແລະສ້າງເສດຖະກິດຂອງຊາດ.