ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງ
ວີໂອເອ ປະຈຳແລງວັນພະຫັດມື້ນີ້ ທ່ານຈະໄດ້ຟັງການໂອ້ລົມກັບບັນດາສະມາຊິກ
ສັງຄົມລາວຢູ່ໃນລັດຕ່າງໆຂອງສະຫະລັດ ແລະປະເທດຝຣັ່ງ. ຫລັງຈາກໄດ້ມີການ
ລະບາດຂອງໂຄວິດ-19 ເປັນເວລາ 2 ປີ ທີ່ກິດຈະການເກືອບທຸກຢ່າງ ຮວມທັງພິ
ທີທາງສາດສະໜາໄດ້ຖືກໂຈະໄວ້. ບັດນີ້ ການສະຫລອງບຸນປີໃໝ່ລາວ ພ.ສ 2565
ແລະສ່ວນໃຫຍ່ຢູ່ຕາມເຂດທ້ອງຖິ່ນຂອງໃຜລາວກຳລັງດຳເນີນໄປຢ່າງເຕັມທີ. ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສະຫລອງບຸນປີໃໝ່ລາວ ປີຂານ ພ.ສ 2565.
ສະບາຍດີປີໃໝ່ ປີນີ້ ແມ່ນປີຂານຫລືປີເສືອ ພ.ສ 2565 ຊາວລາວຢູ່ ທົ່ວໂລກ ພ້ອມ
ດ້ວຍຊາວພຸດອື່ນໆທີ່ນັບຖືນິກາຍຫິນະຍານ ກຳລັງເລີ້ມພາກັນ ສະຫລອງບຸນປີໃໝ່
ກັນຢ່າງມ່ວນຊື່ນ ຫລັງຈາກທີ່ໄດ້ຖືກຫ້າມບໍ່ໃຫ້ເຕົ້າໂຮມ ກັນມາເປັນເວລາສອງປີເນື່ອງ
ຈາກການລະບາດຄວິດ-19.
ທ່າມກາງລະດູບານ ໃໝ່ ອາກາດເລີ້ມອົບອຸ່ນຂຶ້ນມາ ບັດນີ້ຊາວອາເມຣິກັນ ພ້ອມ
ດ້ວຍຊາວຝັ່ງເຊື້ອ ສາຍລາວ ແລະຢູ່ແຫ່ງອື່ນໆ ຕ່າງກໍພາກັນສະຫລອງບຸນປີໃໝ່ລາວ
ຢ່າງເຕັມທີ່ ເລີີ້ມແຕ່ວັນສຸກມຶ້ອື່ນນີ້. ເຖິງຢ່າງໃດກໍດີ ແຕ່ລະເຂດທ້ອງຖິ່ນຂອງໃຜລາວ
ກໍມີ ການສລອງຕ່າງກັນ ແລ້ວແຕ່ສະພາບສິ່ງແວັດລ້ອມ. ຢູ່ທີ່ວັດພຸດທະທຳມະຣາມ
ໃນລັດອໍເຣກັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດມີການສະຫລອງ
ກັນແບບຕັກບາດກັນທຳມະດາ ເພາະຍັງຖືກຜົນກະທົບ ຈາກການ ລະບາດຂອງ
ໂຄວິດ-19.
ທ່ານຈັນສົມ ສິຣິວັນ ສະມາຊິກອາວຸໂສ ປະຈຳເຂດນີ້ ໄດ້ກ່າວເຖິງຂອບເຂດ ຈຳກັດ
ແລະຄວາມໝາຍຂອງການສະຫລອງບຸນປີໃໝ່ລາວປີນີ້ສູ່ ວີໂອເອ ຟັງວ່າ:
Your browser doesn’t support HTML5
ເຊີນຟັງທ່ານຈັນສົມ ສີຣິວັນ
ບັດນີ້ເຮົາຈະນຳພາທ່ານຟັງການໂອ້ລົມກັບ ທ່ານບົວສອນ ອ່ອນຈິດ ປະທານວັດ
ລາວ ບ້ານລ້ານຊ້າງຢູ່ໃນລັດຫລຸຍເຊຍນາ ຕັ້ງຢູ່ທາງພາກກາງໃຕ້ສຸດຂອງ
ສະຫະລັດ. ບ້ານລ້ານຊ້າງແມ່ນໝູ່ບ້ານລາວອາເມຣິກັນ ທີ່ບໍ່ມີຄົນເຊື້ອຊາດອື່ນ
ຢູ່ປະປົນ. ບ້ານລ້ານຊ້າງ ມີວັດ ແລະຖະໜົນຫລາຍເສັ້ນ ທີ່ໃສ່ຊື່ແຂວງຕ່າງໆ
ຂອງປະເທດລາວ. ທ່ານບົວສອນ ອ່ອນຈິດ ໄດ້ກ່າວເຖິງລາຍການບຸນ ແລະ
ຄວາມຕື່ນເຕັ້ນ ທີ່ຈະມີຊາວລາວອາເມຣິກັນເດີນທາງມາຈາກລັດຕ່າງໆເຂົ້າມາ
ຮ່ວມສະຫລອງບຸນ ຊຶ່ງທ່ານໄດ້ອະທິບາຍສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານບົວສອນ ອ່ອນຈິດ
ບັດນີ້ ເຮົາຈະນຳພາທ່ານໄປ ຟັງການໂອ້ລົມກັບ ທ່ານບຸນມາກ ອາເລັກສ໌ ສີສຸວັນ
ປະທານໂຮງຮຽນຈຳປາຢູ່ເມືອງສະຕຣາສບວກ ປະເທດຝຣັ່ງ. ທ່ານບຸນມາກ ກໍ
ແມ່ນສະມາຊິກສັງຄົມລາວຝຣັ່ງອີກຄົນນຶ່ງທີ່ຫ້າວຫັນນຳພາສັງຄົມລາວ ຮັກສາ
ວັດທະນາທຳລາວ ແລະກຳລັງຫ້າງຫາ ສະຫລອງບຸນປີໃໝ່ລາວຢ່າງ ຄຶກຄຶ້ນ ຫລັງ
ຈາກສອງປີທີ່ໄດ້ມີການເກືອດຫ້າມເນື່ອງຈາກໂຄວິດ-19. ທ່ານໄດ້ກ່າວເຖິງລາຍ
ການສະຫລອງບຸນປີນີ້ສູ່ ວີໂອເອ ຟັງວ່າ:
ຊາວຝຣັ່ງ ແລະຊາວລາວ ພາກັນມ່ວນຊື່ນຢູ່ວັດລາວເມືອງສະຕຣາບວກ ປະເທດຝຣັ່ງ.
Your browser doesn’t support HTML5
ເຊີນຟັງທ່ານບຸນມາກ ອາເລັກສ໌ ສີສຸວັນ
ການສະຫລອງບຸນປີໃໝ່ ພ.ສ 2565 ເປັນປີເລີ້ມຕົ້ນໃໝ່ ຫຼັງຈາກໄດ້ຖືກລົບກວນ
ຈາກການລະບາດຂອງໂຄວິດ-19 ແລະທຸລະກິດຕ່າງໆໄດ້ເລີ້ມຄ່ອຍໆປະຕິບັດກັນ
ຄືນອີກຢ່າງເປັນປົກກະຕິ. ໃນວາລະໂອກາດບຸນປີໃໝ່ລາວ ພ.ສ 2565 ນີ້ ພວກ
ຂ້າພະເຈົ້າ ຄະນະຈັດທຳລາຍການວິທະຍຸວີໂອເອ ພາກພາສາລາວຂໍຖືໂອກາດນີ້
ອ່ວຍໄຊໃຫ້ພອນ ແກ່ບັນດາທ່ານຜູ້ຟັງທີ່ຢູ່ໃກ້ແລະໄກ ທຸກທ່ານຈົ່ງມີແຕ່ຄວາມສຸກ
ສົມຫວັງ ທຸກປະການດ້ວຍເຖີດ.