ແມ່ຍິງອາເມຣິກັນເຊື້ອສາຍລາວ ທີ່ມີປະສົບການສູງໃນດ້ານການບໍລິຫານ ແລະສ້າງຕັ້ງທຸລະກິດມີແຜນການທີ່ຈະໄປລົງທຶນສ້າງຕັ້ງຮ້ານສັບພະສິນຄ້າທີ່ເປັນຂອງລາວ ແລະຂະຫຍາຍໄປທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະລົງທຶນໃນຫລາຍຂະແໜງເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄົນລາວ ຊຶ່ງບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບແຜນການໄປລົງທຶນ ແລະສ້າງຕັ້ງທຸລະກິດຢູ່ລາວຂອງແມ່ຍິງລາວ-ອາເມຣິກັນ
ທ່ານວຽງໄຊ ວິໄລກຸນ (ທີ 3 ຊ້າຍ), ທ່ານນາງສຸພາ ໄຊປຣະສິດ-ເມສ໌ (ກາງ), ທ່ານສອນໄຊ ສີພັນດອນ (ກາງຂວາ), ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ແລະການລົງທຶນຂອງລາວ ແລະເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ
ໃນການໄປຢ້ຽມຢາມບ້ານເກີດຄັ້ງທຳອິດຂອງຕົນເອງ ໃນທ້າຍເດືອນແລ້ວນີ້ ທ່ານນາງສຸພາ ໄຊປຣະສິດ ເມສ໌, ນັກທຸລະກິດອາເມຣິກັນເຊື້ອສາຍລາວ ໄດ້ເຫັນໂອກາດໃນການຮ່ວມມືກັບລັດຖະບານລາວເພື່ອລົງທຶນໃນຫລາຍດ້ານ ຊຶ່ງໃນນັ້ນ ທ່ານນາງຢາກຫາທາງເອົາທຶນ ແລະຄົນທີ່ມີຄວາມຊຳນິຊຳນານໃນຂະແໜງທຸລະກິດຕ່າງໆເຂົ້າໄປລາວ ເພື່ອສ້າງວຽກເຮັດງານທຳ ແລະຊື່ສຽງໃຫ້ ບ້ານເກີດເມືອງນອນທີ່ທ່ານນາງຮັກຫອມ ດັ່ງທີ່ທ່ານນາງບອກກັບວີໂອເອວ່າ:
Your browser doesn’t support HTML5
ສຽງ 1 ທ່ານນາງສຸພາກ່າວກ່ຽວກັບແຜນການສ້າງໂຮງງານ ແລະວຽກເຮັດງານທຳໃຫ້ຄົນລາວ
“ພວກເຮົາຕ້ອງການຄົນຂອງພວກເຮົາ ທີ່ເປັນເຈົ້າຂອງຢູ່ໃນປະເທດ… ແລະ ພວກເຮົາຈະນຳເງິນເຂົ້າຈາກປະເທດອື່ນ, ເອົາເງິນຈາກປະເທດອື່ນມາສ້າງສາປະເທດລາວ. ປະເທດອື່ນ…ບໍ່ມີໃຜຈະເຮັດຄືຂະນ້ອຍດອກ ເຮັດແບບທີ່ເອົາເງິນມາສ້າງຢູ່ຫັ້ນ, ສ້າງຍີ່ຫໍ້ຂອງລາວ, ສ້າງໂຮງງານຜະລິດໃນລາວແບບທີ່ວ່າພວກເຮົາ, ຄົນລາວເປັນເຈົ້າຂອງ, ຂະນ້ອຍເປັນເຈົ້າຂອງ. ແລະຂະນ້ອຍກັບອ້າຍວຽງໄຊຈະສ້າງໂຮງງານກັ່ນ ຫລືຫລອມໂລຫະ ເພື່ອສະໜອງວຽກເຮັດງານທຳໃຫ້ແກ່ຊາວລາວ.”
ທ.ນ. ສຸພາ ໄຊປຣະສິດ ເມສ໌, (ທີ 6 ຈາກຂວາ), ນັກທຸລະກິດອາເມຣິກັນເຊື້ອສາຍລາວພົບກັບປະທານສະພາການຄ້າ ແລະອຸດສະຫະກຳລາວ (ທີ 5 ຈາກຂວາ) ທີ່ນະຄອນຫລວງວຽງຈັນ, 24 ມັງກອນ, 2022
ທ່ານນາງສຸພາເປັນເຈົ້າຂອງທຸລະກິດຫລາຍແຫ່ງໃນສະຫະລັດ. ນຶ່ງໃນບໍລິສັດທີ່ທ່ານນາງໄດ້ສ້າງຕັ້ງຂຶ້ນມາ ກໍຄືບໍລິສັດທີ່ປຶກສາດ້ານການບໍລິຫານທຸລະກິດ ການພັດທະນາຊັບພະຍາກອນມະນຸດ ການຝຶກອົບຮົມ ແລະພັດທະນາຜູ້ບໍລິຫານບໍລິສັດ, ຂ່າວສານ ແລະດ້ານອື່ນອີກ ທີ່ຊື່ວ່າ Inclusion Magazine ທີ່ຕັ້ງຢູ່ເມືອງລິດໂທຣັອກ (Little Rock), ລັດອາແຄນຊໍທາງພາກໃຕ້ຂອງສະຫະລັດ. ສະນັ້ນໃນຂັ້ນຕົ້ນໆ ທ່ານນາງມີແຜນທີ່ຈະລະດົມທຶນຈາກລູກຄ້າທີ່ໃຊ້ບໍລິການໃນດ້ານການປຶກສາທາງທຸລະກິດຂອງບໍລິສັດທ່ານນາງຢູ່ສະຫະລັດ ໄປລົງທຶນສ້າງໂຮງງານຫລອມຄຳໃນມູນຄ່າປະມານ 250 ລ້ານໂດລາ ຫາ 500 ລ້ານໂດລ ໃນນາມບໍລິສັດບໍ່ຄຳສາກົນວິໄລກຸນ ຫລື Wilaikul International Gold Mines Co. Ltd. ຊຶ່ງເປັນບໍລິສັດຂຸດຄົ້ນຄຳທີ່ທ່ານວຽງໄຊ ວິໄລກຸນ, ນັກທຸລະກິດລາວ-ອາເມຣິກັນເປັນປະທານນັ້ນ. ບໍລິສັດດັ່ງກ່າວມີໂຄງການຂຸດຄົ້ນຄຳພູຜ່ານຊຶ່ງຕັ້ງຢູ່ 35 ກິໂລແມັດຫ່າງຈາກເມືອງຊະນະຄາມ, ແຂວງວຽງຈັນຢູ່ທາງຕາເວັນຕົກຂອງນະຄອນຫລວງວຽງຈັນ.
ນອກນັ້ນ ເພື່ອເຮັດໃຫ້ລາວກາຍເປັນປະເທດທີ່ມືຊື່ສຽງໃນວົງການການຄ້າສາ ກົນ ທ່ານນາງຈະສ້າງຕັ້ງຮ້ານສັບພະສິນຄ້າທີ່ມີເຄືອຂ່າຍໃຫຍ່ອັນທຳອິດ ທີ່ເປັນຂອງຄົນລາວ ຊື່ວ່າ Laos-Mart ຊຶ່ງຈະເປັນບໍລິສັດຂອງລາວແຕ່ເຮັດຕາມແບບຂອງບໍລິສັດ Wal-Mart ທີ່ເປັນບໍລິສັດເຄືອຂ່າຍໃນການຂາຍຍ່ອຍສິນຄ້າອັນຫລາກຫລາຍທີ່ໃຫຍ່ທີ່ສຸດຂອງສະຫະລັດແຫ່ງນຶ່ງ ແຕ່ບໍ່ແມ່ນເອົາບໍລິສັດທີ່ຕັ້ງຢູ່ສະຫະລັດແລ້ວເຂົ້າໄປລາວ, ດັ່ງທ່ານທ່ານນາງອະທິບາຍວ່າ:
Your browser doesn’t support HTML5
ສຽງ 2 ທ່ານນາງກ່ຽວກັບການສ້າງ Laos-Mart
ຂະນ້ອຍຈະເອົາເງິນແລະຄົນຂອງຂະນ້ອຍໄປ, ເອົາຄົນທີ່ຈະເຮັດທຸລະກິດໃນບໍລິສັດຂອງຂະນ້ອຍໄປ. ຂະນ້ອຍຈະເອົາທຶນມາລົງທຶນຢູ່ລາວ. ຂະນ້ອຍ ຈະບໍ່ເອົາທຸລະກິດອາເມຣິກາ ແຕ່ຂະນ້ອຍຈະໄປສ້າງທຸລະກິດຢູ່ໃນລາວ. ພວກເຮົາສ້າງມັນຂຶ້ນມາ. ເຊັ່ນວ່າຂະນ້ອຍເຮັດ Laos-Mart ຂະນ້ອຍຢາກເຮັດບໍລິສັດ Laos-Mart ທີ່ພວກເຮົາເປັນເຈົ້າຂອງ, ລັດຖະບານ ແລະໂຕຂະນ້ອຍເອງເປັນເຈົ້າຂອງ, ແລະພວກເຮົາຈະເຮັດໃຫ້ມັນຄືກັນກັບ Wal-Mart. ພວກເຮົາຈະຕ້ອງການ Wal-Mart ໄປທີ່ນັ້ນເພື່ອຫຍັງ? ຂະນ້ອຍວ່າ, ໃຫ້ຂະນ້ອຍສ້າງພື້ນຖານໂຄງລ່າງເພາະຂະນ້ອຍເຄີຍເຮັດທຸລະກິດຂາຍຍ່ອຍມາ, ຂະນ້ອຍເຂົ້າໃຈ, ພວກເຮົາສາມາດສ້າງ Laos-Mart ເປັນເຈົ້າຂອງໂດຍຄົນລາວ, ໂດຍປະເທດລາວຂຶ້ນມາໄດ້. ຂະນ້ອຍຢູ່ໃນວົງການເຮັດທຸລະກິດຂາຍຍ່ອຍມາ ຂະນ້ອຍຮູ້ວິທີເຮັດແນວນັ້ນ. ຂະນ້ອຍເປັນເຈົ້າຂອງຮ້ານຄ້າ, ເຈົ້າຂອງຮ້ານອາຫານຂອງຕົນເອງ ແລະຂະນ້ອຍຮູ້ວິທີການສ້າງຕັ້ງທຸລະກິດໃຫມ່, ຮູ້ຈັກວິທີທີ່ຈະກໍ່ສ້າງມັນຂຶ້ນມາຕັ້ງແຕ່ຕົ້ນເລີຍ."
ທ່ານນາງກ່າວອີກວ່າ ທ່ານນາງມີຄວາມຊຳນານໃນການບໍລິຫານທຸລະກິດ ແລະເຄີຍເປັນຫົວໜ້າຜູ້ບໍລິຫານ ຂອງບໍລິສັດໃຫຍ່ຂອງສະຫະລັດ ເຊັ່ນ Wal-Mart ມາໄດ້ 30 ປີແລ້ວ ທ່ານນາງຈະສ້າງຕັ້ງ Laos-Mart ດ້ວຍທຶນຂອງຕົນເອງຊຶ່ງຈະຕົກຢູ່ປະມານ 30 ລ້ານໂດລາ. ໃນນັ້ນ ທ່ານນາງຈະເປັນເຈົ້າຂອງ 80 ເປີເຊັນ ແລະລັດຖະບານມີຮຸ້ນສ່ວນ 20 ເປີເຊັນ ຊຶ່ງທ່ານນາງບອກວ່າທາງລັດຖະບານລາວແມ່ນໃຫ້ຄວາມສົນໃຈຫລາຍ.
ເມື່ອໄດ້ຍິນຂ່າວນີ້ທ່ານສົງ, ຄົນລາວອາເມຣິກັນຈາກລັດອາແຄນຊໍທີ່ຮູ້ກ່ຽວກັບການເຄື່ອນໄຫວທາງການເມືອງ ແລະທຸລະກິດຂອງທ່ານນາງດີ ບອກວ່າແຜນການລົງທຶນຂອງທ່ານນາງສຸພາ ຈະນຳຜົນປະໂຫຍດມາໃຫ້ຄົນລາວຫລາຍຊຶ່ງທ່ານເວົ້າວ່າ:
Your browser doesn’t support HTML5
ສຽງ 1 ທ່ານສົງ-ການລົງທຶນຂອງທ່ານນາງສຸພາ ຈະເປັນຜົນດີແກ່ຄົນລາວທົ່ວໄປ
ພ້ອມການນັ້ນທ່ານສົງບອກວ່າມັນຈະນຳລາຍຮັບມາໃຫ້ລັດຖະບານລາວອີກ ດັ່ງທີ່ທ່ານເວົ້າວ່າ:
Your browser doesn’t support HTML5
ສຽງ 2 ທ່ານສົງກ່າວກ່ຽວກັບຜົນປະໂຫຍດທີ່ລັດຖະບານລາວຈະໄດ້ຮັບ
ອີງຕາມຖະແຫລງການດ້ານບັນຍາກາດໃນການລົງທຶນໃນລາວ ຫລື Investment Climate Statements ຂອງສະຫະລັດປະຈຳປີ 2121, ຈີນ, ໄທ, ຝຣັ່ງ, ຫວຽດນາມ ແລະຍີ່ປຸ່ນເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດຕາມລຳດັບ ໂດຍທີ່ຈີນເປັນນັກລົງທຶນລາຍໃຫຍ່ກວ່າໝູ່ທີ່ສຸດເລີຍ. ສ່ວນຂໍ້ມູນດ້ານອັນດັບຂອງສະຫະລັດໃນການລົງທຶນໃນລາວນັ້ນແມ່ນບໍ່ມີ ແຕ່ວ່ານັບແຕ່ປີ 2008 ຫາ 2021 ມູນຄ່າການລົງທຶນຂອງບໍລິສັດສະຫະລັດໃນລາວ ມີຫລາຍກວ່າ 280 ລ້ານໂດລາ. ແຕ່ຢ່າງໃດກໍຕາມຖະແຫລງການນີ້ບອກວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວຖືກຈຳກັດໂດຍການຂາດແຮງງານທີ່ມີຝີມື ແລະລະບົບການສຶກສາ ແລະສາທາລນະສຸກທີ່ມີຄຸນນະພາບບໍ່ສູງ.
ດັ່ງນັ້ນ ດ້ວຍຄວາມມຸ້ງຫວັງຂອງທ່ານນາງສຸພາທີ່ຈະໄປລົງທຶນແລະຝຶກອົບຮົມແຮງງານຢູ່ລາວ ຊຶ່ງເປັນປະເທດທີ່ທ່ານນາງຖືວ່າ ເປັນບ້ານເກີດຂອງຕົນນັ້ນ ມັນຈະປະກອບສ່ວນຊ່ວຍພັດທະນາແຮງງານລາວໄດ້ບໍ່ຫລາຍກໍໜ້ອຍ. ພ້ອມກັນນັ້ນມັນກໍຈະເຮັດໃຫ້ມູນຄ່າການລົງທຶນຂອງສະຫະລັດໃນລາວ ເພີ້ມຂຶ້ນອີກດ້ວຍ.