ວີ​ໂອ​ເອ​ລາວ ລົມ​ກັບ ທ່ານໂທນີ ພູທອນ ຄຳສຸກ ນາຍຊ່າງຫລໍ່ເຄຶ່ອງອາໄຫລ່ເຮືອບິນ ແລະຍານອະວະກາດ

ທ່ານໂທນີ ພູທອນ ຄຳສຸກ ອາເມຣິກັນເຊື້ອສາຍລາວ ນາຍຊ່າງຫລໍ່່ເຄືື່ອງອາໄຫລ່ເຮືອບິນ ແລະຍານອະວະກາດ ທີ່ລັດອໍເຣກັນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ແລງວັນພະຫັດມື້ນີ້ ທ່ານຈະໄດ້ຟັງ ການໂອ້ລົມກັບທ່ານໂທນີ ພູທອນ ຄຳສຸກ ພະນັກງານບໍລິສັດ Precision Castparts Corporation ຫຼື PCC ຊຶ່ງເປັນບໍລິສັດສັນຍາຈ້າງກັບກັບລັດຖະບານກາງສະຫະລັດ ແລະ ບໍລິສັດການບິນຕ່າງໆ. ບໍລິສັດ PCC ຜະລິດເຄື່ອງອາໄຫລ່ເຮືອບິນ ແລະ ເຄື່ອງອີເລັກໂຕຣນິກຫຼາຍໆຢ່າງ. ໜ້າທີ່ວຽກງານຂອງທ່ານໂທນີ ມີຫຍັງແດ່ ນັ້ນ ກິ່ງສະຫວັນ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງການໂອ້ລົມກັບ ທ່ານໂທນີ ຄຳສຸກ

ຢູ່ໃນສະຫະລັດອາເມຣິກາ ມີບໍລິສັດອຸດສາຫະກຳນ້ອຍ ແລະໃຫຍ່ ຫຼາຍໆ ຢ່າງຢູ່ທົ່ວປະເທດ. ບໍລິສັດ Precision Castparts Corporation ຫຼື PCC ກໍແມ່ນບໍລິສັດນຶ່ງ ທີ່ໄດ້ເລີ້ມຕັ້ງຂຶ້ນມາ ໃນປີ 1943 ທີ່ນະຄອນພອດແລນ ລັດ ອໍເຣກັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ. ເວລານັ້ນຍັງເປັນ ບໍລິສັດນ້ອຍໆທີ່ໄດ້ຂະຫຍາຍຂຶ້ນມາເປັນບໍລິສັດທີ່ໃຫຍ່ຢູ່ໃນສະຫະລັດ ແລະນຳ ໜ້າດ້ານອຸດສາຫະກຳຫລໍ່ຊິ້ນສ່ວນເຄື່ອງຈັກ ເຄື່ອງອາໄຫລ່ເຮືອບິນຕ່າງໆ ຮວມ ທັງຍານອະວະກາດ ທີ່ມີຄວາມສະຫລັບສັບຊ້ອນທາງດ້ານເທັກໂນໂລຈີ.

ລັດອໍເຣກັນ ແມ່ນລັດນຶ່ງທີ່ມີຊາວອົບພະຍົບລາວ ເຂົ້າມາຕັ້ງຖິ່ນຖານເມື່ອສີ່ທົດ ສະວັດກ່ອນ ເພາະສະນັ້ນ ຢູ່ບໍລິສັດ PCC ແຫ່ງນີ້ມີຊາວອາເມຣິກັນເຊື້ອສາຍ ລາວຫຼາຍຮ້ອຍຄົນພາກັນເຮັດວຽກປະກອບອາຊີບຢູ່ໃນໜ້າທີ່ຕ່າງໆ. ທ່ານໂທນີ ພູທອນ ຄຳສຸກ ກໍແມ່ນຜູ້ນຶ່ງ ທີ່ເຮັດວຽກຄວບຄຸມ ເຄື່ອງຄອມພິວເຕີ CNC (Nymerial Computer Control) ອັນເປັນພາກສ່ວນນຶ່ງ ຂອງວຽກງານ ມາ ໄດ້ກວ່ານຶ່ງທົດສະວັດແລ້ວ. ບໍລິສັດ PCC ມີສັນຍາຈ້າງກັບລັດຖະບານກາງ ສະຫະລັດ ບໍລິສັດການບິນຕ່າງໆ ທີ່ຜະລິດເຄື່ອງອາໄຫລ່ທີ່ສຳຄັນ ແລະເປັນ ຄວາມລັບດ້ານເທັກໂນໂລຈີ. ທ່ານໂທນີ ໄດ້ອະທິບາຍເຖິງພື້ນຖານ ຂັ້ນຕອນ ແລະການສະໝັກເຂົ້າມາເຮັດວຽກສູ່ ວີໂອເອ ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງການໂອ້ລົມກັບ ທ່ານໂທນີ ຄຳສຸກ

ທ່ານໂທນີ ໄດ້ອະທິບາຍເຖິງໜ້າທີ່ວຽກງານຂອງທ່ານ ຄວາມສຳຄັນຂອງລະບຽບ ການທີ່ຈະຕ້ອງໄດ້ປະຕິບັດຕາມ ຫຼັງຈາກຖືກຈ້າງເຂົ້າມາເປັນພະນັກງານ ຊຶ່ງທ່ານ ໄດ້ເວົ້າສູ່ຟັງວ່າ:

Your browser doesn’t support HTML5

ເຊີນຟັງທ່ານໂທນີ ຄຳສຸກ

ບໍລິສັດ PCC ມີພະນັກງານເປັນຄົນອາເມຣິກັນເຊື້ອສາຍລາວ ຫຼາຍຮ້ອຍຄົນທີ່ ພາກັນມີບົດບາດ ຕັ້ງໜ້າຕັ້ງຕາເຮັດວຽກຢ່າງດຸໜັ່ນ ໄດ້ຮັບຄວາມໄວ້ວາງໃຈໃນ ດ້ານແຮງງານ ສຳລັບຜູ້ເປັນນາຍຈ້າງ ຊຶ່ງທ່ານໂທນີໄດ້ກ່າວເຖິງຕອນນີ້ວ່າ:

Your browser doesn’t support HTML5

ເຊີນຟັງທ່ານໂທນີ ຄຳສຸກ

ຂັ້ນຕົ້ນຂອງການເລີ້ມຜະລິດເຄື່ອງອາໄຫລ່ ຈະມີແຕ່ພວກແມ່ຍິງເປັນສ່ວນໃຫຍ່ ຂຶ້ນມາເປັນລຳດັບ ຊຶ່ງທ່ານໂທນີໄດ້ອະທິບາຍຕໍ່ໄປວ່າ:

Your browser doesn’t support HTML5

ເຊີນຟັງທ່ານໂທນີ ຄຳສຸກ

PCC ເປັນບໍລິສັດເອກກະຊົນໃຫຍ່ມີຊື່ສຽງຂອງສະຫະລັດ ມີສາຂາຢູ່ທົ່ວສະຫະ ລັດ ແລະຕ່່າງປະເທດ. ບັນດາພະນັກງານໄດ້ຮັບການດູແລແລະຜົນປະໂຫຍດ ຫຼາຍຢ່າງ ເຊັ່ນປະກັນໄພສຸຂະພາບ ພັກປະຈຳປີ ເຮັດວຽກລ່ວງເວລາ ແລະກຳ ໄລປະຈຳປີຈາກທຸລະກິດຂອງບໍລິສັດ ຊຶ່ງທ່ານໂທນີ ກ່າວວ່າ:

Your browser doesn’t support HTML5

ເຊີນຟັງທ່ານໂທນີ ຄຳສຸກ

ນະຄອນພອດແລນ ລັດອໍເຣກັນ ມີໂຮງງານອຸດສາຫະກຳ ພ້ອມທັງບໍລິສັດເທັກ ໂນໂລຈີຫຼາຍໆບໍລິສັດ ທີ່ຊາວອາເມຣິກັນເຊື້ອສາຍລາວພາກັນຊົມໃຊ້ ປະກອບວິ ຊາອາຊີບ ນັບແຕ່ໄດ້ເຂົ້າມາຕັ້ງຖິ່ນຖານແລະປະສົບຜົນສຳເລັດ. ສູນກາງສັງຄົມ ຂອງຊາວລາວອາເມຣິກັນ ກໍຄືວັດວາອາຮາມ ທີ່ເປັນບ່ອນສັກກາລະບູຊາ:

ນັ້ນແມ່ນຜົນສຳເລັດ ການເຮັດວຽກງານ ແລະການດຳລົງຊີວິດຂອງຊາວອາເມ ຣິກັນເຊື້ອສາຍລາວຢູ່ທີ່ລັດອໍເຣກັນ ສະຫະລັດອາເມຣິກາ.