ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຫະລັດສົ່ງທະຫານອີກ 2,000 ຄົນ ໄປຢູໂຣບເພື່ອເພີ້ມຄວາມເຂັ້ມແຂງໃຫ້ແກ່ປະເທດທີ່ຢູ່ກ້ຳຕາເວັນອອກຂອງອົງການເນໂຕ້.
Your browser doesn’t support HTML5
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ສະຫະລັດສົ່ງທະຫານອີກ 2,000 ຄົນໄປຢູໂຣບ, 2. ທ່ານໄບເດັນມີແຜນການເພື່ອຫລຸດຜ່ອນອັດຕາການເສຍຊີວິດ ຍ້ອນໂຣກມະເຮັງໃຫ້ໄດ້ຢ່າງໜ້ອຍ 50 ເປີ ໃນປີ 2047, ແລະ 3. ອາວຸດທີ່ເປັນພະລັງງານແມ່ເຫຼັກແມ່ນເຫດຜົນທີ່ອະທິບາຍເຖິງ ອາການພະຍາດຮາວານາໄດ້.