ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ເດີນທາງໄປຮອດ ສິງກະໂປ

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ຖືກຕ້ອນຮັບໂດຍລັດຖະມົນຕີການຕ່າງປະເທດສິງກະໂປ ທ່ານວິວຽນ ບາລາກຣິສນັນ ແລະຄະນະຂອງທ່ານ ຂະນະທີ່ທ່ານນາງ ເດີນທາງໄປຮອດຖານທັບອາກາດ ປາຢາເລບາ ເມື່ອວັນທີ 22 ສິງຫາ 2021.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ເດີນທາງໄປຮອດສິງກະໂປແລ້ວ ເພື່ອເລີ້ມການເຈລະຈາຫາລື ໃນວັນຈັນມື້ນີ້ ສຳລັບການເລີ້ມຕົ້ນການຢ້ຽມຢາມເຂດເອເຊຍຕາເວັນອອກສຽງໃຕ້ເປັນເວລາສັ້ນໆ.

ທ່ານນາງໄດ້ເຂົ້າຮ່ວມໃນພິທີຕ້ອນຮັບ ກ່ອນມຸ້ງໜ້າໄປພົບປະກັບປະທານາທິບໍດີຮາລີມາ ຢາກັບ (Halimah Yakob) ແລະນາຍົກລັດຖະມົນຕີຫຼີຊຽນລຸງ (Lee Hsien Loong) ແຫ່ງສິງກະໂປ.

ໃນຕອນແລງຂອງວັນອັງຄານ ມື້ອື່ນນີ້ ທ່ານນາງຄາມາລາ ແຮຣິສ ຈະເດີນທາງໄປຫວຽດນາມ ຊຶ່ງຈະກາຍເປັນຮອງປະທານາທິບໍດີສະຫະລັດຄົນທຳອິດ ທີ່ເດີນທາງໄປຢ້ຽມຢາມນະຄອນຫຼວງຮາໂນ່ຍ ໃນຂະນະທີ່ວໍຊິງຕັນຊອກຫາຊ່ອງທາງເພື່ອຈະເສີມຂະຫຍາຍການໃຫ້ຄວາມສະໜັບສະໜຸນຂອງລະຫວ່າງປະເທດເພື່ອຕ້ານຢັນການມີອິດທິພົນເພີ້ມຂຶ້ນຂອງຈີນ.

ທ່ານນາງຈະໂອ້ລົມກັບເຈົ້າໜ້າທີ່ຂອງສິງກະໂປ ແລະຫວຽດນາມ ກ່ຽວກັບເລື້ອງຄວາມໝັ້ນຄົງ ການປ່ຽນແປງຂອງດິນຟ້າອາກາດ ໂຣກລະບາດໄວຣັສໂຄໂຣນາ ແລະ “ການດຳເນີນຄວາມພະຍາຍາມຮ່ວມ ເພື່ອຊຸກຍູ້ກົດລະບຽບຂອງສາກົນທີ່ອີງໃສ່ການປົກຄອງດ້ວຍຕົວບົດກົດໝາຍ” ອີງຕາມຄໍາເວົ້າຂອງໂຄສົກໄຊມອນ ແຊນເດີຣສ໌.

ການຢ້ຽມຢາມຂອງທ່ານນາງ ມີຂຶ້ນຫຼັງຈາກການເດີນທາງ ຂອງລັດຖະມົນຕີກະ ຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ໃນເດືອນກໍລະກົດຜ່ານມາ ເພື່ອທຳການຢ້ຽມຢາມທັງສິງກະໂປ ແລະຫວຽດນາມ ບວກຟີລິບປິນແລະການພົບປະທາງອອນລາຍນ໌ຂອງລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ເມື່ອວັນທີ 4 ສິງຫາຜ່ານມາ ກັບຄູ່ຕຳແໜ່ງຈາກ 10 ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ຢູ່ທີ່ກອງປະຊຸມສຸດຍອດ.

ການຢ້ຽມຢາມໃນເທື່ອປາກົດວ່າເປັນການສືບຕໍ່ໃນຄວາມພະຍາຍາມຂອງລັດຖະບານທ່ານໄບເດັນ ທີ່ຈະຕ້ານຢັນອິດທິພົນຂອງຈີນ ຢູ່ໃນຂົງເຂດ ທີ່ມີຄວາມສຳຄັນ ແຕ່ກໍຫຼາກຫຼາຍ ຊຶ່ງມີປະຊາຊົນອາໄສຢູ່ 600 ລ້ານຄົນ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານ.

ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ແມ່ນໃຫ້ຄວາມສຳຄັນມາເປັນເວລາດົນນານແລ້ວຕໍ່ບົດບາດຂອງສະຫະລັດ ທີ່ມີຕໍ່ “ຄວາມໝັ້ນຄົງ” ຂອງພວກເຂົາເຈົ້າອີງຕາມບົດວິເຄາະຂອງສະຖາບັນຄົ້ນຄວ້ານະໂຍບາຍການຕ່າງປະເທດທີ່ນຳອອກເຜີຍແຜ່ໃນເດືອນມິຖຸນາຜ່ານມາ.

ວໍຊິງຕັນ ໄດ້ສົ່ງກຳປັ່ນລົບເປັນບາງຄັ້ງບາງຄາວໄປຍັງຂົງເຂດ ຂາຍອາວຸດແລະຊ່ວຍໃນການຝຶກແອບທະຫານ.ກຸ່ມ 10 ປະເທດສະມາຊິກຂອງບັນດາປະຊາຊາດໃນເຂເອເຊຍຕາເວັນອອກສຽງໃຕ້ ແນວໃດກໍຕາມ ແມ່ນຄັດຄ້ານຕໍ່ການທີ່ຈະເຂົ້າຂ້າງປະເທດໃດປະເທດນຶ່ງທີ່ຢູ່ພາຍນອກ ຢ່າງເປັນການເປີດເຜີຍ ອີງຕາມຄຳເວົ້າຂອງພວກນັກວິເຄາະ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ