ອັຟການິສຖານ ແລະຈີນ ຈະເປັນຈຸດເພັ່ງເລັງ ໃນການຢ້ຽມຢາມອິນເດຍ ຂອງທ່ານບລິງເກັນ

ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ

ດ້ວຍສາຍຕາທີ່ແນມເບິ່ງອັຟການິສຖານແລະຈີນ ຢູ່ນີ້ ການເດີນທາງໄປຢ້ຽມ ຢາມອິນເດຍ ຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ທີ່ໃກ້ຈະມີຂຶ້ນ ແມ່ນຄາດກັນວ່າ ຈະເນັ້ນຢ້ຳເຖິງການເປັນຄູ່ພາຄີຍຸດທະສາດ ທີ່ກຳລັງເພີ້ມຂຶ້ນເລື້ອຍໆລະຫວ່າງ ວໍຊິງຕັນ ແລະນິວເດລີ.

ກະຊວງການຕ່າງປະເທດຂອງອິນເດຍ ໄດ້ກ່າວວ່າ ການປຶກສາຫາລືກັນຈະ ເພັ່ງເລັງໃສ່ບັນຫາຕ່າງໆຢູ່ໃນພາກພື້ນແລະທົ່ວໂລກ ລວມທັງ ພາກພື້ນອິນໂດປາຊີຟິກ, ອັຟການິສຖານ ແລະໂຣກລະບາດຂອງພະຍາດໂຄວິດ-19.

ທ່ານບລິງເກັນ ມີກຳນົດຈະຈັດການເຈລະຈາໃນວັນພຸດມື້ອື່ນນີ້ກັບຄູ່ຕຳແໜ່ງຂອງທ່ານຝ່າຍອິນເດຍ ກໍຄື ທ່ານຊູບຣາມານີຢາມ ໄຈຊັນກາຣ ແລະຈະພົບປະກັບນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ນຳດ້ວຍ.

ບັນດານັກວິເຄາະຂອງອິນເດຍ ກ່າວວ່າ ສະຖານະການດ້ານຄວາມໝັ້ນຄົງທີ່ໄດ້ເຜີຍແບອອກມາຢູ່ໃນອັຟການິສຖານ ບ່ອນທີ່ກຸ່ມຕາລີບານ ໄດ້ເຂົ້າຄວບຄຸມເອົາດິນແດນໄດ້ຢ່າງວ່ອງໄວ ໃນຂະນະທີ່ກຳລັງທະຫານຂອງອາເມຣິກາ ຖອນຕົວອອກໄປນັ້ນ ຈະເປັນຈຸດສຸມທີ່ສຳຄັນສຳລັບທັງສອງຝ່າຍ.

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວາ ທ່ານບລິງເກັນ ຈະຫາທາງຂໍການສະໜັບສະໜຸນຈາກອິນເດຍ ໃນການຮັກສາສະຖຽນລະພາບຂອງອັຟການິສຖານ.

ທ່ານດີນ ທອມສັນ ນັກການທູດຂັ້ນສູງຂອງສະຫະລັດ ຮັບຜິດຊອບເອເຊຍພາກກາງແລະໃຕ້ ໄດ້ກ່າວຕໍ່ບັນດານັກຂ່າວໃນວໍຊິງຕັນເມື່ອວັນສຸກຜ່ານມານີ້ ວ່າ “ພວກເຮົາຄາດວ່າ ປະເທດທັງໝົດຢູ່ໃນພາກພື້ນນີ້ ມີຄວາມສົນໃຈຮ່ວມກັນໃນອັຟການິສຖານ ທີ່ມີສະຖຽນລະພາບແລະຄວາມໝັ້ນຄົງໃນອະນາຄົດແລະສະນັ້ນ ເປັນທີ່ແນ່ນອນ ພວກເຮົາຈະໂອລົມກັນກັບຄູ່ພາຄີຝ່າຍອິນເດຍຂອງພວກເຮົາ ວິທີທີ່ພວກເຮົາສາມາດເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ເປົ້າ ໝາຍອັນນັ້ນ ເປັນຮູບປະທຳ.”

ໃນສອງອາທິດຜ່ານມານີ້ ອິນເດຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງຮັກສາຜົນທີ່ໄດ້ມາໃນຕະຫຼອດໄລຍະສອງທົດສະວັດຜ່ານມາຢູ່ໃນອັຟການິສຖານ. ບັນດານັກວິເຄາະກ່າວວ່າ ສະຖານະການໃນອັຟການິສຖານແມ່ນໜ້າເປັນຫ່ວງຢ່າງຍິ່ງ ຕໍ່ນິວເດລີ ຊຶ່ງຢ້ານວ່າ ການຟື້ນຕົວຄືນໃໝ່ຂອງກຸ່ມຕາລີບານນັ້ນ ອາດເປັນຜົນເຮັດໃຫ້ມີບ່ອນຫລົບລີ້ຂອງພວກກໍ່ການຮ້າຍຫຼາຍຂຶ້ນ ຊຶ່ງອາດຈະເປັນບ່ອນນຳໃຊ້ໂດຍພວກກຸ່ມອິສລາມຫົວຮຸນແຮງ ເພື່ອແນເປົ້າໝາຍໃສ່ແຄວ້ນແຄສເມຍ ທີ່ອິນເດຍຄຸ້ມຄ້ອງຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ