ປະທານາທິບໍດີ ແລະນາຍົກລັດຖະມົນຕີ ຂອງມາລີ ລາອອກ ຫຼັງຈາກຖືກຈັບ

ຕຳຫຼວດມາລີ ໄປຍາມທີ່ Bourse du Travail ທີ່ພວກຄົນງານ ພາກັນນັດຢຸດງານປະທ້ວງການຈັບກຸມປະທານາທິບໍດີ Bah N'Daw ແລະນາຍົກລັດຖະມົນຕີ Moctar Ouane ໂດຍພວກທະຫານ ທີ່ນະຄອນຫຼວງບາມາໂກ ເມື່ອວັນທີ 25 ພຶດສະພາ 2021.

ປະທານາທິບໍດີ ແລະນາຍົກລັດຖະມົນຕີຊົ່ວຄາວຂອງ ມາລີ ໄດ້ລາອອກແລ້ວ ຫລັງຈາກຖືກຈັບກຸມໂດຍກອງທັບ, ເຊິ່ງເທົ່າກັບເປັນການເຮັດລັດຖະປະຫານຄັ້ງທີ່ສອງ ໃນປະເທດທີ່ຕັ້ງຢູ່ເຂດອາຟຣິກາຕາເວັນຕົກທີ່ມີປັນຫາເປັນເວລາເກົ້າເດືອນມາແລ້ວ.

ປະທານາທິບໍດີ ບາ ເອນດໍ (Bah N’Daw) ແລະນາຍົກລັດຖະມົນຕີ ມອກຕາ ກວານ (Moctar Quane) ໄດ້ລາອອກ ຕາມຖະແຫລງການໃນມື້ວັນພຸດວານນີ້ ຂອງທ່ານບາບາ ຊິດເຊ ( Baba Cissé) ຜູ້ຊ່ວຍຮອງປະທານາທິບໍດີ ຂອງປະເທດ ແລະພັນເອກອາສຊິມີ ກອຍຕາ (Assimi Goita) ເຊິ່ງເປັນຜູ້ນໍາທາງທະຫານໂດຍພຶດຕິໄນ.

ທ່ານ ຊິດເຊ ໄດ້ກ່າວວ່າ ການເຈລະຈາກໍາລັງມີຂຶ້ນ ກ່ຽວກັບການປ່ອຍໂຕນັກການເມືອງທັງສອງ ແລະການຈັດຕັ້ງລັດຖະບານຊຸດໃໝ່.

ທ່ານ ເອນດໍ (N’Daw) ແລະທ່ານ ກວານ (Quane) ໄດ້ຖືກຄຸມຂັງທີ່ກອງບັນຊາການໃຫຍ່ຂອງກອງທັບໃນເມືອງ ກາທີ (Kati) ຕັ້ງແຕ່ມື້ວັນຈັນຜ່ານມາເວລາພວກທ່ານຖືກຈັບກຸມໃນເມືອງຫລວງບາມາໂກ (Bamako). ຄະນະຜູ້ແທນຈາກອົງການຈັດຕັ້ງພູມິພາກເຂດອາຟຣິກາຕາເວັນຕົກ (ECOWAS) ມີກໍາໜົດຈະພົບກັບພວກເຂົາເຈົ້າໃນວັນພຸດວານນີ້.

ທ່ານກອຍຕາ (Goita) ເຊິ່ງເປັນຜູ້ນໍາໃນການເຮັດລັດຖະປະຫານໂຄ່ນລົ້ມປະທານາທິບໍດີ ອິບຣາຮິມ ບູບາຄາ ໄກຕາ (Ibrahim Boubacar Keita) ເມື່ອປີກາຍ, ໄດ້ກ່າວໃນວັນອັງຄານທີ່ຜ່ານມານີ້ວ່າ ພວກເຂົາເຈົ້າ ໄດ້ປົດທ່ານ ເອນດໍ ແລະທ່ານ ກວານອອກ ຍ້ອນພວກເຂົາລະເລີຍ ທີ່ຈະໃຫ້ຄໍາອະທິບາຍ ກ່ຽວກັບການສັບປ່ຽນຄະນະລັດຖະມົນຕີ ທີ່ເຮັດໃຫ້ສະມາຊິກສອງຄົນ ຂອງທະ ຫານຖືກປົດອອກໄປ, ເຊິ່ງລາວກ່າວວ່າ ມັນເປັນການເຄື່ອນໄຫວທີ່ລາວເວົ້າວ່າລະເມີດຂໍ້ຕົກລົງໃນການສ້າງຕັ້ງລັດຖະບານຊົ່ວຄາວຂອງພົນລະເຮືອນ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງມາລີ (Mali) ທ່ານ ຊູເລມານ ດູກວກ (Souleymane Doucour) ກໍ່ຖືກກັກໂຕພ້ອມກັນກັບທ່ານ ເອນດໍ ແລະທ່ານກວານ ເຊັ່ນກັນ.

ກອຍຕາ (Goita) ຍັງກ່າວວ່າ ປະເທດຍັງຢູ່ໃນທິດທາງທີ່ຈະຈັດການເລືອກຕັ້ງປະທານາທິບໍດີ ແລະສະພານິຕິບັນຍັດ ທີ່ກຳນົດໃສ່ເດືອນກຸມພາປີໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ