ອິສຣາແອລ ແລະ ກຸ່ມຮາມາສ ຕົກລົງຢຸດຍິງ ກັນແລ້ວ

ທີ່ເຫັນນັ້ນ ແມ່ນຄວັນແລະແປວໄຟພຸ່ງຂຶ້ນ ຈາກຕຶກອາຄານ ທ່າມກາງການສູ້ລົບລະຫວ່າງອິສຣາແອລ ແລະພວກນັກລົບປາແລສໄຕນ໌ ໃນເຂດກາຊາ ເມື່ອວັນທີ 20 ພຶດສະພາ 2021.

ການຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ເລີ້ມຂຶ້ນໃນເວລາ 2 ໂມງເຊົ້າຂອງວັນສຸກມື້ນີ້ ຕາມເວລາໃນທ້ອງຖິ່ນ ເຮັດໃຫ້ສະພາບການກັບຄືນໄປສູ່​ຄວາມຫງຽບສະງົບແບບທີ່ຍັງມີຄວາມເປັນຫ່ວງກັງວົນໃນເຂດກາຊາ ແລະອິສຣາແອລ.

ປະທານາທິບໍດີໂຈ ໄບເດັນ ກ່າວວ່າ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ໄດ້ແຈ້ງໃຫ້ທ່ານຊາບ ໃນວັນພະຫັດວານນີ້ວ່າ ອິສຣາແອລ “ໄດ້ຕົກລົງທີ່ຈະຢຸດຍິງຕໍ່ກັນ ແບບບໍ່ມີເງື່ອນໄຂ” ກັບກຸ່ມຫົວຮຸນແຮງຮາມາສ.

ກຸ່ມຮາມາສໄດ້ຍິງຈະຫຼວດໂຈມຕີຫົວເມືອງຕ່າງໆຂອງອິສຣາແອລ ຈາກເຂດກາຊາ ນັບແຕ່ວັນທີ 10 ພຶດສະພາເປັນຕົ້ນມາ ຍ້ອນອັນທີ່ກຸ່ມດັ່ງກ່າວເວົ້າວ່າເປັນການລະເມີດສິດທິມະນຸດ ຂອງອິສຣາແອລຕໍ່ຊາວປາແລສໄຕນ໌ ທີ່ນະຄອນເຈຣູຊາແລັມ.

ອິສຣາແອລໄດ້ຕອບໂຕ້ຄືນດ້ວຍການຍິງປືນໃຫຍ່ແລະການໂຈມຕີທາງອາກາດຕໍ່ພວກຜູ້ນຳຂອງກຸ່ມຮາມາສແລະພື້ນຖານໂຄງລ່າງຂອງກຸ່ມດັ່ງກ່າວ. ອິສຣາແອລໄດ້ຖືກປະນາມໂດຍນາໆຊາດ ຍ້ອນໄດ້ທຳລາຍຕຶກອາຄານທີ່ສູງຫຼາຍໆຊັ້ນແລະໂຈມຕີສູນອົບພະຍົບແລະເປົ້າໝາຍອື່ນໆອີກທີ່ໄດ້ເຮັດໃຫ້ພົນລະເຮືອນບາດເຈັບລົ້ມຕາຍຈຳນວນນຶ່ງ.

“ພວກເຮົາໄດ້ສົນທະນາຫາລືຢ່າງຂຸ້ນຂ້ຽວ ຈາກຊົ່ວໂມງຫາຊົ່ວໂມງ ຖ້າຈະເວົ້າແລ້ວ” ນັ້ນຄືຄຳເວົ້າຂອງທ່ານໄບເດັນ ທີ່ກ່າວເຖິງອັນໃນທີ່ທ່ານເອີ້ນວ່າ “ການດຳເນີນການທູດແບບງຽບໆ” ຂອງສະຫະລັດ ເພື່ອໃຫ້ບັນລຸຂໍ້ຕົກລົງນີ້.

ປະທານາທິບໍດີສະຫະລັດ ກ່າວວ່າ ທ່ານໄດ້ໂອ້ລົມກັບທ່ານເນຕັນຢາຮູ 6 ເທື່ອ ໃນໄລຍະ 11 ມື້ທີ່ຜ່ານມາ ຊຶ່ງເປັນສ່ວນນຶ່ງ ໃນການດຳເນີນຄວາມພະຍາຍາມທາງດ້ານການທູດ ຂອງລັດຖະ ບານ ທ່ານຢູ່ທາງເບື້ອງຫຼັງເພື່ອບັນລຸໃຫ້ມີການຍຸຕິການເປັນປໍລະປັກຕໍ່ກັນ.

ທ່ານໄບເດັນກ່າວວ່າ ນອກນັ້ນທ່ານຍັງໄດ້ໂອລົມກັບປະທານາທິບໍດີອີຈິບ ທ່ານອັດແດລ-ຟັດຕາ ແອລ-ຊິສຊີ. ທ່ານໄບເດັນໄດ້ກ່າວໃນລະຫວ່າງການຖະແຫຼງທາງໂທລະພາບທີ່ໃຊ້ເວລາພຽງແຕ່ 4 ນາທີວ່າ “ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ຕໍ່ປະທານາທິບໍດີແອລ-ຊິສຊີ ແລະເຈົ້າໜ້າທີ່ອະວຸໂສຂອງອີຈິບທີ່ໄດ້ເອົາບົດບາດອັນສຳຄັນໃນການດຳເນີນຄວາມພະຍາຍາມທາງດ້ານການທູດນີ້.”

ອຳນາດການປົກຄອງປາແລສໄຕນ໌ ທີ່ບໍລິຫານເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ແລະຫຼາຍປະເທດໃນພາກຕາເວັນອອກກາງ ກໍມີສ່ວນພົວພັນໃນການສົນທະນາຫາລືດັ່ງກ່າວນີ້ນຳ ອີງຕາມຄຳເວົ້າຂອງທ່ານໄບເດັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ