ທ່ານບລິງເກັນ ຢ້ຽມຢາມໄອຊ໌ແລນ ເພື່ອເຂົ້າຮ່ວມການເຈລະຈາ ເລື້ອງດິນຟ້າອາກາດ ແລະປະຊຸມສະພາອາກຕິກ

ທ່ານ Estrid Brekkan (ຊ້າຍ) ຫົວໜ້າພິທີການທູດຂອງໄອຊ໌ແລນ ແລະກັບຕັນ Jon Gudnason ຜູ້ບັນຊາການຖານທັບ ໄປຕ້ອນຮັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ທີສອງຈາກຂວາ) ຂະນະທີ່ທ່ານໄປເຖິງຖານທັບອາກາດ Keflavik ເມື່ອວັນທີ 17 ພຶດສະພາ 2021.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມຢ້ຽມ ຢາມປະເທດໄອຊ໌ແລນເພື່ອເຈລະຈາຫາລືກ່ຽວກັບປ່ຽນແປງຂອງດິນຟ້າອາກາດແລະເຂົ້າຮ່ວມກອງປະຊຸມສະພາລະດັບລັດຖະມົນຕີຂອງເຂດອາກຕິກ.

ກະຊວງການຕ່າງປະເທດກ່າວວ່າ ໃນການພົບປະຂອງທ່ານໃນວັນອັງຄານມື້ນີ້ກັບປະທານາທິບໍດີໄອຊ໌ແລນ ທ່ານກຸດນີ ໂຈແຮນແນັສສັນ (Gudni Johan-nesson) ແລະ ນາຍົກລັດຖະມົນຕີຄາທຣິນ ເຈກັບສ໌ດອດເທຍ (Katrin Jakobsdottir) ທ່ານບລິງເກັນຈະປຶກສາຫາລືກ່ຽວກັບ ເລື້ອງ “ບູລິມະສິດຂອງສະຫະລັດແລະໄອຊ໌ແລນ ທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ ສິດທິມະນຸດ ການຮ່ວມມືສອງຝ່າຍ ແລະຂົ້ວໂລກເໜືອຫຼືເຂດອາກຕິກ.”

ໝາຍກຳນົດການຂອງທ່ານໃນວັນອັງຄານມື້ນີ້ ຍັງຈະຮວມທັງການໄປຢ້ຽມຢາມໂຮງໄຟຟ້າທີ່ໃຊ້ພະລັງງານຄວາມຮ້ອນຈາກພື້ນໂລກ ທີ່ນະຄອນເຣຈາວິຄ.

ຢູ່ຂ້າງນອກ ກອງປະຊຸມສະພາລະດັບລັດຖະມົນຕີຈາກເຂດອາກຕິກ ໃນວັນພຸດມື້ອື່ນນີ້ ທ່ານບລິງເກັນຍັງຈະພົບປະແບບເຊິ່ງໜ້າເປັນເທື່ອທຳອິດກັບລັດຖະມົນ ຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັອບ. ການພົບປະດັ່ງກ່າວ ມີຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງສະຫະລັດ ກັບຣັດເຊຍ ພວມເພີ້ມທະວີຂຶ້ນ ແລະຈະແຜ້ວທາງໄປສູ່ແຜນການພົບປະສຸດຍອດໃນເດືອນໜ້າ ລະຫວ່າງປະທານາທິບໍດີໂຈ ໄບເດັນ ແລະປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ.

ກະຊວງການຕ່າງປະເທດ ກ່າວວ່າ ການພົບປະລະຫວ່າງທ່ານບລິງເກັນ ແລະທ່ານລາວຣັອບແມ່ນໂອກາດອັນດີສຳລັບການປຶກສາຫາລືເພື່ອເສີມສ້າງ “ຄວາມສຳພັນທີ່ສາມາດທຳນາຍໄດ້ຫຼາຍຂຶ້ນກວ່າເກົ່າກັບປະເທດຣັດເຊຍ” ແລະ “ຂົງເຂດທີ່ພວກເຮົາຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.”

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງ ກ່າວຕໍ່ພວກນັກຂ່າວທີ່ເດີນທາງໄປກັບ ທ່ານບລິງເກັນວ່າ ລັດຖະບານທ່ານໄບເດັນໄດ້ສ້າງຄວາມກ້າວໜ້າທີ່ສຳຄັນ ໃນຄວາມສຳພັນກັບປະເທດຣັດເຊຍ ໃນການບັນລຸຂໍ້ຕົກລົງເພື່ອຕໍ່ອາຍຸສົນທິສັນຍາຫຼຸດກຳລັງອາວຸດນິວເຄລຍ ຫຼື START ແຕ່ກໍຍັງມີຄວາມຫຍຸ້ງຍາກຢູ່ໃນຫຼາຍໆຂົງເຂດ.

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ “ພວກເຮົາສາມາດເຮັດວຽກທີ່ສຳຄັນໃນການຕໍ່ອາຍຸ ສົນທິສັນຍາຫຼຸດກຳລັງອາວຸດຫຼື START ສະບັບໃໝ່ຕື່ມອີກ 5 ປີໃນທັນທີ ແຕ່ ພວກເຮົາຍັງມອງເບິ່ງຂົງເຂດຕ່າງໆ ບ່ອນທີ່ຣັດເຊຍໄດ້ປະພຶດຕົນແບບຮຸກຮານ ແລະດຳເນີນຄວາມພະຍາຍາມແບບເປັນໄພດັ່ງທີ່ປະທານາທິບໍດີໄດ້ເວົ້າໄປແລ້ວ ນັ້ນ ມັນຈະຕ້ອງມີການຊົດໃຊ້ຄ່າເສຍຫາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ