ສະມາຊິກສະພາຕ່ຳພັກຣີພັບບລີກັນ ປົດທ່ານນາງເຊນນີ ອອກຈາກຕຳແໜ່ງ ຜູ້ນຳທີ່ສຳຄັນຂອງພັກ

ສະມາຊິກສະພາຕ່ຳ ລິສ ເຊນນີ ທີ່ສັງກັດພັກຣີພັບບລີກັນ ຈາກລັດໄວໂອມິງ ກ່າວຕໍ່ພວກນັກຂ່າວ ຂະນະທີ່ທ່ານນາງໄປເຖິງ ຫໍລັດຖະສະພາສະຫະລັດ ທີ່ນະຄອນວໍຊິງຕັນ ເມື່ອວັນທີ 12 ພຶດສະພາ 2021.

ບັນດາສະມາຊິກຂອງພັກຣີພັບບລີກັນ ໃນສະພາຕ່ຳ ໄດ້ປົດທ່ານນາງລີສ ເຊນນີ ອອກຈາກຕຳແໜ່ງຜູ້ນຳຂອງພັກໃນສະພາຕ່ຳ ຍ້ອນການຕ້ອງຕິຕໍ່ການກ່າວອ້າງຂອງອະດີດປະທານາທິບໍດີດໍໂນລ ທຣຳ ທີ່ກ່າວອ້າງວ່າ ມີການສໍ້ໂກງຄະແນນສຽງທີ່ເຮັດໃຫ້ທ່ານເສຍໄຊໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຕື່ມອີກ ເມື່ອເດືອນພະຈິກທີ່ຜ່ານມາ.

ການລົງຄະແນນ ດ້ວຍການອອກສຽງໂດຍທາງປາກເປົ່າ ຂອງສະມາຊິກພັກ ໄດ້ປົດລູກສາວຂອງອະດີດຮອງປະທານາທິບໍດີ ດິກ ເຊນນີ ອອກຈາກຕຳແໜ່ງປະທານ ຂອງກຸ່ມຄະນະພັກຣີພັບບລີກັນຂອງສະພາຕ່ຳຊຶ່ງເປັນຕຳແໜ່ງສູງສຸດອັນດັບສາມ ໃນຄະນະນຳພາຂອງສະພາຕ່ຳນີ້ ທີ່ຮັບຜິດຊອບນຳການສື່ສານເພື່ອສົ່ງຂ່າວຂອງພັກໄປຍັງມະຫາຊົນທົ່ວໄປ.

ພັກຣີພັບບລີກັນເປັນພັກສຽງສ່ວນນ້ອຍຢູ່ໃນສະພາຕ່ຳ ເມື່ອປຽບທຽບໃສ່ພັກເດໂມແຄຣັດທີ່ກຳສຽງສ່ວນຫຼາຍ ແຕ່ສະມາຊິກທີ່ສຳຄັນຄົນນຶ່ງ ຂອງພັກຣີພັບບລີກັນ ທ່ານຈິິມ ແບັງສ໌ (Jim Banks) ຈາກລັດອິນດຽນນາກ່າວວ່າ ການລົງຄະແນນສຽງເພື່ອປົດທ່ານນາງເຊນນີ ແມ່ນໃຫ້ສັນຍານເຖິງການຊຸກຍູ້ຄັ້ງໃໝ່ໃນການທີ່ຈະຍາດເອົາໄຊຊະນະ ເພື່ອເຂົ້າຄວບຄຸມ ໃນການເລືອກຕັ້ງລັດຖະສະພາໃນປີ 2022.

ທ່ານແບັງສ໌ ປະທານຄະນະກຳມະການສຶກສາແນວທາງເດີມຂອງພັກຣີພັບບລີກັນ ກ່າວວ່າ “ພວກເຮົາມີຄວາມສາມັກຄີກັນ ຢູ່ເບື້ອງຫຼັງໃນການປະຕິບັດງານອັນດຽວກັນ ເພື່ອຊະນະຄືນສຽງສ່ວນຫຼາຍ ແລະເປັນທີ່ຈະແຈ້ງຈາກວິທີທາງທີ່ການລົງຄະແນນໄດ້ມີຂຶ້ນ ທີ່ວ່າ 99 ເປີເຊັນຂອງສະມາຊິກພວກເຮົາແມ່ນເພັ່ງເລັງໃສ່ເລື້ອງດັ່ງກ່າວ ດັ່ງນັ້ນ ມັນເຖິງເວລາແລ້ວທີ່ຈະກ້າວເດີນໄປໜ້າ.”

ທ່ານນາງເຊນນີ ອາຍຸ 54 ປີ ຫຼັງຈາກໄດ້ສູນເສຍຕຳແໜ່ງຜູ້ນຳຂອງພັກແລ້ວ ໄດ້ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາບໍ່ສາມາດ ທີ່ຈະຮັບເອົາການຕົວລ່າຍຂະໜາດໃຫຍ່ (ທີ່ປະທານາທິບໍດີທຣຳ ໄດ້ຖືກສໍ້ໂກງຄະແນນສຽງ ຈົນເສຍໄຊ ໃນການເຂົ້າຮັບຕຳແໜ່ງ ຕື່ມອີກສະໄໝນຶ່ງເປັນເວລາສີ່ປີ) ແລະຮັບເອົາລັດຖະທຳມະນູນ. ຂ້າພະເຈົ້າຈະເຮັດທຸກສິ່ງຢ່າງທີ່ຂ້າພະເຈົ້າສາມາດ ເພືີ່ອຄ້ຳປະກັນວ່າ ອະດີດປະທານາທິບໍດີຈະບໍ່ສາມາດໄປໃສໄດ້ ໃກ້ໆຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ.

ທ່ານທຣຳ ທີ່ບໍ່ເຄີຍໄດ້ຍອມຮັບຢ່າງເປັນການສ່ວນຕົວວ່າ ທ່ານໄດ້ເສຍໄຊໃຫ້ແກ່ປະທານາທິບໍດີໂຈ ໄບເດັນນັ້ນ ຍັງສືບຕໍ່ກ່າວອ້າງວ່າ ທ່ານໄດ້ຖືກໂກງຄະແນນສຽງໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມອີກ. ທ່ານໄດ້ເດີນທາງອອກຈາກວໍຊິງຕັນບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ທ່ານໄບເດັນສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ແລະໄດ້ພຳນັກຢູ່ທີ່ບ້ານຕາກອາກາດແຄມມະຫາສະໝຸດແອັດແລນຕິກຂອງທ່ານ ໃນລັດຟລໍຣິກາ.

ຫຼັງຈາກໄດ້ມີການລົງຄະແນນສຽງປົດທ່ານນາງເຊນນີແລ້ວ ທ່ານທຣຳກໍກ່າວວ່າ “ລິສ ເຊນນີ ພວມຂົມຂື່ນ ເປັນມະນຸດທີ່ໜ້າຢ້ານ. ນາງບໍ່ມີບຸກຄະລິກສ່ວນຕົວຫຼືມີສິ່ງໃດດີ ທີ່ກ່ຽວຂ້ອງກັບການເມືອງແລະປະເທດຊາດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ