ພວກນັກການເມືອງມັກຈະໄປຢືນວາງທ່າ ແລະກໍຫົວຍິ້ມ ຢູ່ຕໍ່ໜ້າການກໍ່ສ້າງພື້ນ ຖານໂຄງລ່າງຕ່າງໆດ້ວຍຄວາມພາກພູມໃຈ. ແຕ່ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ເຮັດໃນທາງ ທີ່ກົງກັນຂ້າມ ໂດຍໄດ້ຖ່າຍ ຮູບ ຊຶ່ງມີຂົວ ທີ່ບໍ່ໄດ້ຮັບການບົວລະບັດຮັກສາເປັນຢ່າງດີ ຢູ່ທາງດ້ານຫຼັງ ແລະຫຼັງຈາກນັ້ນກໍໄປຢ້ຽມໂຮງງານບຳບັດນ້ຳເສຍ ພ້ອມດ້ວຍກ້ອງຖ່າຍຕິດມືໄປນຳ.
ປະທານາທິບໍດີໄບເດັນ ກ່າວທີ່ເມືອງເລັກຊາລສ໌ (Lake Charles) ໃນລັດຫຼຸຍເຊຍນາ ຫຼັງຈາກທ່ານ ໄດ້ຖືກແນະໂຕ ໂດຍເຈົ້າເມືອງທີ່ສັງກັດພັກຣີພັບບລີກັນ ຊຶ່ງທ່ານກ່າວວ່າ “ພວກເຮົາພວມຢືນຢູ່ທີ່ນີ້ ໃນເງົາຂອງຂົວ ທາງຫຼວງລະຫວ່າງລັດ I-10 ຊຶ່ງຂ້າພະເຈົ້າເອງ ໄດ້ຜ່ານໄປມາຫຼາຍໆຄັ້ງ ໃນອະດີດ ແລະມັນກໍຄືຕົວຢ່າງທີ່ດີທີ່ສຸດທີ່ວ່າພວກເຮົາບໍ່ໄດ້ເອົາໃຈໃສ່ແບບໃດໃນຖານະທີ່ເປັນປະເທດທີ່ ມີການລົງທຶນກ່ຽວກັບອະນາຄົດຂອງເສດຖະກິດພວກເຮົາ ແລະອະນາຄົດຂອງ
ປະຊາຊົນພວກເຮົາ.”
ເຈົ້າເມືອງເລັກຊາລສ໌ ທ່ານນິກ ຮັນເຕີ (Nick Hunter) ກ່າວວ່າ “ທ່ານປະທານາທິບໍດີ ສະມາ ຊິກສະພາທ່ານໃດທ່ານນຶ່ງທີ່ອາດຈະຟັງຢູ່ນັ້ນ ເມືອງເລັກຊາລສ໌ ຕ້ອງການຄວາມຊ່ວຍເຫຼືອດຽວນີ້ ແລະພວກເຮົາກຳລັງຮ້ອງຂໍມັນຢູ່.”
ທ່ານໄບເດັນໄດ້ສະເໜີແຜນການໃຊ້ຈ່າຍໃນມູນຄ່າ 2 ພັນ 300 ຕື້ໂດລາສຳລັບພື້ນຖານໂຄງລ່າງ ແລະວຽກເຮັດງານທຳຢູ່ໃນທົ່ວປະເທດ. ການໄປຢ້ຽມຢາມຂອງທ່ານ ສ່ວນນຶ່ງແລ້ວ ແມ່ນເປັນການທ້າທາຍຕໍ່ຄະນະສະມາຊິກລັດຖະສະພາລັດຫຼຸຍເຊຍນາ ຊຶ່ງໃນເວລານີ້ແມ່ນສັງກັດພັກຣີພັບບລີກັນໂດຍທັງໝົດ ຈົນເທົ່າວັນທີ 11 ພຶດສະພາຈະມານີ້ ເວລາສະມາຊິກສະພາຕ່ຳ ທີ່ໄດ້ຮັບເລືອກໃໝ່ ທ່ານ ທຣອຍ ຄາເຕີ້ (Troy Carter) ເຂົ້າຮັບໜ້າທີ່ ຕາງໜ້າໃຫ້ຄົນຜິວດໍາ ທີ່ມີສຽງສ່ວນຫຼາຍໃນເຂດເລືອກຕັ້ງທີ 2.
ພັກຣີພັບບລີກັນຢືນຢັດກ່ຽວກັບໂຄງການໃຊ້ຈ່າຍສຳລັບພື້ນຖານໂຄງລ່າງໃນຂະໜາດທີ່ນ້ອຍກວ່າ ເຊັ່ນສ້ອມແປງທາງແລະຂົວ ປັບປຸງລະບົບການຂົນສົ່ງແລະຂະຫຍາຍຕາໜ່າງອິນເຕີແນັດຄວາມໄວສູງແທນທີ່ຈະໃຊ້ຈ່າຍເງິນສຳລັບພະລັງງານທາງເລືອກ ແລະໃຫ້ການບົວລະບັດຮັກສາພວກຜູ້ເຖົ້າຜູ້ແກ່.
ແຜນການສ້າງວຽກເຮັດງານທຳ ໃຫ້ຄົນອາເມຣິກັນ ຂອງປະທານາທິບໍດີໄບເດັນແມ່ນ ອີງຕາມ ທ່ານສຕີບ ສກາລິສ (Steve Scalise) ຜູ້ນຳໝາຍເລກສອງຂອງພັກຣີພັບບລີກັນ ໃນສະພາຕ່ຳນັ້ນ ກ່າວວ່າ “ໂຄງການໃຊ້ຈ່າຍລາຄາແພງ ດ້ວຍການຂຶ້ນພາສີ ທີ່ເສຍເງິນເສຍເວລາ ແບບບໍ່ມີປະໂຫຍດທີ່ຊຸກເຊື່ອງມາໃນຮູບຂອງຮ່າງກົດໝາຍພື້ນຖານໂຄງລ່າງ ດ້ວຍການຂຶ້ນພາສີນັ້ນຈະບັງຄັບໃຫ້ວຽກການຕ່າງໆສຳລັບຄົນຊັ້ນກາງຍ້າຍໄປຢູ່ຕ່າງປະເທດ.”
ອະດີດປະທານາທິບໍດີດໍໂນລ ທຣຳ ໄດ້ຊະນະທ່ານໄບເດັນດ້ວຍຄະແນນເກືອບ 20 ເປີເຊັນ ໃນການເລືອກຕັ້ງ ປະທານາທິບໍດີປີ 2020.