ນັກຂ່າວອູການດາ ປະເຊີນກັບໄພອັນຕະລາຍ ຈາກການໃຊ້ກຳລັງປາບປາມ ໃນຂະນະທີ່ເຮັດວຽກເກັບກຳຂ່າວ

ທ່ານພອລ ມູລຸງກີ ນັກຂ່າວທີ່ເຮັດວຽກໃຫ້ແກ່ໜັງສືພິມ New Vision ໄດ້ຮັບບາດເຈັບຈາກການຖືກເຈົ້າໜ້າທີ່ຕີຈົນຫົວແຕກ ໃນຂະນະທີ່ພວມລາຍງານຂ່າວ ຢູ່ນອກຫ້ອງການສະພາສິດທິມະນຸດ ສປຊ ທີ່ນະຄອນຫຼວງກຳປາລາ ປະເທດອູການດາ.

ຢູ່ອູການດາ ພວກນັກຂ່າວລາຍງານວ່າ ເຂົາເຈົ້າໄດ້ຖືກໂຈມຕີໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາເຈົ້າ. ນັກຂ່າວ 2 ຄົນກ່າວວ່າ ພວກເຂົາເຈົ້າໄດ້ຖືກທຸບຕີໃນອາທິດແລ້ວນີ້ ໃນຂະນະທີ່ພວກເຂົາເຈົ້າພວມເກັບກຳຂ່າວການປະທ້ວງກ່ຽວກັບໄຟຟ້າມອດ. ສ່ວນອີກຫຼາຍສິບຄົນໄດ້ຖືກທຸບຕີໃນລະຫວ່າງກ່ອນໜ້າການເລືອກຕັ້ງເມື່ອເດືອນມັງກອນ. Halima Athumani ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນກຳປາລາ ຊຶ່ງໄພສານ ຈະນຳເອົາລາຍລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ນັກຂ່າວອູການດາ ປະເຊີນກັບໄພອັນຕະລາຍ ຈາກການໃຊ້ກຳລັງປາບປາມ ໃນຂະນະທີ່ເຮັດວຽກເກັບກຳຂ່າວ


ເມື່ອວັນທີ 28 ເມສາຜ່ານມານີ້ ໄດ້ເກີດການປະທ້ວງທີ່ເມືອງກາຢຸງກາໃນພາກກາງ ຂອງປະເທດອູການດາ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນພາກັນເດີນຂະບວນປະທ້ວງໄຟຟ້າມອດເປັນເວລາ 2 ອາທິດ.

ມີການສົ່ງພວກນັກຂ່າວໄປເກັບກຳເອົາຂ່າວການເດີນຂະບວນ ຮວມທັງທ່ານອາມອນ ກາຢັນຈາ (Amon Kayanja) ຊຶ່ງເປັນນັກຂ່າວໃຫ້ສະຖານີໂທລະພາບຢູ່ໃນເຂດທ້ອງຖິ່ນ.

ເວລາໄປເຖິງ ທ່ານກາຢັນຈາໄດ້ຈົກເອົາ ກ້ອງຖ່າຍວິດີນ້ອຍອອກມາ ແລະກໍເລີ້ມລາຍງານກ່ຽວ ກັບການປະທ້ວງ​ ແຕ່ເມື່ອຕໍາຫຼວດ ແລະສາລະວັດທະຫານ ໄປຮອດບ່ອນທີ່ມີການປະທ້ວງ ທ່ານກາຢັນຈາ ແລະນັກຂ່າວຍິງເທັດດີ ນາກາລີກາ (Teddy Nakaliga) ກໍໄດ້ຖືກເຈົ້າໜ້າທີ່ໂຈມຕີ. ທ່ານກາຢັນກາ ກ່າວວ່າ:

“ພວກເຂົາເຈົ້າເລີ້ມທຸບຕີພວກເຮົາ. ພວກເຮົາຖາມເຂົາເຈົ້າວ່າເປັນຫຍັງຈຶ່ງທຸບຕີພວກເຮົາ? ພວກເຂົາເຈົ້າບໍ່ໄດ້ໃຫ້ເຫດຜົນໃດໆ. ພວກເຂົາເຈົ້າໄດ້ທັບກ້ອງຖ່າຍຮູບ ໂທລະສັບກໍຖືກທຳ ລາຍ. ພວກເຂົາເຈົ້າມີໄມ້ຄ້ອນ ພວກເຂົາເຈົ້າໄດ້ຂັບໄລ່ພວກເຮົາ ໃຫ້ໜີໄປ. ພວກເຮົາບໍ່ມີຫຍັງຈະເຮັດ.”

ສະຖາບັນຂ່າວລະຫວ່າງປະເທດ ກ່າວວ່າ ທ່ານກາຢັນຈາ ແລະຍານາງນາກາລີກາແມ່ນນັກຂ່າວ 2 ຄົນຂອງຈຳນວນທັງໝົດ 100 ກວ່າຄົນ ທີ່ໄດ້ຖືກທຸບຕີໃນລະຫວ່າງທີ່ກຳລັງເຮັດວຽກເກັບກຳຂ່າວ ຢູ່ໃນປະເທດອູການດາ.

ເຫດການຫຼ້າສຸດ ດັ່ງທີ່ໄດ້ລາຍງານໂດຍພວກນັກຂ່າວທັງສອງ ມີຂຶ້ນ 2 ອາທິດ ຫຼັງຈາກຜູ້ບັນຊາ ການສູງສຸດຂອງກອງທັບອູການດາ ໄດ້ຈັດການແຂ່ງຂັນເຕະບານ ເພື່ອປັບປຸງຄວາມສຳ ພັນກັບສື່ມວນຊົນ.

ທາງກອງທັບອູການດາໄດ້ເສຍໄຊໃນການແຂ່ງຂັນເຕະບານໃຫ້ແກ່ເຈົ້າຂອງສື່ມວນຊົນແລະພວກນັກຂ່າວ. ແຕ່ພວກເຈົ້າໜ້າທີ່ສື່ມວນຊົນ ກ່າວວ່າ ເຂົາເຈົ້າຮູ້ດີວ່າ ການໄດ້ຮັບໄຊຊະນະເຫຼົ່ານັ້ນ ບໍ່ໄດ້ມີຄວາມໝາຍທີ່ສຳຄັນຫຍັງຫຼາຍໃນຊີ ວິດປະຈຳວັນຂອງພວກເຮົາ.

ນາຍພົນຈັດຕະວາຟລາເວຍ ບີເຢັກວາໂຊ (Flavia Byekwaso) ໂຄສົກຂອງກອງທັບກ່າວວ່າ ພວກທີ່ຮັບຜິດຊອບ ໃນການໂຈມຕີ ຈະຖືກນຳໂຕມາລົງໂທດ.ທ່ານນາງຍັງກ່າວວ່າ ຍັງມີອີກຫຼາຍສິ່ງຫຼາຍຢ່າງ ທີ່ຈຳເປັນຈະຕ້ອງໄດ້ເຮັດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນລະຫວ່າງກອງທັບກັບສື່ມວນຊົນ. ນາຍພົນບີເຢັກວາໂຊ ກ່າວວ່າ:

“ພວກເຮົາເຮັດສິ່ງນີ້ ໃນລະດັບທີ່ສູງຂຶ້ນກວ່າເກົ່າ ພວກເຮົາຍັງບໍ່ທັນສາມາດເຄື່ອນຍ້າຍພື້ນດິນໄດ້ເທື່ອ ແລະນີ້ສະແດງໃຫ້ເຫັນວ່າພວກທະຫານຕ້ອງການໃຫ້ມີການສະໜອງຕອບໃນທາງທີ່ດີ. ພວກເຮົາຫາກໍເລີ້ມການແຂ່ງຂັນນີ້ ແຕ່ພວກເຮົາມີແຜນການທີ່ຈະຍົກຍ້າຍໄປຕາມກົມກອງຕ່າງໆເພື່ອບອກພວກເຂົາເຈົ້າຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນ. ຍ້ອນເພື່ອພວກເຂົາເຈົ້າ ພວກເຂົາເຈົ້າຈຶ່ງໄດ້ເຫັນການແຂ່ງຂັນເຕະບານ. ແຕ່ພວກເຂົາເຈົ້າອາດຈະບໍ່ເຂົ້າໃຈກ່ຽວກັບມັນກໍ
ເປັນໄດ້.”

ທ່ານເຟຣເດຣິກ ຈູໂກ (Frederick Juuko) ແມ່ນອາຈານສອນກົດໝາຍ ທີ່ມະຫາວິທະຍາໄລມາກາແຣເຣ. ໃນການລີເລີ້ມ ສະມາຄົມບັນນາທິການໃນວັນຈັນວານນີ້ ທ່ານກ່າວວ່າ ໃນຮອບ 35 ປີທີ່ຜ່ານມານີ້ ລັດຖະບານຂອງປະທານາທິບໍດີ ໂຢເວີຣີ ມູເຊວີນີ ໄດ້ນຳໃຊ້ພວກທະ ຫານ ຕົ້ນຕໍແລ້ວແມ່ນເພື່ອແກ້ໄຂບັນຫາຕ່າງໆ ທີ່ບໍ່ກ່ຽວຂ້ອງກັບພວກທະຫານເລີຍ. ທ່ານຈູໂກກ່າວວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ມັນມີຄວາມສາມາດ ດັ່ງທີ່ທ່ານເຫັນ ຢັບຢັ້ງຕົນເອງໄດ້ຈາກການນຳໃຊ້ວິທີການທາງທະຫານ. ທ່ານໃຫ້ທະຫານແກ້ໄຂທຸກບັນຫາແລະເພາະສະນັ້ນໄດ້ສະໜອງການແກ້ໄຂທາງທະຫານໄວ້ໃຫ້. ສິ່ງເຫຼົ່ານີ້ ໃນລັກສະນະຂອງມັນແລ້ວ ແມ່ນການກົດຂີ່ແລະເປັນການລ່ວງລະເມີດຕໍ່ສິດທິຂອງຜູ້ຄົນຮວມທັງ ແນ່ນອນສື່ມວນຊົນ.”

ສື່ມວນຊົນຢູ່ໃນທົ່ວໂລກສະຫຼອງວັນຄົບຮອບອິດສະຫຼະພາບດ້ານການຂ່າວຂອງໂລກໃນວັນຈັນວານນີ້ ພາຍໃຕ້ເນື້ອໄນຂອງຂໍ້ມູນສ້າງຄວາມດີໃຫ້ແກ່ສາທາະລະນະຊົນ.