ທ່ານນາງອາເດີນ ກ່າວວ່າ ຄວາມແຕກຕ່າງກັບຈີນ ຕໍ່ປະຫວັດດ້ານສິດທິມະນຸດ ແມ່ນຍາກທີ່ຈະປອງດອງກັນໄດ້

ນາຍົກລັດຖະມົນຕີນິວຊີແລນ ທ່ານນາງຈາຊິນດາ ອາເດີນ ຖະແຫຼງຕໍ່ສື່ມວນຊົນ ທີ່ນະຄອນແວລລິງຕັນ ເມື່ອວັນທີ 15 ກຸມພາ 2021.

ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງຈາຊິນດາ ອາເດີນ ກ່າວວ່າ ມີຄວາມເຫັນທີ່ແຕກຕ່າງກັນຫຼາຍຂຶ້ນນັບມື້ກັບປະເທດຈີນ ກ່ຽວກັບປະຫວັດການເຄົາລົບນັບຖືສິດທິມະນຸດ ແຕ່ທ່ານາງກໍກ່າວວ່າ ຄວາມເຫັນທີ່ແຕກຕ່າງກັນເຫຼົ່ານັ້ນໃນທີ່ສຸດກໍບໍ່ໄດ້ກຳນົດຄວາມສຳພັນລະຫວ່າງແວລລິງຕັນກັບຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງຕົນ.

ໃນການກ່າວຄຳປາໄສຂອງທ່ານນາງ ຕໍ່ກອງປະຊຸມສຸດຍອດທຸລະກິດຈີນ ທີ່ນະຄອນອອກແລນ ນາຍົກລັດຖະມົນຕີອາເດີນ ກ່າວວ່າ ມັນບໍ່ໄດ້ຫຼົບຫຼີກຄວາມສົນໃຈຂອງຜູ້ໃດເລີຍ ໃນຂະນະທີ່ບົດບາດຂອງປັກກິ່ງຢູ່ໃນໂລກ ພວມມີການວິວັດ “ຄວາມແຕກຕ່າງລະຫວ່າງລະບົບຂອງພວກເຮົາ ແລະຜົນປະໂຫຍດ ແລະຫຼັກຄຸນຄ່າ ທີ່ຫຼໍ່ຫຼອມລະບົບເຫຼົ່ານັ້ນ ມີຄວາມຫຍຸ້ງຍາກຫຼາຍຂຶ້ນນັບມື້ ທີ່ຈະປອງດອງກັນໄດ້.”

ນາຍົກລັດຖະມົນຕີນິວຊີແລນ ກ່າວວ່າ ລັດຖະບານຂອງທ່ານນາງ ໄດ້ສະແດງ “ຄວາມເປັນຫ່ວງຢ່າງແຮງ” ກັບຈີນ ໃນການປະຕິບັດຕໍ່ພວກຊົນກຸ່ມນ້ອຍຊາວມຸສລິມເຜົ່າວີເກີ້ຢູ່ໃນແຂວງຊິນຈຽງແລະການເຂົ້າຄວບຄຸມຢ່າງເຂັ້ມງວດຫຼາຍຂຶ້ນຕໍ່ເຂດເຄິ່ງປົກຄອງຕົນເອງຮົງກົງ.

ການໃຫ້ຄວາມເຫັນຂອງທ່ານນາງອາເດີນ ມີຂຶ້ນບໍ່ເທົ່າໃດອາທິດຫຼັງຈາກລັດຖະ ມົນຕີການຕ່າງປະເທດ ນານາເອຍ ມາຮູຕາ (Nanaia Mahuta) ໄດ້ສະແດງຄວາມລັງເລໃຈທີ່ຈະຂະຫຍາຍບົດບາດຂອງກຸ່ມພັນທະມິດສືບລັບ Five Eyesໃນການຕ້ອງຕິ ປະຫວັດການເຄົາລົບນັບຖືສິດທິມະນຸດຂອງຈີນ. ກຸ່ມພັນທະມິດ Five Eyes ແມ່ນປະກອບດ້ວຍ ອັງກິດ ອອສເຕຣເລຍ ການາດາ ນິວຊີແລນແລະສະຫະລັດ.

ຄວາມລັງເລໃຈກ່ອນໜ້ານີ້ ຂອງນິວຊີແລນ ທີ່ຈະຕ້ອງຕິຈີນ ຢ່າງເປັນການເປີດ ເຜີຍນັ້ນ ແມ່ນກົງກັນຂ້າມຢ່າງເຫັນໄດ້ແຈ້ງກັບອອສເຕຣເລຍ ຊຶ່ງໄດ້ເກີດຄວາມເຄັ່ງຕຶງທາງດ້ານການທູດ ແລະການຂັດແຍ້ງທາງດ້ານການຄ້າກັບຈີນ ໃນການທີ່ແຄນເບີຣາໄດ້ຮຽກຮ້ອງໃຫ້ນາໆຊາດທຳການສືບສວນກ່ຽວກັບທີ່ມາຕົ້ນຕໍຂອງພະຍາດໂຄວິດ-19 ຊຶ່ງໄດ້ມີການພົບເຫັນເປັນເທື່ອທຳອິດຢູ່ໃນປະເທດຈີນເມື່ຶອທ້າຍປີ 2019.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ