ນັກການທູດ ຄົນສຳຄັນ ຂອງ ສຫລ ກ່າວວ່າ ບໍ່ຄວນຕີລາຄາ ກຳລັງຮັກສາຄວາມສະຫງົບ ອັຟການິສຖານ ຕ່ຳເກີນໄປ

ທ່ານຊາລເມ ຄາລິລຊາດ, ຜູ້ຕາງໜ້າພິເສດຂອງສະຫະລັດ ຮັບຜິດຊອບເລື້ອງອັຟການິສຖານ ເມື່ອວັນທີ 12 ກັນຍາ 2020.

ສະມາຊິກສະພາສະຫະລັດທີ່ເປັນຫ່ວງກ່ຽວກັບການຖອນທະຫານອອກຈາກອັຟການິສຖານໄດ້ຮັບຄຳເຕືອນ ໃຫ້ລະມັດລະວັງໄປໃນທາງທີ່ດີ ຈາກນັກການທູດ ທີ່ເປັນຜູ້ຊ່ວຍໃນການເຈລະຈາກັບພວກກະບົດຕາລີບານໃນປີກາຍນີ້ ເພື່ອແຜ້ວທາງໄປສູ່ການຖອນທະຫານດັ່ງກ່າວ.

ທ່ານຊາລເມ ຄາລີຊາດ (Zalmay Khalizad) ຜູ້ຕາງໜ້າພິເສດສະຫະລັດຮັບຜິດຊອບໃນການບູລະນະສ້າງອັຟການິສຖານຄືນໃໝ່ ໄດ້ໄປປາກົດຕົວຕໍ່ໜ້າກຳມະການຄວາມສຳພັນຕ່າງປະເທດ ຂອງສະພາສູງ ໃນວັນອັງຄານວານນີ້ ໂດຍກ່າວຕໍ່ບັນດາສະມາຊິກສະພາສູງວ່າ ໃນຂະນະທີ່ກຸ່ມຕາລີບານບໍ່ໄດ້ປະຕິບັດໃນທຸກໆດ້ານຂໍ້ຕົກລົງກໍຈິງ ແຕ່ອະນາຄົດຂອງປະເທດດັ່ງກ່າວ ກໍຍັງບໍ່ທັນສູນເສຍເທື່ອ.

ທ່ານຄາລີຊາດກ່າວວ່າ “ຂ້າພະເຈົ້າບໍ່ເຊື່ອວ່າລັດຖະບານຈະພັງທະລາຍ ພວກຕາລີບານຈະເຂົ້າກຳອຳນາດ. ຂ້າພະເຈົ້າໃນທາງສ່ວນຕົວແລ້ວບໍ່ເຊື່ອວ່າ ການພັງທະລາຍລົງໃກ້ຈະເກີດຂຶ້ນໃນໄວໆນີ້.”

ທ່ານກ່າວຕື່ມວ່າ “ມັນຈະເປັນຄວາມຜິດພາດໃນການຊັ່ງຊາຂອງຂ້າພະເຈົ້າທີ່ບໍ່ໄດ້ໃຫ້ຄວາມສຳຄັນແກ່ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານວ່າເປັນກອງກຳລັງທີ່ໜ້າເຊື່ອຖື ທີ່ສາມາດເຮັດໜ້າທີ່ໄດ້ເປັນຢ່າງດີ ແຕ່ແນວໃດກໍຕາມພວກເຂົາເຈົ້າຈະປະເຊີນໜ້າກັບສະພາບການທີ່ຫຍຸ້ງຍາກຫຼາຍຂຶ້ນ.”

ພວກຕ້ອງຕິຕໍ່ການຖອນທະຫານໄດ້ສະແດງຄວາມເປັນຫ່ວງກ່ຽວກັບອະນາຄົດຂອງອັຟການິິສຖານ ນັບແຕ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດໃນຕົ້ນເດືອນນີ້ວ່າ ທ່ານຈະຖອນທະຫານອາເມຣິກັນລະຫວ່າງ 2,500 ຫາ 3,500 ຄົນ ອອກຈາກປະເທດດັ່ງກ່າວ ຊຶ່ງຈະເລີ້ມຂຶ້ນໃນວັນທີ 1 ເດືອນພຶດສະພານີ້.

ສະມາຊິກສະພາ ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າມືຄວາມເປັນຫ່ວງກ່ຽວກັບຄວາມປອດໄພຂອງຊາວອັຟການິສຖານຜູ້ທີ່ເຄີຍເຮັດວຽກກັບກຳລັງຂອງສະຫະລັດ ໃນໄລຍະສອງທົດສະ ວັດທີ່ຜ່ານມາ ແລະກ່ຽວກັບວ່າແມ່ນຫຍັງຈະເກີດຂຶ້ນກັບສິດທິຂອງພວກແມ່ຍິງ ໃນຂະນະທີ່ມີທ່າທາງວ່າ ກຸ່ມຕາລີບານຈະເປັນຜູ້ເຂົ້າກຳອຳນາດຫຼາຍຂຶ້ນ.

ສະມາຊິກສະພາສູງຣອນ ຈອນສັນ ທີ່ສັງກັດພັກຣີພັບບລີກັນ ກ່າວໃນວັນອັງ ຄານວານນີ້ວ່າ “ຂ້າພະເຈົ້າເປັນຫ່ວງກ່ຽວກັບການປະຫານຊີວິດໃນທີ່ສາທາລະນະແລະຄວາມໂຫດຮ້າຍໃນຮູບແບບອື່ນໆອີກ ຊຶ່ງຈະເປັນການກະທຳທີ່ໜ້າລັງແບບບໍ່ໜ້າເຊື່ອເລີຍ.”

ທ່ານຈອນສັນໄດ້ຕັ້ງຄຳຖາມວ່າ “ພວກເຮົາຈະພາກັນນັ່ງເບິ່ງຊື່ໆບໍ? ບີບມືຂອງພວກເຮົາ ແລະກໍສະແດງຄວາມໂສກເສົ້າ ຕໍ່ຄວາມຈິງທີ່ວ່າ ພວກເຮົາໄດ້ສ້າງຄວາມກ້າວໜ້າຢ່າງຫຼວງຫຼາຍບໍ່ແມ່ນບໍ?”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ