ການຖອນກຳລັງ ສະຫະລັດ ອອກຈາກອັຟການິສຖານ ອາດຈະພາດເສັ້ນຕາຍ

ທະຫານກອງທັບແຫ່ງຊາອອັຟການິສຖານ ໄປກວດເບິ່ງ ບ່ອນທີ່ຖືກໂຈມຕີດ້ວຍລົດລະເບີດ ໃສ່ຄ້າຍທະຫານ ທີ່ເມືອງ Shirzad ໃນແຂວງ Nangarhar province ເມື່ອວັນທີ 30 ມັງກອນ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍອມຮັບ ໃນວັນພະຫັດວານນີ້ວ່າ ທະຫານອາເມຣິກັນ 2,500 ຄົນ ອາດຈະຍັງຢູ່ໃນອັຟການິສຖານຕໍ່ໄປຫຼັງຈາກວັນທີ 1 ພຶດສະພາ ຊຶ່ງເປັນເສັ້ນຕາຍ ທີ່ໄດ້ມີການຕົກລົງກັນໄວ້ວ່າ ກຳລັງອາເມຣິກັນຈະຖອນອອກໄປ ຈາກປະເທດດັ່ງກ່າວ ພາຍໃຕ້ຂໍ້ຕົກລົງເມື່ອນຶ່ງປີຜ່ານມາກັບພວກກະບົດຕາລີບານ.

ທ່ານໄບເດັນກ່າວຕໍ່ພວກນັກຂ່າວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວເທື່ອທຳອິດໃນນາມປະທານາທິບໍດີຢູ່ທີ່ທຳນຽບຂາວໂດຍກ່າວວ່າ “ມັນຈະເປັນການຍາກທີ່ຈະປະຕິບັດໄດ້ທັນຕາມເສັ້ນຕາຍໃນວັນທີ 1 ພຶດສະພາ.”

ທ່ານໄບເດັນກ່າວວ່າ “ຍ້ອນເຫດຜົນໃນດ້ານກົນລະຍຸດ” ມັນອາດພາໃຫ້ມີການຊັກຊ້າ ແຕ່ກໍກ່າວວ່າ ເຖິງແມ່ນສະຫະລັດ ບໍ່ສາມາດເຮັດຕາມກຳນົດເສັ້ນຕາຍແຕ່ທ່ານກໍບໍ່ສາມາດທີ່ຈະມອງເຫັນວ່າ ທະຫານອາເມຣິກັນ ຈະຢູ່ໃນອັຟການິສຖານຕໍ່ໄປຈົນກາຍປີໜ້າ.

ທ່ານເວົ້າວ່າ “ຂ້າພະເຈົ້າບໍ່ສາມາດວາດພາບໄດ້ວ່ານັ້ນແມ່ນເຫດການທີ່ຈະເກີດຂຶ້ນ ມັນບໍ່ແມ່ນຄວາມຕັ້ງໃຈຂອງຂ້າພະເຈົ້າທີ່ຈະຢູ່ທີ່ນັ້ນເປັນເວລາດົນນານ.”

ທ່ານໄບເດັນກ່າວຕື່ມວ່າ “ຄຳຖາມກໍແມ່ນວ່າ ພວກເຮົາຈະປະຕິບັດຕາມ ຂໍ້ຕົກລົງທີ່ໄດ້ເຮັດຂຶ້ນໂດຍປະທານາທິບໍດີທຣຳ ເພື່ອຖອນກຳລັງອອກພາຍໃຕ້ການຕໍ່ລອງທີ່ເບິ່ງຄືວ່າ ມັນບໍ່ສາມາດຕົກລົງກັນໄດ້ ຕັ້ງແຕ່ຕອນເລີ້ມຕົ້ນພຸ້ນນັ້ນ ແບບໃດ ແລະພາຍໃຕ້ສະພາບການແນວໃດ.”

ທ່ານໄບເດັນໄດ້ລິເລີ້ມການທົບທວນຄືນເບິ່ງຂໍ້ຕົກລົງເດືອນກຸມພາປີ 2020 ລະ ຫວ່າງລັດຖະບານຂອງອະດີິດປະທານາທິບໍດີດໍໂນລ ທຣຳ ແລະພວກກະບົດຕາລີບານ ບໍ່ດົນຫຼັງຈາກໄດ້ເຂົ້າຮັບຕຳແໜ່ງ ແລະໃນລະຫວ່າງທີ່ການທົບທວນຍັງບໍ່ທັນສຳເລັດເສັດສິ້ນເທື່ອ ພວກເຈົ້າໜ້າທີ່ອະວຸໂສຫຼາຍໆທ່ານກໍໄດ້ຕັ້ງຄຳຖາມກ່ຽວກັບວ່າ ພວກກະບົດຕາລີບານຍັງປະຕິບັດຕາມຂໍ້ຕົກລົງທີ່ຕົນໄດ້ບັນລຸນັ້ນຫຼືບໍ່.

ນາຍພົນຣິເຈີດ ຄລາກ ຜູ້ບັນຊາການກຳລັງພິເສດຂອງສະຫະລັດ ກ່າວຕໍ່ສະມາຊິກສະພາໃນຕອນເຊົ້າວັນພະຫັດວານນີ້ວ່າ “ມັນເປັນທີ່ຈະແຈ້ງວ່າ ພວກກະບົດຕາລີບານ ບໍ່ໄດ້ປະຕິບັດຕາມໃນອັນທີ່ພວກເຂົາເວົ້າວ່າ ພວກເຂົາຈະເຮັດ ແລະຫຼຸດຜ່ອນຄວາມຮຸນແຮງ. ມັນເປັນທີ່ຈະແຈ້ງວ່າພວກເຂົາໄດ້ໃຊ້ວິທີໂດຍເຈາະຈົງແລະເພີ້ມການກໍ່ຄວາມຮຸນແຮງ ນັບຕັ້ງແຕ່ຂໍ້ຕົກລົງສັນຕິພາບໄດ້ມີການລົງນາມກັນ.”

ສ່ວນພວກເຈົ້າໜ້າທີ່ຄົນອື່ນໆ ກໍເຊັ່ນດຽວກັນ ໄດ້ຕັ້ງຄຳຖາມຕໍ່ຄວາມໝັ້ນໝາຍຂອງພວກກະບົດຕາລີບານທີ່ຈະຄ້ຳປະກັນວ່າອັຟການິສຖານຈະບໍ່ກາຍເປັນຖານປະຕິບັດງານໃຫ້ແກ່ກຸ່ມກໍ່ການຮ້າຍເຊັ່ນອາລກາອີິດາອີກເທື່ອນຶ່ງ ຊຶ່ງຫຼາຍໆຄົນໄດ້ຊີ້ໃຫ້ເຫັນຫຼັກຖານ ທີ່ພວກຜູ້ນຳຂອງກຸ່ມຕາລີບານຍັງບໍ່ທັນຕັດຄວາມສຳພັນກັບອົງການກໍ່ການຮນ້າຍດັ່ງກ່າວນັ້ນເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ