ມີຢ່າງໜ້ອຍ 39 ຄົນຖືກຂ້າຕາຍ ໃນຂະນະທີ່ມຽນມາ ປະກາດກົດໄອຍະການເສິກ ໃນເຂດຊານເມືອງຂອງຢ່າງກຸ້ງ

ຜູ້ປະທ້ວງຄົນນຶ່ງ ພວມຍ່າງຢູ່ໃນຫົນທາງ ທີ່ເຕັມໄປດ້ວຍຖົງນ້ຳ ສຳລັບໃຊ້ລ້າງແກັສນ້ຳຕາ ໃນລະຫວ່າງການປະທ້ວງຕໍ່ຕ້ານການເຮັດລັດຖະປະຫານ ທີ່ທາງແຍກ Hledan ໃນນະຄອນຢ່າງກຸ້ງ ເມື່ອວັນທີ 14 ມີນາ 2021.

ກຳລັງຮັກສາຄວາມສະຫງົບຂອງມຽນມາ ໃນວັນອາທິດວານນີ້ ໄດ້ສັງຫານຢ່າງໜ້ອຍ 39 ຄົນ 22 ຄົນໃນນັ້ນ ແມ່ນຢູ່ໃນເຂດຊານເມືອງຂອງນະຄອນຢ່າງກຸ້ງຊຶ່ງເປັນຫົວເມືອງໃຫຍ່ສຸດຂອງປະເທດ ແລະລາຍງານຂ່າວຈາກມຽນມາແຈ້ງວ່າ ອາດເປັນມື້ທີ່ນອງເລືອດທີ່ສຸດໃນການປະທ້ວງຕໍ່ຕ້ານພວກທະຫານທີ່ເຂົ້າຍຶດອຳໃນການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາຜ່ານມາ.

ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້ ທີ່ໄດ້ອ້າງຄຳເວົ້າຂອງສະມາຄົມຊ່ວຍເຫຼືອນັກໂທດການເມືອງທີ່ເອີ້ນຫຍໍ້ວ່າ AAPP ກ່າວວ່າ ກຳລັງຮັກສາຄວາມສະຫງົບໄດ້ຍິງພວກປະທ້ວງ ທີ່ຄຸ້ມແລງທາຢາ ຊຶ່ງຕັ້ງຢູ່ໃນເຂດຊານເມືອງຂອງນະຄອນຢ່າງກຸ້ງອັນເປັນທີ່ຕັ້ງຂອງໂຮງຈັກໂຮງງານທີ່ຊາວຈີນເປັນເຈົ້າຂອງ. ມີການເບິ່ງກັນວ່າ ຈີນແມ່ນຜູ້ໃຫ້ການສະໜັບສະໜຸນຕໍ່ພວກນາຍທະຫານຂອງມຽນມາ.

ພວກເຈົ້າໜ້າທີ່ໄດ້ປະກາດກົດໄອຍະການເສິກ ຢູ່ໃນຄຸ້ມແລງທາຢາ.

ໂທລະພາບມຽວວັດດີທີ່ທະຫານເປັນເຈົ້າຂອງ ລາຍງານວ່າ ກຳລັງຮັກສາຄວາມສະຫງົບໄດ້ເອົາມາດຕະການ ຫຼັງຈາກໂຮງງານຕັດຫຍິບ 4 ແຫ່ງແລະໂຮງງານເຮັດປຸຍໄດ້ຖືກລອບວາງເພີງ ແລະປະມານ 2,000 ຄົນໄດ້ຢຸດລົດດັບໄຟ ບໍ່ໃຫ້ເຂົ້າໄປເຖິງ ບ່ອນທີ່ເກີດໄຟໄໝ້ ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ້. ຄວັນສີດຳໄດ້ພຸ່ງຂຶ້ນສູ່ທ້ອງຟ້າ ໃນບໍລິເວນດັ່ງກ່າວຊຶ່ງລາຍງານຂ່າວບາງກະແສແຈ້ງວ່າ ໂຮງງານ 2 ແຫ່ງໄດ້ຖືກຈູດ.

ໂຄສົກຂອງພວກທະຫານ ບໍ່ໃຫ້ຕອບໂທລະສັບ ທີ່ໂທໄປຂໍຄວາມເຫັນກ່ຽວກັບເລື້ອງນີ້.

ມີພວກປະທ້ວງອີກ 16 ຄົນໄດ້ຖືກຂ້າຕາຍ ຢູ່ຕາມຫົວເມືອງໃຫຍ່ແລະຫົວເມືອງນ້ອຍຕ່າງໆ ອີງຕາມຄຳຖະແຫຼງຂອງອົງການ AAPP ພ້ອມກັບຄໍາເວົ້າຂອງຕໍາຫຼວດຄົນນຶ່ງ. ມື້ທີ່ຮ້າຍແຮງທີ່ສຸດກ່ອນໜ້ານີ້ແມ່ນວັນທີ 3 ມີນາ ເວລາ 38 ຄົນມີລາຍງານວ່າ ໄດ້ເສຍຊີວິດໃນທົ່ວປະເທດມຽນ
ມາ.

ການປະທ້ວງໄດ້ກ້າວເຂົ້າສູ່ອາທິດທີ 7 ແລ້ວ ຫຼັງຈາກພວກທະຫານໄດ້ຈັບກຸມທ່ານນາງອອງຊານ ຊູຈີ ຜູ້ນຳທີ່ແທ້ຈິງ ຂອງມຽນມາ ແລະພາກັນ ເຂົ້າຢຶດອຳນາດ.

ນັບແຕ່ນັ້ນມາ ກຳລັງຮັກສາຄວາມສະຫງົບໄດ້ສັງຫານປະຊາຊົນໄປແລ້ວ 126 ຄົນ ອີງຕາມອົງການ AAPP ແລະຈັບກຸມອີກ ຫຼາຍກວ່າ 2,150 ຄົນມາຮອດວັນເສົາແລ້ວ ແລະມີ 300 ກວ່າຄົນໄດ້ຖືກປ່ອຍໂຕ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ