ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຫຼາຍສິບຄົນໃນຮົງກົງ ຖືກກ່າວຫາພາຍໃຕ້ກົດໝາຍ ຄວາມໝັ້ນຄົງ ສະບັບໃໝ່

ທ່ານເບັນນີ ຕ່າຍ ສາສະດາຈານກົດໝາຍ ແລະນັກເຄື່ອນໄຫວເພື່ອປະຊາທິປະໄຕໃນຮົງກົງ ໄປຮອດປ້ອມຕຳຫຼວດ ມາ ໂອນ ຊານ ໃນວັນທີ 28 ກຸມພາ 2021.

ພວກນັກເຄື່ອນໄຫວນິຍົມປະຊາທິປະໄຕ ແລະນັກການເມືອງ 47 ຄົນໃນຮົງກົງ ໄດ້ໄປລາຍງານໂຕ ຕໍ່ພວກເຈົ້າໜ້າທີ່ໃນວັນອາທິດວານນີ້ ແລະຖືກກ່າວຫາຢ່າງເປັນທາງການວ່າ ພະຍາຍາມຫາທາງໂຄ່ນລົ້ມລັດຖະບານ ພາຍໃຕ້ກົດໝາຍວ່າດ້ວຍຄວາມໝັ້ນແຫ່ງຊາດສະບັບໃໝ່ ທີ່ເປັນບັນຫາໂຕ້ແຍ້ງ.

ຂໍ້ກ່າວຫານີ້ແມ່ນພົວພັນກັບການເຂົ້າຮ່ວມຂອງພວກເຂົາເຈົ້າໃນປີກາຍນີ້ໃນການເລືອກຕັ້ງຂັ້ນຕົ້ນສະພານິຕິບັນຍັດຮົງກົງທີ່ບໍ່ເປັນທາງການ. ພວກນັກເຄື່ອນໄຫວທີ່ຖືກຈັບເມື່ອເດືອນແລ້ວ ແຕ່ຖືກປ່ອຍນັ້ນ ໄດ້ຖືກປະຕິເສດບໍ່ໃຫ້ປະກັນໂຕບໍ່ໃຫ້ປະກັນໂຕ ແລະຄາດວ່າຈະໄປປາກົດໂຕຢູ່ສານໃນວັນຈັນມື້ນີ້.

ຖະແຫຼງການສະບັບນຶ່ງ ຢູ່ເວັບໄຊຂອງລັດຖະບານຮົງກົງ ໄດ້ກ່າວວ່າ ຂໍ້ຫາດັ່ງ ກ່າວແມ່ນ “ນຶ່ງກະທົງໃນການສົມຮູ້ຮ່ວມຄິດເພື່ອຫາທາງໂຄ່ນລົ້ມລັດຖະບານ.”

ພວກທີ່ຖືກຂໍ້ຫາແມ່ນຮວມທັງ ໂຈຊົວ ວອງ ຊຶ່ງໄດ້ຖືກຄຸກໄປແລ້ວຫຼັງຈາກຖືກພົບເຫັນວ່າມີຄວາມຜິດໃນຂໍ້ຫາທີ່ພົວພັນກັບການໂຮມຊຸມນຸມແບບຜິດກົດໝາຍໃນຄະດີນຶ່ງອີກຕ່າງຫາກ. ລາວໄດ້ຖືກຕັດສິນໂທດ ໃນຖານຍຸແຍ່ ແລະຈັດຕັ້ງການເດີນຂະບວນປະທ້ວງເມື່ອເດືອນມິຖຸນາ ປີ 2019.

ນອກນັ້ນ ອະດີດສາສະດາຈານສອນກົດໝາຍ ທ່ານເບັນນີ ຕ່າຍ (Benny Tai) ແລະອະດີດສະມາຊິກສະພານິຍົມປະຊາທິປະໄຕ ທ່ານນາງຄລາວເດຍ ໂມ (Claudia Mo) ກໍໄດ້ຖືກຂໍ້ຫາດັ່ງກ່າວຄືກັນ.

ພວກທີ່ຖືກເຈົ້າໜ້າທີ່ຮຽກໂຕໄປພົບໃນວັນອາທິດວານນີ້ ຖືກແຈ້ງໃຫ້ຊາບບໍ່ເທົ່າໃດມື້ ທີ່ພວກເຂົາເຈົ້າຕ້ອງໄດ້ໄປລາຍງານໂຕ ຕໍ່ປ້ອມຕຳຫຼວດ ເພື່ອຖືກຄຸມຂັງ.ພວກເຂົາເຈົ້າຄາດວ່າຈະຖືກເຈົ້າໜ້າທີ່ຄຸມຂັງໃນເດືອນເມສານີ້.

ພວກເຂົາເຈົ້າແມ່ນຮວມຢູ່ໃນບັນດານັກເຄື່ອນໄຫວສຳຄັນໆຫຼາຍໆຄົນທີ່ຖືກຈັບ ໃນໄລຍະສອງສາມເດືອນທີ່ຜ່ານມານີ້ ຮວມທັງມະຫາເສດຖີສື່ມວນຊົນ ຈິມມີ ລາຍ. ລາວໄດ້ຖືກກ່າວຫາວ່າ ສົມຮູ້ຮ່ວມຄິດກັບຕ່າງປະເທດ. ໃນຂະນະດຽວກັນ ບຸກຄົນອື່ນໆນັ້ນແມ່ນພາກັນຫລົບໜີ ໄປລີ້ໄພຢູ່ໃນຕ່າງປະເທດ.

ໃນການໃຫ້ສຳພາດກັບວີໂອເອ ນັກເຄື່ອນໄຫວຮົງກົງ ທີ່ໄປລີ້ໄພຢູ່ໃນຕ່າງປະ ເທດ ທ່ານແບັກຈີໂອ ເລີງ (Baggio Leung) ຊຶ່ງເວລານີ້ຢູ່ທີ່ວໍຊິງຕັນ ໄດ້ຕ້ອງຕິການຄຸມຂັງພວກນັກເຄື່ອນໄຫວ 47 ຄົນ.

ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າ ອັນທີ່ເອີ້ນວ່າ ອາຊະຍາກຳນີ້ ແມ່ນເປັນເລື້ອງທີ່ໜ້າຢາກຫົວ ພວກນັກເຄື່ອນໄຫວ 47​ ຄົນ ເວລານີ້ພວມປະເຊີນກັບໂທດໜັກສຸດ ຈຳຄຸກຕະຫຼອດຊີວິດ ແລະສິ່ງທີ່ພວກເຂົາເຈົ້າໄດ້ເຮັດ ກໍມີແຕ່ພະຍາຍາມທີ່ຈະເອົາຊະນະເພື່ອໃຫ້ໄດ້ຮັບສຽງສ່ວນຫຼາຍຢູ່ໃນສະພາເທົ່ານັ້ນ.”

ທ່ານເລີງກ່າວຕື່ມວ່າ “ບໍ່ມີພື້ນທີ່ສຳລັບພັກນິຍົມປະຊາທິປະໄຕທີ່ຖືກຕ້ອງຕາມກົດໝາຍເຫຼືອຢູ່ເລີຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ