ປ. ທຣຳ ຮຽກຮ້ອງ ບໍ່ໃຫ້ສະພາສູງ ຍົກເລີກການວີໂຕ້ ຮ່າງກົດໝາຍ ງົບປະມານປ້ອງກັນປະເທດ

ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ ເມື່ອວັນທີ 27 ມີນາ 2019.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຮຽກຮ້ອງໃຫ້ສະພາສູງຢ່າໄດ້ລົບລ້າງການໃຊ້ສິດຢັບຢັ້ງຫຼືວີໂຕ້ຂອງທ່ານຕໍ່ຮ່າງງົບປະມານການໃຊ້ຈ່າຍໃນດ້ານປ້ອງກັນປະເທດ ມູນຄ່າ 740 ຕື້ໂດລາ ເຖິງແມ່ນໃນຂະນະທີ່ທ່ານທຳນາຍວ່າ “ຄະນະນຳພາທີ່ອ່ອນແອແລະອິດເມື່ອຍຂອງພັກຣິພັບບລີກັນ” ຢູ່ໃນສະພາດັ່ງກ່າວຈະອະນຸຍາດໃຫ້ການໃຊ້ສິດຢັບຢັ້ງຂອງທ່ານຖືກລົບລ້າງກໍຕາມ.

ໃນການຕ້ອງຕິເທືີ່ອທຳອິດໃນທຳນອງນີ້ ໃນລະຫວ່າງການເປັນປະທານາທິບໍດີໄລຍະ 4 ປີຂອງທ່ານທຣຳນັ້ນ ບັນດາສະມາຊິກສະພາຕ່ຳສະຫະລັດໄດ້ລົງຄະແນນສຽງຢ່າງຖ້ວມລົ້ນໃນຕອນແລງວັນຈັນຜ່ານມານີ້ ເພື່ອລົບລ້າງການໃຊ້ສິດຢັບຢັ້ງຂອງທ່ານ ແລະສະພາສູງອາດຈະດຳເນີນການແບບດຽວກັນ ໃນວັນພຸດມື້ນີ້. ສະພາສູງໄດ້ໃຫ້ການອະນຸມັດຕໍ່ຮ່າງກົດໝາຍດັ່ງກ່າວ ດ້ວຍຄະແນນສຽງ 84 ຕໍ່ 13 ໃນຕົ້ນເດືອນນີ້ ຊຶ່ງຫຼາຍກວ່າ ຄະແນນສອງສ່ວນສາມທີ່ຕ້ອງການເພື່ອຈະລົບລ້າງການໃຊ້ສິດຢັບຢັ້ງຂອງທ່ານ.

ທ່ານທຣຳໃນວັນອັງຄານວານນີ້ ເອີ້ນຮ່າງງົບປະມານປ້ອງກັນປະເທດວ່າ “ເປັນການກະທຳທີ່ຂີ້ຂາດຕາຂາວແບບເສື່ອມເສຍ ແລະສົມຍອມໂດຍພວກຄົນອ່ອນແອ ໃຫ້ແກ່ບໍລິສັດເທັກໂນໂລຈີຍັກໃຫຍ່.” ທ່ານຂຽນລົງໃນທວີດເຕີ້ວ່າ “ຈົ່ງເຈລະຈາເພື່ອໃຫ້ໄດ້ຮ່າງກົດໝາຍທີ່ດີກວ່ານີ້ ຫຼືວ່າໄດ້ຮັບຜູ້ນຳທີ່ດີກວ່າເກົ່າ ດຽວນີ້ສະພາສູງບໍ່ຄວນຈະໃຫ້ການອະນຸມັດ (ຮ່າງກົດໝາຍປ້ອງກັນຊາດ) ຈົນກວ່າໄດ້ຮັບການແກ້ໄຂແລ້ວ.”

[[ https://twitter.com/realDonaldTrump/status/1343915971480842240 ]]

[[ https://twitter.com/realDonaldTrump/status/1343915972391038977 ]]

ແຕ່ແນວໃດກໍຕາມ ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທີ່ສັງກັດພັກຣິີພັບບລີກັນ ທ່ານມິດຈ໌ ແມັກຄອນແນລ ກໍເຫັນພ້ອມກັບການຊັ່ງຊາຕີລາຄາຂອງທ່ານທຣຳທີ່ວ່າການໃຊ້ສິດຢັບຢັ້ງຂອງທ່ານຈະຖືກລົບລ້າງ ໂດຍກ່າວຕໍ່ສະພາສູງວ່າ “ບໍ່ດົນ ຮ່າງກົດໝາຍທີ່ສຳຄັນສະບັບນີ້ ກໍຈະຖືກຮັບຮອງເອົາເປັນກົດໝາຍແລ້ວ.”

ປະທານາທິບໍດີໄດ້ຕ້ອງຕິຮ່າງກົດໝາຍການໃຊ້ຈ່າຍດ້ານປ້ອງກັນປະເທດ ໃນຫຼາຍໆດ້ານດ້ວຍກັນ ຊຶ່ງທ່ານໄດ້ໂຕ້ແຍ້ງໂດຍປາສະຈາກການໃຫ້ຄຳອະທິບາຍວ່າຮ່າງກົດໝາຍນີ້ ຈະໃຫ້ຜົນປະໂຫຍດແກ່ຈີນ. ນອກນັ້ນທ່ານຍັງເວົ້າວ່າ ມັນໄດ້ຈຳກັດຄວາມສາມາດຂອງທ່ານ ທີ່ຈະນຳເອົາພວກທະຫານກັບຄືນບ້ານ “ຈາກຕ່າງປະເທດ ທີ່ບໍ່ໄດ້ເຮັດຫຍັງໃຫ້ພວກເຮົາເລີຍ.”

ພ້ອມນີ້ ທ່ານທຣຳຍັງໄດ້ທວງໃຫ້ລຶບພາສາທີ່ອະນຸຍາດໃຫ້ມີການປ່ຽນຊື່ຖານທັບຕ່າງໆ ທີ່ໃຫ້ກຽດແກ່ພວກຜູ້ນຳສະຫະພັນລັດພາກໃຕ້ ທີ່ໄດ້ແບ່ງແຍກຕົນເອງອອກຈາກສະຫະລັດໃນຕົ້ນຊຸມປີ 1860 ກ່ອນທີ່ຈະພັງທະລາຍລົງໃນຕອນທ້າຍຂອງສົງຄາມກາງເມືອງ ໃນປີ 1865.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ