ເທີກີ ກ່າວວ່າ ຕົນຈະຕອບໂຕ້ ຕໍ່ການໂຈມຕີ ໂດຍກຳລັງຂອງນາຍພົນຮາຟຕາ

ລັດຖະມົນຕີກະຊວງປ້ອງກັນປະເທດເທີກີ ທ່ານຮູລູຊີ ອາກາດ (ກາງ) ແລະພວກຜູ້ບັນຊາການອະວຸໂສ ຢ້ຽມຢາມທະຫານເທີກີ ທີ່ນະຄອນຫຼວງຕຣີໂປລີ ປະເທດລີເບຍ ເມື່ອວັນເສົາ ທີ 26 ທັນວາ 2020.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງເທີກີກ່າວວ່າ ການໂຈມຕີໃດໆກໍຕາມໂດຍກຳລັງ ຂອງນາຍພົນຄາລີຟາ ຮາຟຕາ ຈາກພາກຕາເວັນອອກຂອງລີເບຍຕໍ່ພວກທະຫານຂອງທ່ານໃນປະເທດລີເບຍ ຊຶ່ງຕັ້ງຢູ່ທາງພາກຕາເວັນເໜືອຂອງອາຟຣິການັ້ນ ຈະຖືກຕອບໂຕ້ດ້ວຍກຳລັງ.

ທ່ານຮູລູຊີ ອາກາ (Hulusi Akar) ໃຫ້ຄວາມເຫັນດັ່ງກ່າວ ໃນລະຫວ່າງການການຖະແຫຼງຕໍ່ກຳລັງທະຫານເທີກີ ປະຈຳການຢູ່ໃນນະຄອນຕຣີໂປລີແລະໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນອາທິດວານນີ້ ໂດຍກ່າວວ່າ “ຮາຟຕາທີ່ເປັນອາຊະຍາກອນສົງຄາມ ເປັນມືສັງຫານແລະພວກສະໜັບສະໜຸນລາວຕ້ອງຮູ້ຈັກວ່າ ພວກເຂົາຈະຖືກເບິ່ງກັນວ່າ ເປັນເປົ້າໝາຍທີ່ຖືກຕ້ອງຕາມກົດໝາຍ ໃນກໍລະນີທີ່ມີການໂຈມຕີໃດໆກໍຕາມ ຕໍ່ກຳລັງທະຫານຂອງເທີກີ.”

ການໃຫ້ຄວາມເຫັນຂອງທ່ານ ມີຂຶ້ນບໍ່ເທົ່າໃດມື້ຫຼັງຈາກນາຍພົນຮາຟຕາກ່າວວ່າ ກຳລັງຂອງທ່ານ “ກະກຽມທີ່ຈະຂັບໄລ່ພວກຢຶດຄອງອອກໄປ ດ້ວຍຄວາມເຊື່ອຄວາມຕັ້ງໃຈແລະດ້ວຍອາວຸດ” ຊຶ່ງໝາຍເຖິງກຳລັງເທີກີທີ່ປະຕິບັດງານເພື່ອສະສະໜັບສະໜຸນລັດຖະບານສາມັກຄີຊາດຂອງລີເບຍ ຫຼື GNA.

ທ່ານອາກາ ກ່າວຕື່ມວ່າ “ຖ້າພວກເຂົາຫາກເອົາບາດກ້າວແບບນັ້ນ ພວກເຂົາຈະບໍ່ສາມາດພົບວ່າ ຈະພາກັນໄປລີ້ຢູ່ບ່ອນໃດ” ຊຶ່ງໝາຍເຖິງກຳລັງຂອງທ່ານຮາຟຕາ.

ທ່ານກ່າວອີກວ່າ “ທຸກໆຄົນຄວນຄິດແລະມີສຳນຶກໄດ້ແລ້ວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ