ສະມາຊິກ ພັກຣີພັບບລີກັນ ຂັດຂວາງຄວາມພະຍາຍາຍາມ ທີ່ຈະຮັບຜ່ານ ການໃຫ້ເງິນຊ່ວຍເຫຼືອ ຕາມທີ່ ປ. ທຣຳ ຕ້ອງການ

ແສງຕາເວັນໃນຕອນເຊົ້າ ພວມສາດໃສ່ຕຶກຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ10 ພະຈິກ 2020.

ສະມາຊິກພັກຣີພັບບລີກັນ ຢູ່ໃນສະພາຕ່ຳ ໄດ້ຂັດຂວາງການດຳເນີນຄວາມພະຍາຍາມຂອງພັກເດໂມແຄຣັດ ທີ່ຈະຮັບຜ່ານແຜນການໃຫ້ເງິນຊ່ວຍເຫຼືອ 2 ພັນໂດລາ ຕາມທີ່ປະທານາທິບໍດີດໍໂນລ ທຣຳ ຕ້ອງການ ຕໍ່ຊາວອາເມຣິກັນຫຼາຍໆລ້ານຄົນທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໂຣກລະບາດໄວຣັສໂຄໂຣນາ.

ໃນຕອນແລງຂອງວັນອັງຄານຜ່ານມານີ້ ປະທານາທິບໍດີທີ່ກຳລັງຈະພົ້ນຈາກຕຳແໜ່ງ ໄດ້ທວງໃຫ້ເພີ້ມການຈ່າຍເງິນໂດຍກົງໃຫ້ແກ່ສ່ວນບຸກຄົນຈາກ 600 ໂດລາ ຂຶ້ນເປັນ 2,000 ໂດລາແລະ 4,000 ໂດລາສຳລັບຄູ່ສາມີພັນລະຍາ ທັງໆທີ່ໄດ້ຮັບການຄັດຄ້ານຢ່າງກວ້າງຂວາງຢູ່ພາຍໃນພັກຣີພັບບລີກັນເອງ.

ໃນວັນພະຫັດວານນີ້ຜູ້ນຳຂອງພັກເດໂມແຄຣັດໃນສະພາຕ່ຳ ທ່ານສເຕນີ ຮອຍເຢີ (Steny Hoyer) ໄດ້ຊອກຫາຊ່ອງທາງເພື່ອຈະໃຫ້ຂໍ້ສະເໜີຂອງທ່ານທຣຳ ໄດ້ຮັບການອະນຸມັດຢ່າງເປັນເອກກະສັນຈາກສະມາຊິກສະພາຕ່ຳ​ ແຕ່ຜູ້ນໍາຂອງພັກຣີພັບບລີກັນຢູ່ໃນສະພາຕ່ຳ ທ່ານເຄວິນ ແມັກທາທີ (Kevin McCarthy) ໄດ້ປະຕິເສດບໍ່ຍອມໃຫ້ການອະນຸມັດ ຊຶ່ງເຮັດໃຫ້ການປະຊຸມທີ່ໃຊ້ເວລາທັງໝົດເປັນເວລາ 12 ນາທີສິ້ນສຸດລົງ.

ທ່ານທຣຳໄດ້ສະເໜີແນະໃນວັນອັງຄານຜ່ານມານີ້ວ່າ ທ່ານຈະບໍ່ລົງນາມໃນຮ່າງກົດໝາຍ ໃຫ້ການຊ່ວຍເຫຼືອໂຄວິດ-19 ສຸກເສີນມູນຄ່າ 900 ພັນລ້ານໂດລານອກຈາກວ່າສະມາຊິກສະພາ ຈະໃຫ້ການອະນຸມັດໃນການໃຫ້ເງິນຊ່ວຍເຫຼືອທີ່ຫຼາຍກວ່າເກົ່າ.

ການໃຊ້ສິດຢັບຢັ້ງຂອງປະທານາທິບໍດີທຣຳ ມີທ່າທາງວ່າ ຈະພາໃຫ້ມີການປິດລັດຖະບານກາງບາງສ່ວນເປັນເວລາສັ້ນໆ ເລີ້ມແຕ່ວັນທີ 29 ທັນວານີ້ເປັນຕົ້ນໄປ ແລະຈະມີການຊັກຊ້າຕໍ່ການແຈກຢາຍເງິນຊ່ວຍເຫຼືອ 600 ໂດລາ ທີ່ຢູໃນຮ່າງກົດໝາຍ ໃນຂະນະທີ່ຊາວອາເມຣິກັນຫຼາຍໆລ້ານຄົນຕ້ອງການໆຊ່ວຍເຫຼືອດັ່ງກ່າວນັ້ນຢູ່.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານມິຈ ແມັກຄອນແນລ ແລະສະມາຊິກສະພາສູງຂອງພັກຣີພັບບລີກັນຄົນອື່ນໆ ບໍ່ເຫັນພ້ອມ ກັບການຈ່າຍເງິນຊ່ວຍເຫຼືອ 2,000 ໂດລາ ໂດຍກ່າວວ່າ ມັນຫຼາຍເກີນໄປ ແລະມີເປົ້າໝາຍທີ່ບໍ່ຄ່ອຍດີ.

ຄວາມພະຍາຍາມຂອງທ່ານທຣຳເພື່ອປ່ຽນແປງຕໍ່ແຜນການບັນເທົາທຸກດັ່ງກ່າວມີຂຶ້ນໃນຂະນະທີ່ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ກະກຽມທີ່ຈະເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ. ຮ່າງກົດໝາຍນີ້ໄດ້ຮັບການອະນຸມັດທັງຈາກສະພາຕ່ຳແລະສະພາສູງ ດ້ວຍຄະແນນສຽງຢ່າງກວ້າງຂວາງ ຈາກທັງສອງພັກການເມືອງ.

ຖ້າປາສະຈາກລາຍເຊັນຂອງປະທານາທິບໍດີທຣຳແລ້ວ ເງິນຫວ່າງງານສຳລັບພວກທີ່ຕົກວຽກ ຍ້ອນໂຣກລະບາດໄວຣັສໂຄໂຣນາ ກໍຈະໝົດອາຍຸລົງພາຍໃນວັນເສົາມື້ອື່ນນີ້ ຕິດຕາມດ້ວຍ ການປິດລັດຖະບານເປັນບາງສ່ວນ ໃນມື້ວັນອັງ ຄານຈະມາ.

ໃນຕົ້ນເດືອນນີ້ ລັດຖະສະພາສະຫະລັດໄດ້ໃຫ້ການອະນຸມັດຕໍ່ງົບປະມານໃນມູນຄ່າ 2 ພັນ 300 ຕື້ໂດລາ ທີ່ຮວມທັງການໃຫ້ຄວາມຊ່ວຍເຫຼືອສຸກເສີນ ສຳລັບ ໂຄວິດ-19 ມູນຄ່າ 900 ພັນລ້ານໂດລາແລະການໃຊ້ຈ່າຍຂອງລັດຖະບານໃນມູນຄ່າ 1 ພັນ 400 ຕື້ໂດລາສຳລັບການໃຊ້ຈ່າຍສຳລັບສົກງົບປະມານປີໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ