ຈີນ ສະເໜີຂໍ້ຈຳກັດຮັດແຄບໃໝ່ ກ່ຽວກັບ ການຈັດພິທີທາງສາສະໜາ ຂອງຊາວຕ່າງປະເທດ

ຊາວຄຣິສຕຽນຈີນ ທີ່ໄປຮ່ວມພິທີທາງສາສະໜາ ໃນຄ່ຳຄືນກ່ອນວັນສະຫຼອງບຸນຄຣິຕມັສ ທີ່ວັດກາໂຕລິກ ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 24 ທັນວາ 2016.

ລັດຖະບານຈີນ ກຳລັງພິຈາລະນາ ທີ່ຈະບັງຄັບໃຫ້ພວກຊາວຕ່າງປະເທດ ທີ່ໄປຢ້ຽມຢາມ ຜູ້ຊຶ່ງຢາກຈັດພິທີທາງສາສະໜາ ກ່ອນອື່ນໝົດຕ້ອງໄດ້ສະໜອງຂໍ້ມູນຕ່າງໆໃນຂອບເຂດ ທີ່ກວ້າງ ຂວາງກ່ຽວກັບວ່າ ມີໃຜແດ່ຈະໄປຮ່ວມ ແລະເຂົາເຈົ້າຈະອ່ານຄຳເທດສະໜາຫຍັງແດ່ ກ່ອນພິທີທາງສາສະໜາດັ່ງກ່າວ ຈະໄດ້ຮັບການອະນຸຍາດຈາກລັດຖະບານ.

ພວກເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າພວມສະເໜີຂໍ້ຈຳກັດຮັດແຄບໃໝ່ເພື່ອຫາທາງຍຸຕິບໍ່ໃຫ້ຊາວຕ່າງປະເທດ ໄປເຜີຍແຜ່ “ລັດທິສາສະໜາ ຫົວຮຸນແຮງຈັດ” ຫຼືບໍ່ໃຫ້ນຳໃຊ້ສາສະໜາ “ເພື່ອບ່ອນທຳລາຍຕໍ່ຄວາມເອກກະພາບແຫ່ງຊາດຂອງຈີນຫຼືຄວາມສາມັກຄີກັບພວກຊົນເຜົ່າ.” ກົດລະບຽບໃໝ່ ຍັງຈະຫ້າມບໍ່ໃຫ້ປະຊາຊົນຈີນໄປຮ່ວມພິທີທາງສາສະໜາໃດໆກໍຕາມ ທີ່ຈັດຂຶ້ນໂດຍຊາວຕ່າງປະເທດ.

ຮ່າງກົດລະບຽບ ທີ່ພິມເຜີຍແຜ່ໂດຍກະຊວງຍຸຕິທຳ ໃນກາງເດືອນພະຈິກຜ່ານມານີ້ ຍັງບັງຄັບໃຫ້ພວກປະຕິບັດສາສະໜາກິດ ຊາວຕ່າງປະເທດ ທີ່ຈະເປັນເຈົ້າພາບຈັດກິດຈະກຳທາງສາສະໜາຢູ່ໃນປະເທດຈີນ ຕ້ອງໄດ້ຍື່ນຄຳຮ້ອງຂໍໃບອະນຸຍາດ ແລະສະແດງໃຫ້ເຫັນວ່າ ເຂົາເຈົ້າ “ເປັນມິດກັບຈີນ” ຢູ່ໃນປະເທດທີ່ມາຕົ້ນຕໍຂອງພວກເຂົາເຈົ້າ.

((http://www.moj.gov.cn/news/content/2020-11/18/zlk_3260126.html))

ການຈັດພິທີທາງສາສະໜາຢູ່ຈີນ ຕາມປົກກະຕິແລ້ວ ແມ່ນຈັດຂຶ້ນໂດຍອົງການຕ່າງໆຂອງທາງການ ເຊັ່ນ ຂະບວນການໂປຣແຕັສຕັ້ງຮັກຊາດ ຫຼືອົງການພຸດທະສາສະໜາແຫ່ງປະເທດຈີນ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງອົງການແນວໂຮມແຫ່ງຊາດຂອງພັກຄອມມູນິສຈີນ. ໃນໄລຍະຜ່ານມາ ຊາວຕ່າງປະເທດທີ່ອາໄສຢູ່ໃນປະເທດຈີນ ສາມາດໄປຮ່ວມຫຼືຈັດພິທີນ້ອຍໆຂຶ້ນໄດ້ ຕາບໃດທີ່ມັນຢູ່ໃນລັກສະນະ ທີ່ບໍ່ມີຄວາມສຳຄັນປານໃດ.

ພວກນັກຊ່ຽວຊານກ່າວວ່າ ກົດລະບຽບໃໝ່ ຊຶ່ງໃນເວລານີ້ ພວມຢູ່ໃນຂັ້ນເປີດຂໍຄວາມເຫັນຈາກມະຫາຊົນນັ້ນ ແລະຄາດວ່າ ຈະກາຍເປັນກົດໝາຍ ໃນຕົ້ນປີໜ້ານີ້ ແມ່ນແນໃສ່ເພື່ອຄວບຄຸມຂົງເຂດທີ່ຍັງບໍ່ທັນມີການກ່າວເຖິງຢ່າງຈະແຈ້ງກ່ຽວກັບກຸ່ມສາສະໜາແລະຜູ້ປະຕິບັດສາສະໜາກິດຊາວຕ່າງປະເທດ ຢູ່ໃນປະເທດຈີນໃຫ້ມີຄວາມເຄັ່ງຄັດຂຶ້ນກວ່າເກົ່າ.

ໝວດສອງຂອງຮ່າງກົດລະບຽບດັ່ງກ່າວໄດ້ເວົ້າເຖິງຢ່າງເປັນການສະເພາະກ່ຽວວ່າແມ່ນຫຍັງທີ່ອົງການເຜີຍແຜ່ສາສະໜາຂອງຕ່າງປະເທດຕ້ອງໄດ້ສະໜອງເວລາຍື່ນຄຳຮ້ອງຂໍໃບອະນຸຍາດ ເພື່ອຈັດກິດຈະກຳຕ່າງໆທາງສາສະໜາ ຮວມທັງກ່າວເຖິງ ປື້ມຄຳສອນຕົ້ນຕໍທາງສາສະໜາທີ່ນຳໃຊ້ ບັນຊີລາຍຊື່ພວກເຂົ້າຮ່ວມ ຖານະທາງດ້ານວີຊາແລະສັນຊາດຂອງພວກກ່ຽວແລະລາຍລະອຽດກ່ຽວກັບພິທີທີ່ຈັດຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ