ຄະນະນຳພາ ເອທິໂອເປຍ ປະຕິເສດ ຕໍ່ການຮຽກຮ້ອງ ຂອງຕ່າງປະເທດ ໃຫ້ແກ້ໄຂບັນຫາຂັດແຍ້ງທີເກຣ ໂດຍທາງການທູດ

ກຳລັງພິເສດອາມຮາຣາ ພວມລົງຈາກລົດ ທີ່ເມືອງດານຊາ (Dansha) ໃນເຂດທີເກຣ ຂອງເອທິໂອເປຍ ເມື່ອວັນທີ 25 ພະຈິກ 2020.

ນາຍົກລັດຖະມົນຕີເອທິໂອເປຍ ໄດ້ປະຕິເສດຕໍ່ການຮຽກຮ້ອງ ໃຫ້ເປີດການເຈລະຈາ ເພື່ອຍຸຕິບັນຫາຂັດແຍ້ງພາຍໃນປະເທດທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍຮ້ອຍຄົນແລະອົບພະຍົບຫຼົບໄພອີກຫຼາຍກວ່າ 40,000 ຄົນ ຢູ່ໃນປະເທດພັນທະມິດທີ່ສຳຄັນຂອງສະຫະລັດ ໃນເຂດອາຟຣິກາຕາເວັນອອກ ຊຶ່ງເປັນທ່າທີ ທີ່ໄດ້ສ້າງຄວາມກັງວົນໃຈໃຫ້ແກ່ພວກນັກການທູດ ນັບແຕ່ອາດິດອາບາບາ ຫາວໍຊິງຕັນກ່ຽວກັບຄວາມເປັນໄປໄດ້ທີ່ອາດຈະເຮັດໃຫ້ບັນຫາຂັດແຍ້ງດັ່ງກ່າວເພີ້ມທະວີຄວາມເຄັ່ງຕຶງຂຶ້ນຕື່ມ.

ໃນວັນພຸດວານນີ້ ນາຍົກລັດຖະມົນຕີ ອາບີ ອາເໝັດ ຜູ້ຊຶ່ງໃນປີກາຍນີ້ ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບໃນຄວາມພະຍາຍາມຂອງທ່ານເພື່ອຫາທາງຍຸຕິບັນຫາຂັດແຍ້ງທີ່ແກ່ຍາວມາເປັນເວລາດົນນານ ລະຫວ່າງປະເທດຂອງທ່ານແລະເອຣິເທຣຍ ທີ່ເປັນເພື່ອນບ້ານນັ້ນ ໄດ້ອອກຖະແຫຼງການສະບັບນຶ່ງ ບໍ່ແມ່ນເຖິງກຸ່ມແນວໂຮມປົດປ່ອຍປະຊາຊົນທິເກຣຫຼື TPLF ທີ່ເປັນຄູ່ສັດຕູ ແຕ່ເຖິງປະຊາຄົມນາໆຊາດ.

ທ່ານອາບີ ກ່າວເຖິງບັນຫາຂັດແຍ້ງ ທີ່ເລີ້ມຕົ້ນຂຶ້ນ ໃນຕົ້ນເດືອນພະຈິກ ເວລາກຸ່ມແນວໂຮມປົດປ່ອຍປະຊາຊົນທິເກຣ ໂຈມຕີກຳລັງທະຫານຂອງລັດຖະບານກາງ ໂດຍເວົ້າວ່າ “ໃນຖານະທີ່ເປັນປະເທດອະທິປະໄຕ ເອທິໂອເປຍມີສິດທິທຸກຢ່າງ ທີ່ຈະຮັກສາແລະບັງຄັບໃຊ້ກົດໝາຍຂອງຕົນ ຢູ່ພາຍໃນເຂດນ້ຳແດນດິນຂອງຕົນ ແລະນັ້ນຄືສິ່ງທີ່ພວກເຮົາກຳລັງຈະປະຕິບັດ.”

ນອກນັ້ນໃນອາທິດນີ້ ປະທານາທິບໍດີຄົນກ່ອນ ຂອງເອທິໂອເປຍ ກໍໄດ້ຂຽນບົດຄວາມທີ່ຍຸແຍ່ໃຫ້ເກີດຄວາມໂມໂຫໂທໂສ ລົງໃນວາລະສານນະໂຍບາຍຕ່າງປະ ເທດ ໃນການປະຕິເສດຕໍ່ການຮຽກຮ້ອງຂອງຂົງເຂດແລະສາກົນ ເພື່ອຊອກຫາທາງເປີດການເຈລະຈາກັນ. ຫ້ອງການຂອງທ່ານອາບີໄດ້ສົ່ງບົດຄວາມໃນທັນທີຜ່ານທາງທວີດເຕີ້ທີ່ມີຫົວຂໍ້ວ່າ “ລັດຖະບານເອທິໂອເປຍແລະຄະນະນຳພາຂອງກຸ່ມແນວໂຮມປົດປ່ອຍປະຊາຊົນທິເກຣ ບໍ່ມີສິນທຳໃນລະດັບທີ່ເທົ່າທຽມກັນ.”

ອະດີດ ນາຍົກລັດຖະມົນຕີ ເຮລມາຣີອາມ ເດຊາເລັກ (Hailemariam Desalegn) ຂຽນວ່າ “ຂ້າພະເຈົ້າເຊື່ອຢ່າງແທ້ຈິງວ່າ ປະຊາຊົນສ່ວນໃຫຍ່ແນະນຳໃຫ້ເອົາວິທີນີ້” ໝາຍຄວາມວ່າ ເປີດການໂອ້ລົມແລະການເຈລະຈາກັນ “ແມ່ນເປັນຄວາມຕັ້ງໃຈທີ່ດີຂອງພວກທີ່ຢູ່ວົງການພາຍນອກ ຊຶ່ງເປັນພຽງການສະທ້ອນເຖິງຄວາມຮູ້ຖ່ອງແທ້ຂອງບຸກຄົນໃດນຶ່ງ ຄວນແກ້ໄຂບັນຫາຂັດແຍ້ງໃນອາຟຣິກາ.”

ບັນຫາຂັດແຍ້ງທີ່ດຳເນີນມາໄດ້ 3 ອາທິດລະຫວ່າງລັດຖະບານກາງແລະກຳລັງປະກອບອາວຸດຂອງເຂດທີເກຣ ແມ່ນໄດ້ສ້າງຄວາມເປັນຫ່ວງ ໃຫ້ແກ່ພວກນັກການທູດຢູ່ໃນທົ່ວໂລກ ຊຶ່ງໄດ້ຮຽກຮ້ອງເປັນສຽງດຽວກັນ ໃຫ້ນາຍົກລັດຖະມົນຕີທີ່ຍັງໜຸ່ມແໜ້ນຂອງທ່ານນີ້ ແກ້ໄຂບັນຫາດັ່ງກ່າວດ້ວຍສັນຕິວິທີ. ເຈົ້າໜ້າທີ່ ຢູ່ທີ່ກະຊວງການຕ່າງປະເທດສະຫະລັດ ທັງໃນປັດຈຸບັນ ແລະຜູ້ທີ່ຈະເຂົ້າມາເປັນຜູ້ຕາງໜ້າ ໃຫ້ແກ່ນະໂຍບາຍ ຂອງສະຫະລັດ ພາຍໃນການນຳພາຂອງປະທາ ນາທິບໍດີທີ່ຄາດວ່າຈະໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນ ແມ່ນຍັງສືບຕໍ່ຮຽກຮ້ອງໃຫ້ເປີດການເຈລະຈາກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ