ອະດີດ ປະທານາທິບໍດີ ຈອຣ໌ຈ ດັບເບິນຢູ ບຸສ ສະແດງຄວາມຍິນດີ ຕໍ່ທ່ານໄບເດັນ

ໃນພິທີມອບທຶນການສຶກສາ ທີ່ສູນກາງປະທານາທິບໍດີຈອຣ໌ຈ ດັບເບິນຢູ ບູສ ທີ່ນະຄອນດາລລັສ ລັດເທັກຊັສ ເມື່ອວັນທີ 27 ມິຖຸນາ 2019.

ອະດີດ ຮອງປະທານາທິບໍດີ ສະຫະລັດ ທ່ານຈອຣ໌ຈ ດັບໂບຢູ ບຸສ ໃນວັນອາທິດວານນີ້ ໄດ້ສະແດງຄວາມຍິນດີຕໍ່ທ່ານໂຈ ໄບເດັນ ຜູ້ທີ່ຄາດຄະເນວ່າເປັນຜູ້ຊະນະການເລືອກຕັ້ງເມື່ອອາທິດແລ້ວນີ້ ໂດຍກ່າວວ່າ ປະທານາທິບໍດີຜູ້ທີ່ຖືກເລືອກຈາກພັກເດໂມແຄຣັດໄດ້ “ຊະນະໂດຍມີໂອກາດທີ່ຈະນຳພາແລະສ້າງຄວາມປອງດອງສາມັກຄີໃຫ້ແກ່ປະເທດຊາດຂອງພວກເຮົາ.”

ທ່ານບຸສ ຜູ້ທີ່ໄດ້ຮັບຕຳແໜ່ງເປັນຫົວໜ້າຜູ້ບໍລິຫານຂອງປະເທດຈາກປີ 2001 ຫາຕົ້ນປີ 2009 ໄດ້ກ່າວວ່າ ທ່ານກໍມີ “ຄວາມເຫັນແຕກຕ່າງດ້ານການເມືອງ” ກັບທ່ານໄບເດັນ ແຕ່ວ່າ ທ່ານກໍໄດ້ຂໍວິ້ງວອນ ໃຫ້ທ່ານໄບເດັນ “ດ້ວຍຄຳອະທິ ຖານຂອງຂ້າພະເຈົ້າເພື່ອໃຫ້ທ່ານຈົ່ງປະສົບຜົນສຳເລັດ ແລະຄຳປະຕິຍານທີ່ຈະຊ່ອຍໃນທາງໃດ ທີ່ຂ້າພະເຈົ້າສາມາດຊ່ອຍໄດ້.” ທ່ານບຸສ ຍັງໄດ້ໂທລະສັບຫາທ່ານນາງຄາມາລາ ແຮຣິສ ຮອງປະທານາທິບໍດີຜູ້ທີ່ຖືກເລືອກໃໝ່ເພື່ອສະແດງຄວາມຍິນດີຕໍ່ທ່ານນາງ.

ທ່ານບຸສ ໄດ້ກ່າວວ່າ ທ່ານໄດ້ຂອບໃຈທ່ານໄບເດັນ ສຳລັບ “ຂໍ້ຄວາມທີ່ຮັກຊາດ” ໃນຄຳປາໄສຂອງທ່ານທີ່ໄດ້ກ່າວໄປໃນແລງວັນເສົາຜ່ານມາຢູ່ທີ່ນະຄອນ ວີລມິງຕັນ ລັດເດລາແວ ໃກ້ບ້ານພັກຂອງທ່ານ ໃນຂະນະທີ່ທ່ານໄດ້ກ່າວອ້າງເອົາໄຊຊະນະຈາກຜູ້ດຳລົງຕຳແໜ່ງປະທານາທິບໍດີ ທ່ານດໍໂນລ ທຣຳ ຫຼັງຈາກການນັບຄະແນນສຽງມາໄດ້ 4 ວັນ ພາຍຫລັງວັນເລືອກຕັ້ງທີ່ເປັນທາງການໃນວັນອັງຄານຜ່ານມາ ແລະການປ່ອນບັດລົງຄະແນນສຽງ ຫຼາຍອາທິດ ກ່ອນວັນເລືອກຕັ້ງ.

ທ່ານບຸສ ໄດ້ບັນຍາຍເຖິງການໄດ້ຮັບຄະແນນສຽງລວມທັງໝົດ ຫຼາຍກວ່າ 70 ລ້ານຄະແນນຂອງທ່ານທຣຳ - ຊຶ່ງໜ້ອຍກວ່າຄະແນນທີ່ຖືກນັບຂອງທ່ານໄບເດັນ 4 ລ້ານກວ່າ ນັ້ນວ່າ ເປັນ “ຜົນສຳເລັດດ້ານການເມືອງທີ່ໜ້າມະຫັດສະຈັນ.”

ທ່ານທຣຳ ຍັງບໍ່ທັນໄດ້ຍອມຮັບຄວາມຜ່າຍແພ້ຕໍ່ທ່ານໄບເດັນເທື່ອ ແລະໄດ້ຍື່ນຄຳຟ້ອງຫຼາຍສະບັບໂດຍອ້າງວ່າ ມີຄວາມຜິດປົກກະຕິຫຼາຍຢ່າງທີ່ເຮັດໃຫ້ທ່ານບໍ່ໄດ້ຖືກເລືອກເຂົ້າຮັບຕຳແໜ່ງຄືນເປັນສະໄໝທີ່ສອງໄລຍະ 4 ປີ.

ທ່ານບຸສ ໄດ້ກ່າວວ່າ ທ່ານທຣຳ “ມີສິດທີ່ຈະຂໍຮ້ອງໃຫ້ນັບຄືນໃໝ່ໄດ້ ແລະຫາວິທີຄັດຄ້ານດ້ານກົດໝາຍໄດ້ ແລະບັນຫາໃດໆທີ່ແກ້ໄຂບໍ່ໄດ້ນັ້ນ ຈະຖືກຕັດສິນຢ່າງຖືກຕ້ອງ.”

ແຕ່ທ່ານໄບເດັນ ໄດ້ກ່າວວ່າ “ປະຊາຊົນຊາວອາເມຣິກັນ ສາມາດໝັ້ນໃຈໄດ້ວ່າ ການເລືອກຕັ້ງຄັ້ງນີ້ ໂດຍພື້ນຖານແລ້ວ ແມ່ນເປັນທຳ ຄວາມຊື່ສັດຂອງມັນຈະຖືກຮັບຮອງ ແລະຜົນຂອງມັນແມ່ນເປັນທີ່ຈະແຈ້ງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ