ຍັງເຫຼືອເວລາອີກນຶ່ງອາທິດ ກ່ອນຈະຮອດວັນເລືອກຕັ້ງ ປ. ທຣຳ ແລະທ່ານໄບເດັນ ໂຄສະນາຫາສຽງ ໃນລັດທີ່ພວມມີການຍາດຄະແນນກັນ

ປ. ດໍໂນລ ທຣຳ ພວມໂຄສະນາຫາສຽງ ທີ່ສະໜາມບິນແລງແຄັສເຕີ ລັດເພັນຊິລເວເນຍ ວັນທີ 26 ຕຸລາ 2020.

ຍັງເຫຼືອເວລາຢູ່ນຶ່ງອາທິດກ່ອນຈະຮອດວັນເລືອກຕັ້ງ ໃນວັນທີ 3 ພະຈິກ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ໃນວັນ
ອັງຄານວານນີ້ ໄດ້ເດີນທາງໄປຍັງລັດຕ່າງໆທີ່ພວມມີການຕໍ່ສູ້ຍາດຄະແນນກັນເພື່ອຫາທາງຊຸກຍູ້ໃຫ້ມີການສະໜັບສະໜຸນທີ່ສຳຄັນເພື່ອຈະໄດ້ຮັບໄຊຊະນະໃນການເຂົ້າກຳຕຳແໜ່ງ 4 ປີຢູ່ທີ່ທຳນຽບຂາວ.

ແຜນການເດີນທາງຂອງພວກທ່ານແມ່ນໄດ້ສະທ້ອນໃຫ້ເຫັນສະພາບຂອງການແຂ່ງຂັນ ຊຶ່ງການຢັ່ງຫາງສຽງຕ່າງໆສະແດງໃຫ້ເຫັນວ່າທ່ານໄບເດັນມີຄະແນນນຳໜ້າທ່ານທຣຳລະຫວ່າງ 7 ຫາ 9 ເປີເຊັນໃນທົ່ວປະເທດແລະປະມານເຄິ່ງນຶ່ງຂອງລັດທີ່ພວມມີການແຂ່ງຂັນກັນຢູ່ນັ້ນ ແມ່ນມີທ່າທາງວ່າຈະເປັນຜູ້ຕັດສິນຊີ້ຂາດ ຜົນການເລືອກຕັ້ງໂດຍທົ່ວໄປ.

ໃນວັນອັງຄານວານນີ້ ທ່ານທຣຳຊຶ່ງຢູ່ໃນທ່າປ້ອງກັນ ໄດ້ເດີນທາງໄປ 3 ລັດເຂດພາກຕາເວັນຕົກຕອນກາງຂອງປະເທດ ຊຶ່ງທ່ານເຄີຍເປັນຜູ້ຊະນະຜູ້ສະໝັກຂອງພັກເດໂມແຄຣັດທ່ານນາງຮິລລາຣີ ຄລິນຕັນ ແບບບໍ່ຄາດຝັນໃນປີ 2016 ນັ້ນຄືລັດມິຊິແກນ ວິສຄອນຊິນ ແລະເນບຣາສກາ ແລະມີທ່າທາງວ່າ ຈຳເປັນຕ້ອງໄດ້ຮັບໄຊຊະນະອີກໃນປີນີ້ ເພື່ອຈະເຂົ້າຮັບຕຳແໜ່ງເປັນສະໄໝທີສອງ.

ແຕ່ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ທ່ານມີຄະແນນເປັນຮອງ ໃນລັດມິຊິແກນແລະລັດວິສຄອນຊິນ ແລະໃນຂະນະທີ່ທ່ານມີຄະແນນນຳໜ້າຢູ່ໃນລັດເນ-ບຣາສກາ ຊຶ່ງເປັນລັດທີ່ພັກຣີພັບບລີກັນເຊື່ອໃຈໄດ້ນັ້ນ ທ່່ານມີຄະແນນນຳຫຼັງໃນເຂດເລືອກຕັ້ງເມືອງໂອມາຫາ ຊຶ່ງເປັນບ່ອນທີ່ມີຄະແນນຜູ້ຕາງໜ້າພຽງຄະແນນດຽວ ຈະໄດ້ຮັບການອະນຸມັດ ຊຶ່ງອາດຈະມີບົດບາດສຳຄັນໃນການຕັດສິນການເລືອກຕັ້ງແຫ່ງຊາດໃນອາທິດໜ້າ.

ໃນຂະນະດຽວກັນ ທ່ານໄບເດັນທີ່ເບິ່ງຄືວ່າມີຄວາມໝັ້ນໃຈຫຼາຍຂຶ້ນ ພວມຢູ່ໃນທ່າບຸກນັ້ນ ໄດ້ເດີນທາງຢຸດແວ່ສອງບ່ອນທີ່ລັດຈໍເຈຍທາງພາກໃຕ້ຂອງປະເທດຊຶ່ງພັກເດໂມແຄຣັດບໍ່ເຄີຍໄດ້ຮັບໄຊຊະນະ ມາແຕ່ປີ 1992. ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ທ່ານໄບເດັນແລະທ່ານທຣຳ ແມ່ນມີເປີເຊັນເກືອບເທົ່າໆກັນທີ່ຈະຊະນະຜູ້ຕາງໜ້າຈຳນວນ 16 ຄະແນນຂອງລັດດັ່ງກ່າວ.

ໂດຍທົ່ວໄປແລ້ວ ຄະແນນສຽງຜູ້ຕາງໜ້າຂອງລັດ ຈະຕົກເປັນຂອງຜູ້ສະໝັກທີ່ໄດ້ຮັບຄະແນນສຽງຂອງປະຊາຊົນຫຼາຍທີ່ສຸດຢູ່ໃນລັດນັ້ນໆ. ທັງທ່ານທຣຳແລະທ່ານໄບເດັນຕ່າງກໍພວມຊອກຫາຊ່ອງທາງເພື່ອໃຫ້ໄດ້ຮັບໄຊຊະນະ ຢູ່ໃນແຕ່ລະລັດໄປ ໃຫ້ໄດ້ຮັບຄະແນນສຽງສ່ວນຫຼາຍ 270 ສຽງ ຂອງຈຳນວນຜູ້ຕາງໜ້າທັງໝົດ 538 ສຽງ ຊຶ່ງລັດໃຫຍ່ໆທີ່ມີພົນລະເມືອງຫຼາຍ ເປັນລັດທີ່ມີຜູ້ຕາງໜ້າຫຼາຍທີ່ສຸດນັ້ນ.

ທ່ານທຣຳບໍ່ໄດ້ຮັບຄະແນນສຽງສ່ວນໃຫຍ່ຂອງປະຊາຊົນ ເມື່ອສີ່ປີກ່ອນ ແລະກໍມີທ່າທາງອີກເທື່ອນຶ່ງ ແຕ່ທ່ານກໍຍັງມີໂອກາດທີ່ຈະຊະນະຕຳແໜ່ງປະທານາທິບໍດີເປັນເທື່ອທີສອງ ດ້ວຍຄະແນນສຽງຂອງຜູ້ຕາງໜ້າ ຖ້າທ່ານຫາກສາມາດໄດ້ຮັບລັດສຳຄັນຕ່າງໆທີ່ພວມມີການຕໍ່ສູ້ຍາດແຍ່ງຄະແນນສຽງກັນຢູ່ ທີ່ທ່ານເດີນທາງໄປຢ້ຽມຢາມໃນຊຸມມື້ສຸດທ້າຍໃນການໂຄສະນາຫາສຽງທີ່ດຸເດືອດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ