ປ. ທຣຳ ແລະທ່ານໄບເດັນ ຖົກຖຽງກັນ ແບບມີຊີວິດຊີວາ ໃນການໂຕ້ວາທີ ກ່ອນການເລືອກຕັ້ງ

ຜູ້ຄົນພວມເບິ່ງການໂຕ້ວາທີ ລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ແລະຜູ້ທ້າຊິງຈາກພັກເດໂມແຄຣັດ ອະດີດຮອງປະທານາທິບໍດີໂຈ ໄບເດັນ ຈາກລົດເຂົາເຈົ້າ ທີ່ ສູນກາງ Fort Mason ນະຄອນຊານຟຣານຊິສໂກ ໃນຄືນວັນພະຫັດນີ້.

ປະທານາທິບໍດີທີ່ສັງກັດພັກຣີພັບບລີກັນ ທ່ານດໍໂນລ ທຣຳ ແລະຜູ້ທ້າຊິງຈາກພັກເດໂມແຄຣັດ ອະດີິດຮອງປະທານາທິບໍດີໂຈ ໄບເດັນໄດ້ໂຕ້ວາທີກັນແບບມີຊີວິດຊີວາໃນຄືນວັນພະຫັດວານນີ້ ກ່ອນໜ້າການເລືອກຕັ້ງ ປະທານາທິບໍດີແຫ່ງຊາດ ໃນວັນທີ 3 ພະຈິກ ໂດຍນຳສະເໜີຕໍ່ປະເທດ ຊາດ ດ້ວຍທັດສະນະທີ່ແຕກຕ່າງກັນປານຟ້າກັບດິນ ບ່ອນທີ່ພວກທ່ານຈະນຳພາປະເທດຊາດໄປສູ່ໃນໄລຍະສີ່ປີຕໍ່ໜ້າ.

ໃນເວລາ 90 ນາທີ ພວກທ່ານໄດ້ກ່າວຕ້ອງຕິທີ່ແນໃສ່ເພື່ອສ້າງຄວາມເສຍຫາຍໃຫ້ແກ່ກັນແລະກັນ. ພວກທ່ານໄດ້ໂຈມກ່າວໂຈມຕີທ່າທີຂອງກັນແລະກັນ ກ່ຽວກັບການຄວບຄຸມໄວຣັສໂຄໂຣນາ ແລະຫລຸດຜ່ອນພະຍາດດັ່ງກ່າວ ທີ່ຍັງມີການລະບາດຢູ່ຕໍ່ມາ ຊຶ່ງເຮັດໃຫ້ສະຫະລັດເປັນປະເທດນຳໜ້າໝູ່ໃນການເສຍຊີວິດຢູ່ ໃນໂລກ ຫຼາຍກວ່າ 222,000 ຄົນ. ພວກທ່ານໄດ້ຖົກຖຽງກັນກ່ຽວກັບການຮັກສາສຸຂະພາບ ເງິນເດືອນຂອງຄົນງານ ທີ່ມີລາຍໄດ້ຕ່ຳ ອາຊະຍາກຳ ຄວາມສຳ ພັນໃນດ້ານເຊື້ອຊາດຜິວພັນຢູ່ໃນສະຫະລັດ ການປ່ຽນແປງຂອງດິນຟ້າອາກາດ ແລະການນຳພາຢູ່ໃນທຳນຽບຂາວ.

ໃນຕອນສຸດທ້າຍ ທ່ານທຣຳກ່າວວ່າ ທ່ານສົມຄວນທີ່ຈະໄດ້ຮັບຕຳແໜ່ງຕື່ມອີກເປັນສະໄໝທີສອງຢູ່ໃນທຳນຽບຂາວ ຍ້ອນ “ຄວາມສຳເລັດຈະນຳພາໃຫ້ພວກເຮົາມີຄວາມປຸ້ມລຸ້ມສາມັກຄີກັນ. ພວກເຮົາມີເສດຖະກິດ ທີ່ດີທີ່ສຸດໃນໂລກ” ກ່ອນຈະເກີດໂຣກລະບາດໄວຣັສໂຄໂຣນາຢູ່ໃນປະເທດ ໃນຕົ້ນປີ 2020 ແລະເວົ້າວ່າ ທ່ານຈະຟື້ນຟູເສດຖະກິດ ທີ່ໃຫຍ່ທີ່ສຸດໃນໂລກຄືນໃໝ່.

ແຕ່ທ່ານກ່າວອ້າງວ່າ ຖ້າທ່ານໄບເດັນຊະນະ “ພວກທ່ານຈະປະສົບກັບສະພາບເສດຖະກິດຕົກຕ່ຳແບບທີ່ບໍ່ມີໃຜເຄີຍເຫັນມາກ່ອນ.”

ທ່ານໄບເດັນຊຶ່ງຢູ່ໃນເວທີການເມືອງຂອງອາເມຣິກັນມາເປັນເວລາເກືອບເຄິ່ງສັດ ຕະວັດແລ້ວ ໃນຖານະສະມາຊິກສະພາສູງ ແລະເປັນບຸກຄົນໝາຍເລກສອງໃນລັດຖະບານຂອງອະດີດປະທານາທິບໍດີບາຣັກ ໂອບາມາ ໄດ້ກ່າວໂຈມຕີ ການເປັນປະທານາທິບໍດີຂອງທ່ານທຣຳວ່າໃຫ້ຄຳແນະນຳໃນທາງຜິດ ເມີນເສີຍແລະວຸ້ນວາຍ ໃນຂະນະທີ່ໃຫ້ຄຳປະຕິຍານວ່າ ທ່ານຈະທ້ອນໂຮມປະເທດຊາດໃຫ້ເປັນນຶ່ງດຽວ.

ທ່ານໄບເດັນ ກ່າວວ່າ “ພວກເຮົາຈະມີວິທະຍາສາດຢູ່ເໜືອນິຍາຍ ແລະຄວາມຫວັງຢູ່ເໜືອຄວາມຢ້ານກົວ. ການເລືອກຕັ້ງນີ້ແມ່ນກ່ຽວກັບຄວາມມີມາລະຍາດກຽດສັກສີ ຄວາມນັບຖື ແລະປະຕິບັດຕໍ່ຜູ້ອື່ນດ້ວຍຄວາມສະຫງ່າຜ່າເຜີິຍ. ທ່ານບໍ່ເຄີຍເຮັດແບບນັ້ນເລີຍ ໃນໄລຍະສີ່ປີທີ່ຜ່ານມາ.”

ໃນຂະນະທີ່ທັງສອງທ່ານ ຕ່າງກໍໄດ້ຮັບຄະແນນໃນການປະເຊີນໜ້າກັນເທື່ອສຸດທ້າຍນີ້ ແຕ່ກໍປາກົດວ່າ ບໍ່ມີຝ່າຍໃດເປັນຜູ້ໄດ້ປຽບ ຫຼືສ້າງຄວາມເສຍຫາຍຢ່າງຮ້າຍແຮງໃນທັນທີ ທີ່ອາດຈະພາໃຫ້ທິດທາງຂອງການໂຄສະນາຫາສຽງມີການປ່ຽນແປງ.

ເຖິງແມ່ນໄດ້ມີການກ່າວໂຈມຕີກັນແລະກັນກໍຕາມ ແຕ່ການໂຕ້ວາທີເທື່ອທີສອງ ຊຶ່ງເປັນເທື່ອສຸດທ້າຍ 12 ມື້ກ່ອນການເລືອກຕັ້ງ ແມ່ນດີຂຶ້ນຫຼາຍແລະບໍ່ມີການສ້າງຄວາມເຈັບແຄ້ນແໜ້ນໃຈໃຫ້ແກ່ກັນແລະກັນ ໜ້ອຍກວ່າການໂຕ້ວາທີເທື່ອທຳອິດ ໃນເດືອນກັນຍາຜ່ານມາ. ຜູ້ຕັ້ງຄຳຖາມແລະຄວບຄຸມການໂຕ້ ນັກຂ່າວຂອງໂທລະພາບ NBC ປະຈຳທຳນຽບຂາວ ທ່ານນາງຄຣິສເຕັນ ແວລເກີ ສາມາດຄວບຄຸມການໂຕ້ວາທີໄດ້ເປັນຢ່າງດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ