ປ. ທຣຳ ກ່າວວ່າ ທ່ານ ແລະສະຕີໝາຍເລກນຶ່ງ ຈະເລີ້ມກັກຕົວ ຫຼັງຈາກການກວດໂຄວິດ-19 ມີຜົນເປັນບວກ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ ທີ່ສະໜາມບິນສາກົນ Hopkins ໃນເມືອງຄລິີບແລນ ລັດໂອຮາຍໂອ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດວ່າ ທ່ານແລະສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ ໄດ້ກວດພົບວ່າຕິດເຊື້ອໄວຣັສໂຄໂຣນາ.

ປະທານາທິບໍດີທຣຳໄດ້ຂຽນລົງໃນທວີດເຕີ້ໃນເວລາ 12 ໂມງ 54 ນາທີເຊົ້າມືດຂອງວັນສຸກມື້ນີ້ຕາມເວລາໃນພາກຕາເວັນອອກ ຂອງສະຫະລັດ ຫຼື 4 ໂມງ 54 ນາທີ ຕາມເວລາມາດຕະຖານສາກົນ ຊຶ່ງມີຂໍ້ຄວາມວ່າ “ຄືນນີ້ @ສະຕີໝາຍເລກນຶ່ງ ແລະຂ້າພະເຈົ້າໄດ້ກວດເປັນບວກ ສຳລັບໂຄວິດ-19. ພວກເຮົາຈະເລີ້ມຂັ້ນຕອນໃນ ການກັກບໍລິເວນພັກຟື້ນໃນທັນທີ. ພວກເຮົາຈະຜ່ານຜ່າສິ່ງນີ້ຮ່ວມກັນ.”

ໃນເວລາ 11 ນາທີຕໍ່ມາ ທຳນຽບຂາວ ໄດ້ອອກຖະແຫຼງຂ່າວສັ້ນໆ ໂດຍທ່ານດອກເຕີ້ຊອນ ຄອນລີ (Sean Conley) ຊຶ່ງເປັນທ່ານໝໍປະຈຳຕົວປະທານາທິບໍດີທີ່ມີອາຍຸ 74 ປີ ໂດຍໃຫ້ການຢືນຢັນວ່າ ຄອບຄົວປະທານາທິບໍດີທຣຳ ໄດ້ຮັບຜົນການກວດໂຄວິດ-19 ເປັນບວກ.

ທ່ານໝໍຄອນລີກ່າວວ່າ “ປະທານາທິບໍດີແລະສະຕີໝາຍເລກນຶ່ງໃນເວລານີ້ແມ່ນຍັງແຂງແຮງ ແລະພວກທ່ານມີແຜນທີ່ຈະຢູ່ພາຍໃນບໍລິເວນທຳນຽບຂາວໃນລະຫວ່າງການພັກຟື້ນຂອງພວກທ່ານ.

ທ່ານໝໍກ່າວຕື່ມວ່າ ທ່ານຄາດວ່າ ປະທານາທິບໍດີ “ຈະສືບຕໍ່ເຮັດໜ້າທີ່ຂອງທ່ານ ໂດຍປາສະ ຈາກການລົບກວນໃດໆໃນລະຫວ່າງທີ່ມີການພັກຟື້ນແລະຂ້າພະເຈົ້າຈະລາຍງານໃຫ້ພວກທ່ານຊາບກ່ຽວກັບການເຄື່ອນໄຫວໃດໆໃນອະນາຄົດ.”

ທ່ານນາງເມລາເນຍໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ນໃນເວລາ 1 ໂມງ 27 ນາ ທີເຊົ້າມືດມື້ນີ້ວ່າ “ດັ່ງທີ່ຊາວອາເມຣິກັນຫຼາຍໆຄົນໄດ້ກະທຳໃນປີນີ້ @ປະທານາທິບໍດີສະຫະລັດ & ຂ້າພະເຈົ້າພວມກັກບໍລິເວນຢູ່ທີ່ບ້ານຫຼັງຈາກໄດ້ຮັບຜົນການກວດໂຄວິດ-19 ເປັນບວກ. ພວກເຮົາຍັງມີຄວາມຮູ້ສຶກທີ່ດີ & ແລະຂ້າພະເຈົ້າໄດ້ເລື່ອນການພົວພັນໃດໆໃນຕໍ່ໜ້ານີ້ທັງໝົດ. ກະລຸນາໃຫ້ເປັນທີ່ແນ່ໃຈວ່າທ່ານຍັງມີຄວາມປອດໄພ & ພວກເຮົາຈະຜ່ານຜາສິ່ງນີ້ໄປດ້ວຍກັນ.”

ການຊຸມນຸມທາງການເມືອງທັງໝົດ ຂອງປະທານາທິບໍດີທຣຳ ໃນອະນາຄົດອັນ ໃກ້ໆນີ້ ໄດ້ຖືກສັ່ງໃຫ້ຍົກເລີກທັງໝົດ ອີງຕາມເຈົ້າໜ້າທີ່ຂອງທຳນຽບຂາວ.

ຂ່າວດັ່ງກ່າວນີ້ໄດ້ເຮັດໃຫ້ຮຸ້ນໃນອະນາຄົດຂອງສະຫະລັດຕົກລາຄາ ແລະອາດຈະເຮັດໃຫ້ການໂຄສະນາຫາສຽງຂອງປະທານາທິບໍດີທຳຢຸດຊະງັກລົງ ປະມານນຶ່ງເດືອນກ່ອນໜ້າການເລືອກຕັ້ງ ແຂ່ງກັບອະດີດ ຮອງປະທານາທິບໍດີໂຈ ໄບເດັນ ຊຶ່ງໃນເວລານີ້ ມີຄະແນນນຳໜ້າໃນການຢັ່ງຫາງສຽງຢູ່ນັ້ນ.

ທ່ານທຣຳຫຼາຍເດືອນມາແລ້ວບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບໄວຣັສໂຄໂຣນາ ໃນຕອນແລງຂອງວັນພະຫັດມື້ວານນີ້ໄດ້ໃຫ້ການຢືນຢັນໃນການໃຫ້ສຳພາດກັບໂທລະພາບຟອກສ໌ນິວສ໌ວ່າ ທ່ານແລະສະຕີໝາຍເລກນຶ່ງໄດ້ທຳການກວດ ຫຼັງຈາກນຶ່ງ ໃນທີ່ປຶກສາຂອງທ່ານ ທ່ານນາງໂຮບ ຮິກສ໌ (Hope Hicks) ໄດ້ຮັບການຢືນຢັນວ່າ ຕິດໂຄວິດ-19.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ