ນິວຢອກໄທມ໌: ປະທານາທິບໍດີທຣຳ ເສຍພາສີລາຍໄດ້ ໃຫ້ແກ່ ສະຫະລັດ 750 ໂດລາ ໃນປີ 2016 ແລະ 2017

ປ. ດໍໂນລ ທຣຳ ໃນລະຫວ່າງການຖະແຫຼງ ຕໍ່ກອງປະຊຸມນັກຂ່າວ ທີ່ທຳນຽບຂາວ ເມື່ອວັນທີ 27 ກັນຍາ 2020.

ປະທານາທິບໍດີດໍໂນລ ທຣຳ ຈ່າຍພາສີແຕ່ພຽງ 750 ໂດລາໃຫ້ແກ່ລັດຖະບານໃນປີ 2016 ຊຶ່ງເປັນປີທີ່ທ່ານລົງສະໝັກແຂ່ງຂັນເປັນປະທານາທິບໍດີສະຫະລັດແລະປີ 2017 ຊຶ່ງເປັນປີທຳອິດທີ່ທ່ານເຂົ້າໄປຢູ່ໃນທຳນຽບຂາວ ອີງຕາມລາຍງານທີ່ພິມເຜີຍແຜ່ໂດຍໜັງສືພິມນິວຢອກໄທມ໌.

ລາຍງານກ່າວຕື່ມວ່າ ທ່ານທຣຳ ຜູ້ທີ່ໄດ້ທຳການປົກປ້ອງຢ່າງແຂງຂັນ ກ່ຽວກັບການຍື່ນເສຍພາສີຂອງທ່ານ ແລະເປັນປະທານາທິບໍດີພຽງຄົນດຽວເທົ່ານັ້ນ ໃນຍຸກສະໄໝໃໝ່ ທີ່ບໍ່ໄດ້ເປີດເຜີຍການເສຍພາສີຂອງທ່ານໃຫ້ປະຊາຊົນຮູ້ນັ້ນບໍ່ໄດ້ເສຍ ພາສີລາຍໄດ້ໃຫ້ລັດຖະບານກາງ 10 ປີຂອງຈຳນວນທັງໝົດ 15 ປີທີ່ຜ່ານມາ.

ລາຍລະອຽດ ກ່ຽວກັບການເສຍພາສີ ໄດ້ສ້າງຄວາມສັບສົນ ໃຫ້ແກ່ການທີ່ທ່ານ ທຣຳກ່າວເຖິງໂຕທ່ານເອງວ່າເປັນນັກທຸລະກິດທີ່ສະຫຼາດຫຼັກແຫຼມແລະຮັກຊາດຊຶ່ງໄດ້ເປີດເຜີຍໃຫ້ຊາບ ແຕ່ການສູນເສຍດ້ານການເງິນຈຳນວນນຶ່ງແລະລາຍໄດ້ຈາກຕ່າງປະເທດ ທີ່ອາດຈະກໍ່ໃຫ້ເກີດການຂັດແຍ້ງໃນເລື້ອງຜົນປະໂຫຍດ ກັບຄວາມຮັບຜິດຊອບຂອງທ່ານໃນຖານະປະທານາທິບໍດີນັ້ນ.

ການເປີດເຜີຍທາງດ້ານການເງິນຂອງປະທານາທິບໍດີ ສະແດງໃຫ້ເຫັນວ່າ ທ່ານມີລາຍໄດ້ຢ່າງໜ້ອຍ 434 ລ້ານ 9 ແສນໂດລາ ໃນປີ 2018 ແຕ່ການຍື່ນເສຍພາສີລາຍງານວ່າ ທ່ານໄດ້ລຸບທຶນ 47 ລ້ານ 4 ແສນໂດລາ.

ທະນາຍຄວາມ ທີ່ເຮັດວຽກໃຫ້ແກ່ອົງການທຣຳ ທ່ານແອແລັນ ກາເຕັນ (Alan Garten) ແລະໂຄສົກຂອງອົງການທຣຳ ບໍ່ໄດ້ໃຫ້ຄຳຕອບ ໃນທັນທີ ຕໍ່ການຂໍຄວາມເຫັນຂອງອົງການຂ່າວເອພີິ ສຳລັບລາຍງານເລື້ອງນີ້.

ທ່ານກາເຕັນກ່າວຕໍ່ໜັງສືພິມນິວຢອກໄທມ໌ວ່າ ທ່ານທຣຳໄດ້ເສຍພາສີຫຼາຍລ້ານໂດລາ ແລະ “ສ່ວນໃຫຍ່ ຖ້າຫາກບໍ່ແມ່ນທັງໝົດ ຂອງຄວາມຈິງທັງໝົດປາກົດວ່າ ບໍ່ຖືກຕ້ອງ.” ທ່ານທຣໍາບໍ່ໄດ້ໃຫ້ຄວາມສໍາຄັນຕໍ່ລາຍງານຂ່າວນີ້ ໃນການຖະແຫຼງຂ່າວໃນວັນອາທິດວານນີ້.

ໃນການກ່າວທີ່ກອງປະຊຸມຖະແຫຼງຂ່າວໃນວັນອາທິດທີ່ທຳນຽບຂາວນັ້ນ ທ່ານ ທຣຳບໍ່ໄດ້ໃຫ້ຄວາມສຳຄັນຕໍ່ລາຍງານນີ້ ໂດຍຖືວ່າເປັນ “ຂ່າວປອມ” ແລະຢືນຢັດວ່າ ທ່ານໄດ້ເສຍພາສີ ແຕ່ບໍ່ໄດ້ໃຫ້ໂຕເລກ ທີ່ສະເພາະເຈາະຈົງ. ນອກນັ້ນທ່ານຍັງໄດ້ປະກາດວ່າ ຂໍ້ມູນກ່ຽວກັບການເສຍພາສີ ຂອງທ່ານນີ້ “ຈະຖືກເປີດເຜີຍໃຫ້ຮູ້” ແຕ່ທ່ານບໍ່ໄດ້ເວົ້າເຖິງກຳນົດເວລາສຳລັບການເປີດເຜີຍ ແລະໃຫ້ຄຳໝັ້ນສັນຍາທີ່ຄ້າຍຄືກັນ ໃນລະຫວ່າງການໂຄສະນາຫາສຽງປີ 2016 ແຕ່ທ່ານບໍ່ເຄີຍປະຕິບັດຕາມ.

ຄວາມຈິງແລ້ວ ປະທານາທິບໍດີໄດ້ຍື່ນຟ້ອງເພື່ອທ້າທາຍຕໍ່ພວກທີ່ຢາກຮູ້ຈັກກ່ຽວກັບການເສຍພາສີຂອງທ່ານ ຮວມທັງສະພາຕ່ຳສະຫະລັດຊຶ່ງພວມທຳການຟ້ອງຮ້ອງເພື່ອຢາກຮູ້ກ່ຽວກັບປະຫວັດການເສຍພາສີຂອງທ່ານທຣຳ ອັນເປັນສ່ວນນຶ່ງໃນການກຳກັບດູແລຂອງສະພາຕ່ຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ