ສະມາຊິກສະພາ ຕ້ອງຕິ ການປ່ຽນແປງ ຂອງລັດຖະບານ ປ. ທຣຳ ທີ່ຕາໜ່າງອອກອາກາດ ທີ່ໄດ້ຮັບທຶນ ຈາກ ສຫລ

ປ້າຍເຄື່ອງໝາຍທີ່ຕຶກອາຄານຂອງວິທະຍຸສຽງອາເມຣິກາ ຫຼື Voice of America ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 15 ມິຖຸນາ 2020.

ບັນດາສະມາຊິກສະພາສະຫະລັດຈາກທັງສອງພັກການເມືອງກ່າວໃນວັນພະຫັດວານນີ້ວ່າ ພວກເຂົາເຈົ້າມີຄວາມຢ້ານກົວວ່າ ສຽງອາເມຣິກາຫຼືວີໂອເອ ແລະສະອົງການອອກອາກາດອື່ນໆພວມຕົກຢູ່ໃນຄວາມສ່ຽງທີ່ຈະສູນເສຍຄວາມໜ້າເຊື່ອຖືກັບພວກຜູ້ຟັງຈາກຕ່າງປະເທດ ຍ້ອນການກະທຳຂອງຫົວໜ້າບໍລິຫານຄົນໃໝ່ ທ່ານໄມໂກ ແພັກ.

ທ່ານແພັກ ຫົວໜ້າບໍລິຫານຄົນທຳອິດ ທີ່ຖືກແຕ່ງຕັ້ງໂດຍປະທານາທິບໍດີ ເພື່ອເຂົ້າກຳຕຳແໜ່ງໃໝ່ທີ່ທາງສະພາໄດ້ສ້າງຕັ້ງຂຶ້ນມາ ເພື່ອປັບປຸງຄວາມພະຍາມໃນການອອກອາກາດທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດໃຫ້ເຂົ້າກັບສະພາບ ການແລະທັນສະໄໝ ຊຶ່ງເປັນອົງການແມ່ຂອງວີໂອເອແມ່ນໄດ້ປະເຊີນກັບການຕ້ອງຕິຈາກທັງສອງພັກການເມືອງ ໃນການກະທຳຂອງທ່ານ ນັບແຕ່ໄດ້ເຂົ້າກຳຕຳແໜ່ງໃນເດືອນມິຖຸນາຜ່ານມາ.

ການຮັບຟັງຄຳໃຫ້ການໃນວັນພະຫັດວານນີ້ ແມ່ນເປັນເທື່ອທຳອິດທີ່ທາງສະພາໄດ້ມີໂອກາດກວດສອບຢ່າງເປັນການເປີດເຜີຍກ່ຽວກັບການປ່ຽນແປງຂອງທ່ານແພັກ ຢູ່ທີ່ອົງການສື່ມວນຊົນໂລກຂອງສະຫະລັດຫຼື USAGM ຊຶ່ງເປັນອົງການແມ່ຂອງວີໂອເອ ວິທະຍຸເອເຊຍເສຣີແລະອົງການອອກອາກາດອື່ນໆທີ່ໄດ້ຮັບທຶນສະໜັບສະໜຸນຈາກລັັດຖະບານສະຫະລັດ.

ທ່ານແພັກກ່າວວ່າ ທ່ານມີບັນຫາຂັດແຍ້ງ ໃນເລື້ອງໝາຍກຳນົດການແລະບໍ່ສາ ມາດໄປຮ່ວມການຮັບຟັງຄຳໃຫ້ການໄດ້ ທັງໆທີ່ໄດ້ຮັບໝາຍຮຽກຕົວຈາກຫົວໜ້າກຳມາທິການຄວາມສຳພັນຕ່າງປະເທດຂອງສະພາຕ່ຳ ທ່ານເອລີອັອດ ແອນໂຈສະມາຊິກພັກເດໂມແຄຣັດຈາກນິວຢອກ.

ທ່ານແອນໂຈ ກ່າວວ່າ “ລາວໄດ້ສະແດງການບໍ່ໃຫ້ຄວາມນັບຖືເປັນທີ່ສຸດຕໍ່ຄະນະກຳມະການ ຄະນະກຳມະການຂອງພວກເຮົາ ແລະບົດບາດໃນການກຳກັບດູແລອົງການ USAGM. ລາວແມ່ນບຸກຄົນທີຜິດສໍາລັບວຽກການນີ້. ລາວຄວນລາອອກ. ແລະຖ້າລາວບໍ່ລາ. ປະທານາທິບໍດີຄວນປົດລາວອອກ.”

ງົບປະມານປະຈໍາປີຂອງອົງການສື່ມວນຊົນໂລກຂອງສະຫະລັດ ຫຼື USAGM ມີຢູ່ 800 ລ້ານໂດລາ ເພື່ອໃຫ້ທຶນສະໜັບສະໜຸນ ການອອກຂ່າວ ຊຶ່ງໃນແຕ່ລະອາທິດມີຜູ້ຟັງ 350 ລ້ານຄົນ ໃນ 62 ພາສາ.

ສະມາຊິກສະພາຕ່ຳໄມໂກ ແມັກຄໍ (Michael McCaul) ຈາກລັດເທັກຊັສຊຶ່ງເປັນຮອງປະທານຄະນະກຳມະການຈາກພັກຣີພັບບລີກັນ ກ່າວວ່າ ການຕັດສິນໃຈຂອງທ່ານແພັກ ບໍ່ມາຮ່ວມນີ້ “ແມ່ນບໍ່ເອົາຫົວຊາຕໍ່ຄວາມປະສົງຂອງສະພາ.”

ທ່ານແມັກຄໍໄດ້ເນັ້ນຢ່າງເປັນການສະເພາະກ່ຽວກັບການຕັດສິນໃຈຂອງອົງການສື່ມວນຊົນໂລກທີ່ໄດ້ໂຈະການໃຫ້ເງິນ 18 ລ້ານໂດລາສຳລັບກອງທຶນເປີດເທັກໂນໂລຈີ ຫຼື OTF ນັ້ນວ່າ ເປັນອັນຕະລາຍເປັນພິເສດ.

ທ່ານແມັກຄໍກ່າວໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າເຊື່ອວ່າ ການກະທຳຂອງລາວໄດ້ສ້າງຄວາມເສຍຫາຍຕໍ່ການສະໜັບສະໜຸນໃນລະຫວ່າງຈຸດສູງສຸດຂອງການເກີດຄວາມບໍ່ສະຫງົບຢູ່ໃນຮົງກົງ ແລະຄວາມບໍ່ສະຫງົບຍັງມີຢູ່ຕໍ່ມາໃນທຸກມື້ນີ້ຢູ່ເບລາຣຸສ. ການຂາດຄວາມສະໜັບສະໜຸນ ທີ່ໜ້າເສົ້າໃຈ ຕໍ່ສິດເສລີພາບແລະຂະບວນການປະຊາທິປະໄຕ ກໍເປັນເລື້ອງທີ່ໜ້າເສຍໃຈເຊັ່ນດຽວກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ