ສະຫະລັດ ລົງໂທດຮອບໃໝ່ ຢ່າງກວ້າງຂວາງ ຕໍ່ອີຣ່ານ

ລັດຖະມົນຕິການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ເພື່ອປະກາດການຟື້ນຟູ ໃນການລົງໂທດຂອງລັດຖະບານທ່ານທຣຳ ຕໍ່ອີຣ່ານ ໃນວັນທີ 21 ກັນຍາ ປີ 2020 ທີ່ນະຄອນຫຼວງວໍຊິງຕັນ.

ສະຫະລັດ ເລີ້ມທຳການລົງໂທດຮອບໃໝ່ຢ່າງກວ້າງຂວາງຕໍ່ອີຣ່ານ ເພື່ອຈຳກັດໄພຂົ່ມຂູ່ ຈາກອາວຸດນິວເຄລຍ ລູກສອນໄຟ ແລະອາວຸດທຳມະດາ ຂອງເຕຫະຣ່ານ ຫຼັງຈາກວໍຊິງຕັນໄດ້ນຳໃຊ້ການຫ້າມຂາຍອາວຸດຂອງອົງການສະຫະປະຊາຊາດຕໍ່ອີຣ່ານຄືນອີກຢ່າງບໍ່ມີກຳນົດ ໃນຕອນແລງຂອງວັນເສົາແລ້ວ.

ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານໂຣເບີດ ໂອບຣາຍອັນ ກ່າວໃນວັນຈັນວານນີ້ວ່າ ລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈະທຳການລົງໂທດຮອບໃໝ່ ແລະໃຊ້ມາດຕະການຄວບຄຸມການສົ່ງອອກຕໍ່ 27 ບໍລິສັດແລະສ່ວນບຸກຄົນ ທີ່ພົວພັນກັບໂຄງການອາວຸດນິວເຄລຍຂອງອີຣ່ານ.

ດຳລັດຂອງທຳນຽບຂາວ ກຳນົດແຜນການ ທີ່ຈະກັກຊັບສິນ ຂອງສ່ວນບຸກຄົນ ທີ່ພົວພັນໃນໂຄງການຊື້ຂາຍອາວຸດ ແລະອຸບປະກອນທາງທະຫານກັບອີຣ່ານ. ກະຊວງການຕ່າງປະເທດ ແລະກະຊວງການເງິນຂອງສະຫະລັດ ຍັງໄດ້ວາງຂໍ້ກຳນົດກ່ຽວກັບວ່າສ່ວນບຸກຄົນ ແລະທຸລະກິດຂອງຕ່າງປະເທດ ຈະຖືກລົງໂທດແບບໃດ ໃນການລ່ວງລະເມີດດັ່ງກ່າວ.

(https://www.state.gov/the-united-states-imposes-sweeping-new-sanctions-on-the-islamic-republic-of-iran/)

(https://www.state.gov/factsheet-sweeping-u-s-measures-to-support-return-of-un-sanctions-relating-to-irans-nuclear-missile-and-conventonal-arms-programs/)

ອົງການອຸດສາຫະກຳປ້ອງກັນປະເທດຂອງອີຣ່ານຫຼື DIO ແລະຜູ້ອຳນວຍການຂອງອົງການດັ່ງກ່າວທ່ານເມີດາດ ອັກລາກີ-ເກທັບຊີ (Mehrdad Akhlaghi-Ketabchi) ແລະປະທານາທິບໍດີເວເນຊູເອລາ ທ່ານນິໂກລາສ ມາດູໂຣ ແມ່ນຮວມຢູ່ໃນພວກທີ່ຖືກລົງໂທດ.

“ນັບເປັນເວລາ 2 ປີມາແລ້ວ ທີ່ເຈົ້າໜ້າທີ່ສໍ້ລາດບັງຫຼວງໃນເຕຫະຣ່ານໄດ້ເຮັດວຽກກັບອຳນາດການປົກຄອງ ທີ່ຜິດກົດໝາຍຂອງເວເນຊູເອລາ ບໍ່ໄດ້ປະຕິບັດຕາມການຫ້າມຂາຍອາວຸດ ຂອງອົງການສະຫະປະຊາຊາດ. ການປະຕິບັດງານຂອງພວກເຮົາໃນມື້ນີ້ ແມ່ນເປັນການເຕືອນ ທີ່ທົ່ວໂລກຄວນຮູ້ຈັກ. ບໍ່ສຳຄັນວ່າ ທ່ານແມ່ນໃຜ ຖ້າທ່ານຫາກລະເມີດ ຂໍ້ຫ້າມຂາຍອາວຸດ ຂອງອົງການສະຫະປະ ຊາຕໍ່ອີຣ່ານແລ້ວ ທ່ານສ່ຽງຕໍ່ການຖືກລົງໂທດ” ນັ້ນຄືຄຳເວົ້າ ຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຄົນອື່ນໆຂອງສະຫະລັດ ໃນຄະນະທີມງານດ້ານຄວາມໝັ້ນຄົງຂອງປະທານາທິ ບໍດີທຣຳ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດສະຫະລັດໃນວັນຈັນວານນີ້.

ສ່ວນລັດຖະມົນຕີ ກະຊວງການເງິນ ທ່ານສຕີເວັນ ມນຸກຈິນ ກ່າວວ່າ “ສະຖາບັນການເງິນໃດໆກໍຕາມທີ່ຮູ້ວ່າເປັນຜູ້ຊ່ວຍອຳນວຍຄວາມສະດວກໃນການໂອນເງິນທີ່ສຳຄັນສຳລັບສ່ວນບຸກຄົນແລະບໍລິສັດເຫຼົ່ານີ້ ອາດຈະຖືກລົງໂທດໂດຍສະ ຫະລັດ.

ໃນຕອນແລງວັນເສົາຜ່ານມາ ສະຫະລັດໄດ້ກ່າວຢ້ຳວ່າທຸກມາດຕະການລົງໂທດຂອງອົງການສະຫະປະຊາຊາດ ທີ່ໄດ້ມີການຜ່ອນຜັນ ຫຼືຍົກເລີກ ໂດຍຂໍ້ຕົກລົງ ນິວເຄລຍປີ 2015 ທີ່ຮູ້ກັນຢ່າງເປັນທາງການວ່າແຜນການປະຕິບັດງານຮ່ວມຮອບດ້ານຫຼື JCPOA ນັ້ນ ໄດ້ຖືກນຳກັບຄືນມາໃຊ້ອີກແລະຕ້ອງໄດ້ຖືກບັງຄັບໂດຍບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ