ປ. ທຣຳ ຈະເລືອກແມ່ຍິງ ເພື່ອສະເໜີແຕ່ງຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ

ທຸງຊາດສະຫະລັດ ພວມປິວສະບັດເຄິ່ງເສົາ ຢູ່ທີ່ສານສູງສຸດ ຫຼັງຈາກໄດ້ຮັບຂ່າວ ການເຖິງແກ່ອະສັນຍະກຳ ຂອງຜູ້ພິພາກສາສານສູງສຸດ ທີ່ນະຄອນຫຼວງວໍຊິງ ເມື່ອວັນທີ 19 ກັນຍາ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເບິ່ງຄືວ່າຈະເພັ່ງເລັງໃສ່ການແຕ່ງ ຕັ້ງນຶ່ງໃນສອງນັກກົດໝາຍແມ່ຍິງ ທີ່ທ່ານໄດ້ແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານອຸທອນຂອງລັດຖະບານກາງ ໃຫ້ເຂົ້າຮັບໜ້າທີ່ແທນ ທ່ານນາງຣູດທ໌ ເບເດີ ກິນສ໌ເບີກ ຜູ້ພິພາກສາສານສູງສຸດຫົວເສລີ ທີ່ເຖິງແກ່ອະສັນຍະກຳໃນອາທິດແລ້ວນີ້.

ທ່ານທຣຳໄດ້ກ່າວຕໍ່ການໂຮມຊຸມນຸມທາງການເມືອງ ໃນຄືນວັນເສົາທີ່ຜ່ານມາ ຢູ່ທີ່ເມືອງແຟແຢັດວິລ ໃນລັດຄາໂຣໄລນາເໜືອ ວ່າ ທ່ານຈະທຳການສະເໜີຊື່ໃນອາທິດນີ້ແລະ “ມັນຈະແມ່ນແມ່ຍິງ.” ກ່ອນໜ້ານີ້ ທ່ານໄດ້ແຕ່ງຕັ້ງໃຫ້ທ່ານນາງເອມີ ຄອນນີ ບາແຣັດ (Amy Coney Barrett) ຈາກສານອຸທອນເຂດ 7 ຢູ່ນະຄອນຊີຄາໂກແລະທ່ານນາງບາບາຣາ ລາໂກອາ (Barbara Lagoa) ຈາກ ສານ circuit ເຂດ 11 ຢູ່ນະຄອນແອັດແລນຕາ ຊຶ່ງອາດຈະເປັນຜູ້ທີ່ທ່ານຈະສະເໜີກໍເປັນໄປໄດ້.

ພວກນະໜັບສະໜຸນຮ້ອງຂຶ້ນວ່າ “ແຕ່ງຕັ້ງບ່ອນນັ່ງນັ້ນ” ແລະທ່ານທຣຳກ່າວວ່າ ນັ້ນຄືສິ່ງທີ່ຂ້າພະເຈົ້າຕັ້ງໃຈຈະເຮັດ.

ແຕ່ຜູ້ສະໝັກປະທານາທິບໍດີຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ຮຽກຮ້ອງໃຫ້ສະມາຊິກສະພາສູງພັກຣີພັບບລີກັນ ຢ່າໄດ້ລົງຄະແນນສຽງ ກ່ຽວກັບຜູ້ທີ່ຈະຖືກສະເໜີຊື່ເປັນຜູ້ພິພາກສາສານສູງສຸດ ໄວເກີນໄປ ກ່ອນການເລືອກຕັ້ງ ໃນເດືອນພະຈິກ.

ທ່ານໄບເດັນ ກ່າວໃນວັນອາທິດວານນີ້ ທີ່ນະຄອນຟີລາແດລເຟຍວ່າ “ຜູ້ມີສິດປ່ອນບັດໃນປະເທດນີ້ຄວນຈະມີການຮັບຟັງ... ພວກເຂົາເຈົ້າແມ່ນບຸກຄົນທີ່ລັດຖະທຳມະນູນນີ້ມອງເຫັນວ່າ ຄວນເປັນຜູ້ຕັດສິນໃຈວ່າຜູ້ໃດມີອຳນາດທີ່ຈະທຳການແຕ່ງຕັ້ງນີ້ ການສົ່ງການແຕ່ງຕັ້ງນີ້ເຂົ້າສູ່ສະພາສູງ ມັນເປັນການໃຊ້ສິດອຳນາດດິບທາງດ້ານການເມືອງ.”

ຄວາມຕັ້ງໃຈຂອງທ່ານທຣຳ ທີ່ຈະທຳການແຕ່ງຕັ້ງ 6 ອາທິດກ່ອນທີ່ທ່ານປະເຊີນໜ້າກັບການເລືອງຕັ້ງຢ່າງດຸເດືອດ ກັບທ່ານໄບເດັນໃນວັນທີ 3 ພະຈິກໄດ້ກໍ່ໃຫ້ເກີດການຕໍ່ສູ້ແບບເຈັບໃຈທາງດ້ານການເມືອງຢູ່ທີ່ວໍຊິງຕັນ ລະຫວ່າງສະມາຊິກພັກຣີພັບບລີກັນ ຂອງປະທານາທິບໍດີຢູ່ໃນສະພາສູງ ທີ່ໄດ້ກ່າວວ່າເຂົາເຈົ້າຈະສະໜັບສະໜຸນການແຕ່ງຕັ້ງຂອງທ່ານ ແລະສະມາຊິກພັກເດໂມແຄຣັດທີ່ຮຽກຮ້ອງໃຫ້ເລື່ອນເວລາໃນການແຕ່ງຕັ້ງ ຈົນກວ່າວ່າທ່ານທຣຳ ຫຼືທ່ານໄບເດັນໄດ້ຖືກເລືອກໃຫ້ເຂົ້າໄປຮັບຕຳແໜ່ງທີ່ທຳນຽບຂາວເປັນເວລາ 4 ປີ ໃນເດືອນມັງກອນຈະມາ.

ທ່ານທຣຳຢາກໃຫ້ສະພາສູງຮັບຮອງເອົາການແຕ່ງຕັ້ງຂອງທ່ານໂດຍໄວ ກ່ອນການເລືອກຕັ້ງ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ພັກຣີພັບບລີກັນທີ່ກຳສຽງສ່ວນຫຼາຍ 53 ຕໍ່ 47 ຢູ່ໃນສະພາສູງນັ້ນຈະດຳເນີນການກ່ອນການເລືອກຕັ້ງຫຼືບໍ່.

ໃນປີ 2016 ພັກຣີພັບບລີກັນໄດ້ປະຕິເສດ ທີ່ຈະພິຈາລະນາການແຕ່ງຕັ້ງຜູ້ພິພາສາສານສູງສຸດ ຂອງອະດີດປະທານາທິບໍດີບາຣັກ ໂອບາມາ ນັ້ນຄືການແຕ່ງຕັ້ງທ່ານແມຣິກ ກາແລນ (Merrick Garland) ຫຼັງຈາກການເສຍຊີວິດຂອງຜູ້ພິພາກສາ ແອນໂທນິນ ສກາເລຍ ໃນເດືອນກຸມພາຂອງປີນັ້ນ. ພວກເຂົ້າເຈົ້າຖົກຖຽງວ່າ ການຫວ່າງລົງຂອງບ່ອນນັ່ງໃນສານສູງສຸດ ຄວນຖືກປະ
ໄວ້ ໃນລະຫວ່າງປີການເລືອກຕັ້ງ ເພື່ອໃຫ້ປະຊາຊົນອາເມຣິກັນສາມາດຊັ່ງຊາໃນການເລືອກເອົາຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ