ປ. ທຣຳ ປະກາດ ການສ້າງຕັ້ງ ຄວາມສຳພັນ ທາງການທູດ ລະຫວ່າງ ອິສຣາແອລ ແລະ ສະຫະລັດອາຣັບເອເມີເຣສ

ໂຮງການໃນນະຄອນເທລອາວິບ ມີການໄຕ້ໄຟທີ່ເປັນແສງສີ ຂອງທຸງຊາດສະຫະລັດອາຣັບເອເມີເຣສ ແລະອິສຣາແອລ ໃນຂະນະທີ່ປະເທດທັງສອງ ປະກາດສ້າງຕັ້ງສາຍພົວພັນທາງດ້ານການທູດໂດຍເຕັມ ເມື່ອວັນທີ 13 ສິງຫາ 2020.

ອິສຣາແອລແລະສະຫະລັດອາຣັບເອເມີເຣສ ໄດ້ຕົກລົງທີ່ຈະສ້າງຕັ້ງ ສາຍພົວພັນທາງການທູດໂດຍເຕັມລະຫວ່າງກັນ ອັນເປັນພາກສ່ວນນຶ່ງໃນຄວາມພະຍາຍາມ ທີ່ມີສະຫະລັດເປັນຄົນກາງໄກ່ເກ່ຍໃຫ້ມີການຕົກລົງກັນ ອີງຕາມການປະກາດຂອງປະທານາທິບໍດີດໍໂນລ ທຣຳ ໃນວັນພະຫັດວານນີ້.

ປະທານາທິບໍດີທຣຳເອີ້ນຂໍ້ຕົກລົງດັ່ງກ່າວນີ້ວ່າ “ສັນຍາແອບຣາແຮມ” ອີງຕາມຊື່ບິດາຜູ້ກໍ່ຕັ້ງສາມສາສະໜາທີ່ມີພະເຈົ້າພຽງອົງດຽວ ໃນພາກຕາເວັນອອກກາງນັ້ນກໍຄືສາສະໜາຄຣິສຕຽນ ອິສລາມ ແລະຈູແດອິສເຊິມ. ນີ້ແມ່ນການຕົກລົງສັນຕິພາບຄັ້ງທີ 3 ທີ່ອິສຣາແອລໄດ້ເຮັດກັບປະເທດອາຣັບ ນັບແຕ່ອິສຣາແອລໄດ້ຮັບເອກກະລາດໃນປີ 1948.

ປະທານາທິບໍດີທຣຳ ແລະນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູແລະອົງມົງກຸດຣາຊະກຸມມານຂອງສະຫະລັດອາຣັບເອເມີເຣສ ເຈົ້າຟ້າຊາຍໂມຮຳເໝັດ ອາລ ນາຢານ ກ່າວວ່າ ພວກທ່ານຫວັງວ່າ “ຄວາມກ້າວໜ້າຄັ້ງປະຫວັດສາດດັ່ງກ່າວ ຈະຊ່ວຍຊຸກຍູ້ສັນຕິພາບໃນພາກຕາເວັນອອກກາງ.”

ປະທານາທິບໍດີທຣຳ ກ່າວໃນລະຫວ່າງທີ່ມີການປະກາດ ຢູ່ທຳນຽບຂາວ ທີ່ທ່ານໄດ້ຖືກຫ້ອມລ້ອມໂດຍສະມາຊິກໃນຄະນະລັດຖະບານຂອງທ່ານ ຊຶ່ງເປັນຜູ້ຊ່ວຍໄກ່ເກ່ຍໃຫ້ມີການຕົກລົງນັ້ນກ່າວວ່າ “ເວລານີ້ນ້ຳກ້ອນໄດ້ແຕກແລ້ວ ຂ້າພະເຈົ້າຫວັງວ່າຈະມີປະເທດອາຣັບແລະປະເທດມຸສລິມໃນຈຳນວນເພີ້ມຕື່ມຈະເດີນຕາມການນຳໜ້າຂອງສະຫະລັດອາຣັບເອເມີເຣສ.

ທ່ານທຣຳ ກ່າວຕື່ມວ່າ ເວລານີ້ ປະຊາຊົນຊາວມຸສລິມ ຈາກສະຫະລັດອາຣັບເອເມີເຣສສາມາດໄປສູດມົນ ໃນວັດໃຫຍ່ ອາລ ອັກສາ ທີ່ມີຄວາມສຳຄັນປະ ຫວັດສາດ ຢູ່ທີ່ນະຄອນເຈຣູຊາແລັມໄດ້ ຊຶ່ງເປັນສະຖານທີ່ສັກສັດ ອັນດັບ 3 ຂອງສາສະໜາອິສລາມ.

ສ່ວນທ່ານເນຕັນຢາຮູ ກໍໄດ້ກ່າວດ້ວຍຄຳເວົ້າອັນອົບອຸ່ນຕໍ່ປະເທດທີ່ຫາກໍສ້າງຕັ້ງຄວາມສຳຄັນທາງດ້ານການທູດໃໝ່ສຸດກັບຕົນ.

ທ່ານກ່າວວ່າ “ແລະຕໍ່ປະຊາຊົນຢູ່ອາບູດາບີ ແລະຜູ້ນຳຂອງພວກເຂົາເຈົ້າ ເຈົ້າຟ້າຊາຍໂມຮຳເໝັດ ບິນ ຊາເຢັດ ຂ້າພະເຈົ້າຂໍກ່າວວ່າ ‘Salam Alaikum, Shalom Aleichem. ສັນຕິສຸກຈົ່ງເປັນຂອງທ່ານ. ສັນຕິສຸກຈົ່ງເປັນຂອງພວກເຮົາທຸກຄົນ.’”

ພວກເຈົ້າໜ້າທີ່ ຢູ່ນະຄອນຫຼວງອາບູດາບີແມ່ນມີຄວາມລະມັດລະວັງເປັນພິເສດ.

ທ່ານອານວາ ກາກາສ (Anwar Gargash) ເຈົ້າໜ້າທີ່ອະວຸໂສຂອງສະຫະລັດອາຣັບເອເມີເຣສ ກ່າວວ່າ “ມັນດີເລີດບໍ? ບໍ່ມີຫຍັງດີເລີດໄດ້ ຢູ່ໃນຂົງເຂດ ທີ່ມີຄວາມຫຍຸ້ງຍາກນີ້ ແຕ່ພວກເຮົາຄິດວ່າ ພວກເຮົາໄດ້ໃຊ້ໝາກການເມືອງ ຂອງພວກເຮົາ ຢ່າງຖືກຕ້ອງແລ້ວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ