ປ. ທຣຳ ຮຽກຮ້ອງ ໃຫ້ມີຄວາມເປັນເອກກະພາບກັນ ເພື່ອປະເຊີນໜ້າ ກັບພວກທີ່ເຫັນແຕ່ ຄວາມຜິດຜູ້ອື່ນ ແລະມີແຕ່ອະຄະຕິ

ປະທານາທິບໍດີ ດໍໂນລ ທຣຳ ຖະແຫຼງທີ່ກອງປະຊຸມໂຕະມົນ ຢູ່ນະຄອນດາລລັສ ລັດເທັກຊັສ ເມື່ອວັນທີ 11 ມິຖຸນາ 2020.

ຫຼັງຈາກໄດ້ເກີດຄວາມວຸ້ນວາຍ ໃນການໂຮມຊຸມນຸມປະທ້ວງ ຂອງປະຊາຊົນ ຢູ່ໃນອາເມຣິກາ ເປັນເວລາຫຼາຍອາທິດແລ້ວ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຂອງທ່ານຈະທຳການພັດທະນາເສດຖະກິດຢ່າງຂຸ້ນຂ້ຽວຢູ່ໃນປະຊາຄົມຂອງພວກຊົນກຸ່ມນ້ອຍ ແລະແກ້ໄຂບັນຫາ ໃນການຮັກສາສຸຂະ ພາບທີ່ແຕກຕ່າງກັນຢູ່ໃນຂົງເຂດເຫຼົ່ານັ້ນ.

ທຳນຽບຂາວ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່າວວ່າ ນີ້ແມ່ນສ່ວນນຶ່ງຂອງແຜນ ການ 4 ຂໍ້ “ເພື່ອສ້າງຄວາມປອດໄພ ໂອກາດ ແລະກຽດສັກສີ.”

ໃນການຖະແຫຼງທີ່ໂບດແຫ່ງນຶ່ງ ຢູ່ໃນການໂອ້ລົມກ່ຽວກັບເລື້ອງເຊື້ອຊາດຜິວພັນ ແລະການຮັກສາລະບຽບກົດໝາຍໂດຍຕຳຫຼວດ ທີ່ນະຄອນດາລລັສ ລັດເທັກຊັສ ປະທານາທິບໍດີທຣຳ ກ່າວວ່າ ນັ້ນແມ່ນສ່ວນນຶ່ງຂອງແຜນການທີ່ທ່ານຈະລົງນາມໃນດຳລັດຮຽກຮ້ອງໃຫ້ຕຳຫຼວດປະຕິບັດຕາມມາດຕະຖານໃນການໃຊ້ກຳລັງຊຶ່ງສ່ວນໃຫຍ່ມີຢູ່ແລ້ວໃນເວລານີ້.

ທ່ານທຣຳກ່າວວ່າ “ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນເພື່ອປະເຊີນໜ້າກັບພວກທີ່ບໍ່ຍອມໂຍະຍານຜ່ອນຜັນຕໍ່ຜູ້ທີ່ບໍ່ມີຄວາມເຫັນຄືກັນກັບຕົນ ການມີອະຄະຕິເມື່ອໃດທີ່ມັນປາກົດໃຫ້ເຫັນ. ແຕ່ພວກເຮົາຈະບໍ່ມີຄວາມກ້າວໜ້າ ແລະບໍ່ສາມາດຮຳບາດແຜ ດ້ວຍການລະບຸ ທີ່ບໍ່ຖືກຕ້ອງວ່າ ຊາວອາເມຣິກັນທີ່ດີໆຫຼືບໍ່ມີຄວາມຜິດຫຼາຍໆສິບລ້ານຄົນເປັນພວກແບ່ງແຍກຫຼືດູຖູກຜິວພັນອື່ນ.

ນອກນັ້ນ ທ່ານທຣຳຍັງໄດ້ປະຕິເສດບໍ່ຍອມຮັບເອົາການຕ້ອງຕິໃນການໃຫ້ຄວາມເຫັນຂອງທ່ານກ່ອນໜ້ານີ້ ກ່ຽວກັບຄວາມຈຳເປັນໃນການຕ້ອງມີຕຳຫຼວດເຕັມຖະໜົນຫົນທາງ ໃນຂະນະທີ່ເກີດຄວາມວຸ້ນວາຍ.

ທ່ານກ່າວວ່າ “ຂ້າພະເຈົ້າຍັງຈະຍຶດໝັ້ນກັບສິ່ງນັ້ນ.”

ທ່ານທຣຳໄດ້ໃຫ້ຂໍ້ສັງເກດ ກ່ຽວກັບການປະທ້ວງຢ່າງຕໍ່ເນື່ອງ ຢູ່ຕາມຖະໜົນຫົນ ທາງໃນອາທິດນີ້ ທີ່ນະຄອນຊີອາໂຕ້ ລັດວໍຊິງຕັນ. ໃນຕອນເຊົ້າວານນີ້ ທ່ານໄດ້ທວງໃຫ້ເຈົ້າຄອງນະຄອນຊີອາໂຕ້ ແລະຜູ້ປົກຄອງລັດວໍຊິງຕັນ ຍຶດນະຄອນດັ່ງກ່າວຄືນຈາກ “ພວກສ້າງຄວາມວຸ້ນວາຍທີ່ໜ້າລັງກຽດ” ຫຼື “ຖ້າພວກທ່ານບໍ່ເຮັດ ຂ້າພະເຈົ້າຈະເຮັດເອງ.

ເຈົ້າຄອງນະຄອນຊີອາໂຕ້ ເຈັນນີ ເດີກແກນ ກ່າວຕອບໂຕ້ຢ່າງສັ້ນໆຜ່ານທາງທວີດເຕີ້ຕໍ່ການຂົ່ມຂູ່ຂອງທ່ານທຣຳວ່າ "ເພື່ອເຮັດໃຫ້ພວກເຮົາທັງໝົດປອດໄພ ຈົ່ງກັບຄືນໄປ ຂຸມຫລົບໄພຂອງທ່ານຊະ."

ໃນບາດກ້າວຕ່າງໆ ທີ່ພົວພັນກັບຊາວອາເມຣິກັນເຊື້ອສາຍອາຟຣິກາ ແລະການປະຕິຮູບຕຳ ຫຼວດ ທີ່ທ່ານທຣຳໄດ້ເປີດເຜີຍ ຢູ່ນະຄອນດາລລັສ ໃນວັນພະຫັດວານນີ້ ເບິ່ງຊົງວ່າຈະບໍ່ເປັນທີ່ພໍອົກພໍໃຈເທື່ອ ສຳລັບພວກທີ່ມີຄວາມໂກດແຄ້ນ ຫລັງຈາກ ການເສຍຊີວິດ ຂອງທ້າວ ຈອຣຈ໌ ຟລອຍດ໌ ຄົນອາເມຣິກັນເຊື້ອສາຍອາຟຣິກາ ໃນລະຫວ່າງການຄວບຄຸມໂຕຂອງຕຳຫຼວດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ