ຕຳຫຼວດ ມິນນີອາໂປລິສ ທັງ 4 ຖືກກ່າວຫາ ໃນການເສຍຊີວິດ ຂອງທ້າວຟລອຍດ໌

ຮູບແຕ່ຊ້າຍຫາຂວາ ແມ່ນຕຳຫຼວດ Derek Chauvin, J. Alexander Kueng, Thomas Lane ແລະ Tou Thao. ທັງໝົດໄດ້ຖືກກ່າວຫາ ໃນການເສຍຊີວິດຂອງທ້າວຟລອຍດ໌.

ຕຳຫຼວດທັງ 4 ຄົນທີ່ຖືກກ່າວຫາວ່າພົວພັນກັບການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ຄົນອາເມຣິກັນເຊື້ອສາຍອາຟຣິກາອາຍຸ 46 ປີ ເວລານີ້ພວມປະເຊີນກັບຂໍ້ຫາທາງອາຍາ.

ມາຈົນຮອດວັນພຸດວານນີ້ ມີພຽງແຕ່ທ່ານເດເຣັກ ໂຊວິນ ຜູ້ທີ່ໄດ້ເອົາຫົວເຂົ່າໜີບລົງໃສ່ຄໍຂອງທ້າວຟລອຍດ໌ ເຖິງແມ່ນໃນຂະນະທີ່ຜູ້ກ່ຽວຮ້ອງອອກມາວ່າ ລາວບໍ່ສາມາດຫາຍໃຈ ໄດ້ຖືກກ່າວຫາ.

ມີການກ່າວຫາ ຕໍ່ຕຳຫຼວດອີກ 3 ຄົນ ທີ່ຢູ່ໃນເຫດການ ປະກອບມີ ທ່ານຕູທ້າວ ທ່ານ ເຈ ອາເລັກຊານເດີ ເຄິງ ແລະທ່ານທໍມັສ ເລນ. ພວກເຂົາເຈົ້າໄດ້ຖືກກ່າວຫາໃນວັນພຸດວານນີ້ ໃນຖານໃຫ້ຄວາມຊ່ວຍເຫຼືອແລະສະໜັບສະໜຸນການຂ້າຄົນທີ່ຮ້າຍແຮງລະດັບສອງ.

ຂໍ້ຫາຂ້າຄົນລະດັບສາມຕໍ່ທ່ານໂຊວິນຖືກເລື່ອນຂຶ້ນມາເປັນລະດັບສອງຊຶ່ງມີຄວາມ ຮ້າຍແຮງກວ່າເກົ່າ ໃນວັນພຸດວານນີ້. ນອກນັ້ນແລ້ວ ຜູ້ກ່ຽວຍັງໄດ້ຖືກຂໍ້ຫາ ເຮັດໃຫ້ຄົນເສຍຊີວິດໂດຍບໍ່ໄດ້ຕັ້ງໃຈລະດັບສອງ.

ຫົວໜ້າພະແນກຍຸຕິທຳລັດມິນເນໂຊຕ້າ ທ່ານຄີບ ແອລລີສັນ (Keith Ellison) ກ່າວວ່າ “ຂ້າພະເຈົ້າມີຄວາມເຊື່ອຢ່າງແຂງຂັນວ່າ ການເຄື່ອນໄຫວເຫຼົ່ານີ້ ແມ່ນນອນຢູ່ໃນຜົນປະໂຫຍດ ເພື່ອໃຫ້ຄວາມເປັນທຳແກ່ທ້າວຟລອຍດ໌ ຄອບຄົວຂອງລາວ ປະຊາຄົມ ແລະລັດຂອງພວກເຮົາ. ພວກເຮົາພວມເຮັດວຽກຮ່ວມກັນ ກ່ຽວກັບຄະດີນີ້ ໂດຍມີຈຸດໝາຍນຶ່ງດຽວກັນ ຄືຄວາມເປັນທຳສຳລັບທ້າວຟລອຍດ໌.”

ທ່ານແອລລີສັນກ່າວວ່າ ທ່ານໄດ້ສຶກສາເບິ່ງຫຼັກຖານແລະປຶກສາຫາລືກັບໄອຍະການຄົນອື່ນໆກ່ອນທີ່ຈະຕັດສິນໃຈໃນການຕັ້ງຂໍ້ຫາຕື່ມ.

ທ່ານກ່າວວ່າ ຄວາມວຸ້ນວາຍໃນທົ່ວປະເທດ ແລະຄວາມຮຸນແຮງໃນການປະທ້ວງ ຢູ່ຕາມຖະໜົນຫົນທາງ ທີ່ເກີດຈາກການເສຍຊີວິດຂອງທ້າວຟລອຍດ໌ບໍ່ໄດ້ມີສ່ວນໃນການຕັດສິນໃຈດັ່ງກ່າວ.

ທະນາຍຄອບຄົວຂອງທ້າວຟລອຍດ໌ກ່າວວ່າ ການຕັ້ງຂໍ້ຫາຕື່ມແມ່ນ “ໂອກາດເວລາທີ່ມີທັງຄວາມຂົມຂື່ນແລະຫວານຊື່ນພ້ອມໆກັນ.”

ການປະທ້ວງຍັງດຳເນີນຢູ່ຕໍ່ມາໃນຫຼາຍໆຫົວເມືອງເປັນມື້ທີເກົ້າລຽນຕິດໃນວັນພຸດວານນີ້ ໂດຍມີລາຍງານກ່ຽວກັບຄວາມຮຸນແຮງແລະການບຸກເຂົ້າໄປລັກເອົາເຄື່ອງຂອງໜ້ອຍລົງ.

ທີ່ນະຄອນຫຼວງວໍຊິງຕັນ ດີຊີ ເຈົ້າຄອງນະຄອນ ມູແຣລ ບາວເຊີ ຍ້າຍເວລາໃນການຫ້າມອອກເຮືອນ ຈາກ 7 ໂມງແລງ ໄປເປັນ 11 ໂມງ ຫຼັງຈາກພວກປະທ້ວງໃນນະຄອນຫຼວງສະຫະລັດ ມີຄວາມສະຫງົບຫຼາຍຂຶ້ນໃນໄລຍະສອງມື້ຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ