ພວກປະທ້ວງ ຢູ່ທົ່ວໂລກ ສະໜັບສະໜຸນ ພວກເດີນຂະບວນ ຢູ່ໃນສະຫະລັດ

ພວກປະທ້ວງເດີນຂະບວນໄປຍັງຈະຕຸລັດ Trafalgar ໃນໃຈກາງລອນດອນ ເມື່ອວັນທີ 31 ພຶດສະພາ ປີ 2020 ເພື່ອສະໜັບສະໜຸນ ການເດີນຂະບວນຢູ່ສະຫະລັດ.

ການເສຍຊີວິດໃນວີິດີໂອທີ່ສ້າງຄວາມຕື່ນຕົກໃຈຂອງທ້າວຈອຣ໌ຈ ຟລອຍດ໌ ຄົນອາເມຣິກັນເຊື້ອສາຍອາຟຣິກາ ໄດ້ດຶງດູດເອົາຄວາມສົນໃຈຂອງປະຊາຊົນຈາກທົ່ວໂລກ.

ການເດີນຂະບວນປະທ້ວງຕໍ່ຕ້ານສະຫະລັດ ເພື່ອສະແດງຄວາມບໍ່ພໍໃຈກ່ຽວກັບການເສຍຊີິວິດຂອງຊາຍຄົນນີ້ ໄດ້ມີຂຶ້ນຢູ່ຕາມນະຄອນຫຼວງຂອງປະເທດຕາເວັນຕົກຫຼາຍແຫ່ງ ໃນວັນອາທິດວານນີ້ ແລະໜັງສືພິມຕ່າງໆໄດ້ພາດຫົວຂໍ້ຂ່າວຕ້ອງຕິຕໍ່ຕຳຫຼວດອາເມຣິກັນກ່ຽວກັບເຫດການທີ່ເກີດຂຶ້ນເມື່ອອາທິດແລ້ວທີ່ນະຄອນມິນນີອາໂປລິສ.

ທ້າວຈອຣ໌ຈ ຟລອຍດ໌ ຊຶ່ງເປັນຄົນອາເມຣິກັນເຊື້ອສາຍອາຟຣິກາ ໄດ້ເສຍຊີວິດໃນຂະນະທີ່ຕຳຫຼວດ Derek Chauvin ໄດ້ເອົາຫົວເຂົ່າຂອງລາວເຕັງໃສ່ກ້ານຄໍດ້ານຫຼັງຂອງຜູ້ກ່ຽວ ດົນກວ່າ 8 ນາທີ ໃນຂະນະທີ່ທ້າວຟລອຍດ໌ຮ້ອງອອກມາຊ້ຳແລ້ວຊ້ຳອີກວ່າ ລາວຫາຍໃຈບໍ່ໄດ້. ເຫດການດັ່ງກ່າວແມ່ນໄດ້ຖືກບັນທຶກໄວ້ໂດຍວິດີໂອ.

ພວກປະທ້ວງຫຼາຍໆພັນຄົນໄດ້ໂຮມຊຸມນຸມກັນຢູ່ໃນເຂດໃຈກາງນະຄອນຫຼວງລອນດອນ ເພື່ອສະແດງການສະໜັບສະໜຸນຕໍ່ການເດີນຂະບວນປະທ້ວງຢູ່ໃນສະຫະລັດທີ່ໄດ້ມີຂຶ້ນຢູ່ໃນຫຼາຍສິບຫົວເມືອງທົ່ວປະເທດໃນໄລຍະ 5 ມື້ທີ່ຜ່ານມາເພື່ອປະນາມ ການກະທຳຂອງຕຳຫຼວດ. ການກໍ່ຄວາມຮຸນແຮງ ທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍໆທົດສະວັດໄດ້ລະເບີດຂຶ້ນ ໂດຍມີການຈູດເຜົາລົດຕຳຫຼວດ ແລະຕຶກໂຮງການລັດຖະບານ ບຸກເຂົ້າໄປລັກເອົາເຄື່ອງຂອງຢູ່ຕາມຫ້າງຮ້ານແລະທຳລາຍໜ້າຕາຂອງອະນຸສາວະລີຕ່າງໆ.

ພວກປະທ້ວງຢູ່ອັງກິດ ໄດ້ພາກັນຮ້ອງໂຮຂຶ້ນວ່າ “ບໍ່ມີຄວາມຍຸຕິທຳ ບໍ່ມີຄວາມສະຫງົບ” ແລະກໍພາກັນຍໍປ້າຍຄຳຂວັນທີ່ຂຽນວ່າ “ຍັງຈະມີອີກຫຼາຍປານໃດ.”

ສ່ວນພວກປະທ້ວງຢູ່ເດນມາກ ພາກັນເດີນຂະບວນໄປຍັງສະຖານທູດສະຫະລັດ ທີ່ນະຄອນໂກເປັນເຮເກັນຖືປ້າຍຄຳຂວັນທີ່ຂຽນວ່າ “ຢຸດເຊົາການສັງຫານຄົນຜິວດຳ.” ຢູ່ປະເທດເຢຍຣະມັນ ພວກປະທ້ວງພາກັນຖືປ້າຍຄຳຂວັນ ທີ່ຂຽນວ່າ “ຈົ່ງໃຫ້ພວກຕຳຫຼວດເປັນຜູ້ຮັບຜິດຊອບ” ແລະ “ຜູ້ໃດທ່ານຈະໂທໄປຫາເວລາຕຳຫຼວດເປັນຄາດຕະກອນ.”

ໜັງສືພິມ Bild ຊຶ່ງເປັນໜັງສືພິມທີ່ຂາຍດີທີ່ສຸດໃນເຢຍຣະມັນໄດ້ພາດຫົວຂໍ້ຂ່າວແບບທ້າທາຍໃນວັນອາທິດວານນີ້ວ່າ “ຕຳຫຼວດຄາດຕະກອນຄົນນີ້ ພວມຈູດເຜົາອາເມຣິກາ” ດ້ວຍລູກສອນທີ່ຊີ້ໄປຫາຮູບຂອງທ້າວ Chauvin ທີ່ໄດ້ຖືກປົດອອກຈາກໜ້າທີ່ແລະຖືກກ່າວຫາວ່າເປັນຄາດຕະກອນລະດັບສາມແລະລະດັບສອງ ຫຼື third-degree murder ແລະ second degree manslaughter ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ