ການຊ່ວຍເຫຼືອຮອບໃໝ່ ຕໍ່ພວກທີ່ໄດ້ຮັບຜົນກະທົບ ຈາກໄວຣັສໂຄໂຣນາ ຍັງບໍ່ຜ່ານ ສະພາສູງເທື່ອ

ທ່ານຣອຍ ບລັນທ໌ ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດມິສຊູຣີ (ຊ້າຍ) ແລະ ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານມິດຈ໌ ແມັກຄອນແນລ ຮັກສາໄລຍະຫ່າງກັນ ຂະນະທີ່ພວກທ່ານໄປຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ຕຶກສະພາ ເມື່ອວັນທີ 19 ພຶດສະພາ 2020.

ສະມາຊິກສະພາສະຫະລັດ ມີຄວາມເຫັນແຕກຕ່າງກັນ ໃນການເອົາບາດກ້າວທີ່ຈຳເປັນຂັ້ນຕໍ່ໄປ ເພື່ອຮັບມືກັບບັນຫາທ້າທາຍຕ່າງໆທາງດ້ານເສດຖະກິດແບບບໍ່ເຄີຍມີມາກ່ອນ ອັນເປັນຜົນກະທົບຈາກວິກິດການໄວຣັສໂຄໂຣນາ.

ຮ່າງກົດໝາຍໃຫ້ຄວາມຊ່ວຍເຫຼືອມູນຄ່າ 3 ພັນຕື້ໂດລາ ທີ່ມີການຮັບຜ່ານໃນສັບປະດາແລ້ວ ໂດຍສະພາຕ່ຳ ທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍນັ້ນ ບໍ່ມີໂອກາດເລີຍ ທີ່ສະພາສູງ ຊຶ່ງຄວບຄຸມໂດຍພັກຣີພັບບລີກັນ ຈະຮັບຮອງເອົາກ່ອນທີ່ບັນດາສະມາຊິກລັດຖະສະພາຈະໄປພັກເນື່ອງໃນໂອກາດວັນ Memorial Day ຫຼືວັນລະນຶກເຖິງພວກທະຫານທີ່ເສຍຊີວິດໃນລະຫວ່າງຮັບໃຊ້ປະເທດຊາດຢູ່ນັ້ນ. ການເຈລະຈາເພື່ອສ້າງຄວາມປະນີປະນອມສະແດງໃຫ້ເຫັນວ່າ ຍັງບໍ່ມີຄວາມກ້າວໜ້າທີ່ສຳຄັນໃດໆ.

ທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ກ່າວໃນວັນອັງຄານວານນີ້ວ່າ “ພວກເຮົາຈຳເປັນຕ້ອງໄດ້ຊັ່ງຊາເບິ່ງໃນສິ່ງທີ່ພວກເຮົາໄດ້ເຮັດໄປແລ້ວ. ຈົ່ງພາກັນເບິ່ງວ່າແມ່ນຫຍັງໄດ້ຜົນແລະແມ່ນຫຍັງບໍ່ໄດ້ຜົນແລະເຮົາຈະຫາລືກັນກ່ຽວກັບຊ່ອງທາງເພື່ອຈະດຳເນີນການໄປໜ້າ ໃນໄລຍະສອງສາມອາທິດຂ້າງໜ້ານີ້.”

ທ່ານແມັກຄອນແນລໄດ້ເຕືອນວ່າ ສະພາຄວນຈະຊັ່ງຊາເບິ່ງຜົນ ຂອງກົດໝາຍໃຫ້ການຊ່ວຍເຫຼືອ ທີ່ເອີ້ນວ່າ CARES ຊຸດທຳອິດ ຊຶ່ງເປັນກົດໝາຍບັນເທົາທຸກທີ່ໃຫຍ່ທີ່ສຸດໃນປະຫວັດສາດ ກ່ອນທີ່ຈະເພີ້ມໜີ້ສິນ ໃຫ້ແກ່ປະເທດຊາດຫຼາຍຂຶ້ນຕື່ມ.

ແຕ່ໃນຂະນະທີ່ບັນດາລັດສ່ວນໃຫຍ່ຂອງສະຫະລັດເລີ້ມເປີດທຸລະກິດແລະຫ້ອງການຕ່າງໆຂອງຕົນຄືນຢູ່ນັ້ນ ພັກເດໂມແຄຣັດກໍເຕືອນວ່າ ວິກິດການນີ້ແມ່ນຍັງອີກດົນຈຶ່ງຈະຍຸຕິລົງ.

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານຊັກ ຊູເມີ ກ່າວຕໍ່ພວກນັກຂ່າວໃນວັນອັງຄານວານນີ້ວ່າ “ພັກຣີພັບບລີກັນມີປະຫວັດມາດົນນານແລ້ວເພື່ອຈະເຂົ້າໃຈກ່ຽວກັບວິກິດການນີ້ ແລະເງິນທຶນທີ່ຈຳເປັນ.”

ທ່ານຊູເມີກ່າວຕໍ່ໄປວ່າ “ຜູ້ນຳແມັກຄອນແນລກ່າວວ່າ ພັກຣີພັບບລີກັນ ຍັງຢາກຈະຢຸດພັກ. ພວກເຂົາເຈົ້າຢູ່ໃນໂລກໜ່ວຍໃດກັນແທ້? ໄວຣັສໂຄໂຣນາມັນບໍ່ໄດ້ຢຸດພັກເລີຍ. ການສູນເສຍວຽກເຮັດງານທຳກໍບໍ່ໄດ້ຢຸດພັກ. ພວກຄົນຖືກຂັບໄລ່ອອກຈາກບ້ານເຮືອນຂອງເຂົາເຈົ້າ ມີການຢຸດພັກບໍ? ເບິ່ງຄືວ່າ ພວກເຂົາເຈົ້າບໍ່ຍອມຮັບຮູ້ຄຳເຕືອນຕ່າງໆ ທາງດ້ານເສຖະກິດ ທີ່ດັງກ້ອງອອກມາ ໂດຍປາສະ ຈາກການເອົາມາດຕະການເພີ້ມຕື່ມໃດໆ.”

ໃນຕອນເຊົ້າວັນອັງຄານວານນີ້ ທ່ານເຈໂຣມ ພາວແວລ ແລະລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມນຸກຈິນ ໄດ້ວາດພາບທີ່ບໍ່ແຈ່ມໃສປານໃດກ່ຽວກັບສະພາບເສດຖະກິດ ທີ່ປະເທດຊາດໄດ້ຮັບຄວາມເສຍຫາຍຈາກໂຣກລະບາດໄວຣັສໂຄໂຣນາ ແຕ່ກໍກ່າວວ່າພວກທ່ານຍັງມີຄວາມຫວັງໃນການທີ່ຈະໃຫ້ເງິນກູ້ຢືມ ແລະການຊ່ວຍເຫຼືອ ຕໍ່ບັນດາຄອບຄົວແລະທຸລະກິດ ຈະໄດ້ຮັບການບັນ ເທົາທຸກ ໃນໄລຍະສອງສາມເດືອນຕໍ່ໜ້ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ