ການໂຈມຕີ ພິທີສົ່ງສະການ ແລະໂຮງໝໍ ຢູ່ອັຟການິສຖານ ເຮັດໃຫ້ຫຼາຍສິບຄົນ ເສຍຊີວິດ

ຄວັນພຸ່ງຂຶ້ນຈາກໂຮງໝໍ ໃນນະຄອນຫຼວງກາບູລ ຫຼັງຈາກມືປືນບຸກໂຈມຕີ ເມື່ອວັນທີ 12 ພຶດສະພາ 2020.

ການໂຈມຕີດ້ວຍລະເບີດສະຫຼະຊີບ ໃສ່ພິທີສົ່ງສະການ ຢູ່ໃນແຂວງນຶ່ງ ທາງພາກຕາເວັນອອກຂອງອັຟການິສຖານ ທີ່ອ້າງເອົາຄວາມຮັບຜິດຊອບໂດຍກຸ່ມລັດອິສລາມ ແລະການບຸກໂຈມຕີຂອງກຸ່ມຫົວຮຸນແຮງດັ່ງກ່າວ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫຼວງກາບູລໄດ້ສັງຫານປະມານ 40 ຄົນແລະເຮັດໃຫ້ມີຜູ້ບາດເຈັບຈຳນວນນຶ່ງ ອີງຕາມຄຳຖະແຫຼງຂອງເຈົ້າໜ້າທີ່ອັຟານິສຖານ.

ໂຄສົກຂອງລັດຖະບານໃນແຂວງນານກາຮາ ກ່າວວ່າ ມີຜູ້ຄົນຈຳນວນນຶ່ງໄດ້ເຂົ້າຮ່ວມພິທີສົ່ງສະການໃນຕອນເຊົ້າວັນອັງຄານວານນີ້ ໃຫ້ແກ່ຜູ້ບັນຊາການຕຳຫຼວດທີ່ມີອິດທິພົນທ່ານນຶ່ງຂອງອັຟການິສຖານ ທີ່ເສຍຊີວິດ ຍ້ອນຫົວໃຈວາຍເມື່ອຄືນກ່ອນ ເວລາມືລະເບີດສະຫຼະຊີບຄົນນຶ່ງ ບີບຄະນວນລະເບີດໃຫ້ແຕກຂຶ້ນ.

ຖະແຫຼງການໃນຕອນເດິກຂອງໂຄສົກລັດຖະບານຢູ່ແຂວງນານກາຮາເວົ້າວ່າ ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດໂດຍກ່າວວ່າ ມັນເປັນນ້ຳມືຂອງກຸ່ມກໍ່ການຮ້າຍລັດອິສລາມໃນແຂວງໂຄໂຣຊານ ຫຼື ISKP. ພວກເຂົາກ່າວອ້າງວ່າ ເຫດລະເບີດໄດ້ເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍເປັນຈຳນວນຫຼວງຫຼາຍ ໃນການເຕົ້າໂຮມຂອງກຳລັງຮັກສາຄວາມສະຫງົບແລະພວກທະຫານບ້ານ ອີງຕາມອົງການສືບລັບໄຊທ໌ຊຶ່ງເປັນຜູ້ສະໜອງຄຳເຕືອນແລະແປສື່ມວນຊົນຂອງກຸ່ມຈີຮາດ.

ໃນອີກດ້ານນຶ່ງນັ້ນ ມືປືນທີ່ບໍ່ຊາບຝ່າຍ ໄດ້ບຸກໂຈມຕີໂຮງໝໍແຫ່ງນຶ່ງຂອງລັດຖະບານໃນຄຸ້ມດາສ-ອີ-ບາຈີ (Dasht-e-Barchi) ຂອງນະຄອນຫຼວງກາບູລ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະໄດ້ຮັບບາດເຈັບອີກ 15 ຄົນ. ເຈົ້າໜ້າທີ່ກ່າວວ່າ ພວກແມ່ຍິງ ນາງພະຍາບານ ແລະຢ່າງນ້ອຍມີເດັກທາລົກທີ່ເກີດໃໝ່ອີກ 2 ຄົນຮວມຢູ່ໃນຈຳນວນຜູ້ເສຍຊີວິດແລະບາດເຈັບ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ຕໍ່ການບຸກໂຈມຕີໂຮງໝໍດັ່ງກ່າວນີ້ເທື່ອ ແຕ່ພວກກະບົດຕາລີບານໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆ ຊຶ່ງພາໃຫ້ມີການສົງໄສວ່າ ກຸ່ມກໍ່ການຮ້າຍລັດອິສລສາມອາດເປັນຜູ້ຮັບຜິດຊອບໃນການວາງແຜນໂຈມຕີທີ່ນອງເລືອດຄັ້ງນີ້.

ນອກນັ້ນ ກຸ່ມລັດອິສລາມ ຍັງໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດ
ທີ່ມີການປະສານງານກັນຢູ່ນະຄອນຫຼວງກາບູລ ເຖິງແມ່ນວ່າຄວາມຮຸນແຮງນີ້ໄດ້
ເຮັດໃຫ້ມີຜູ້ບາດເຈັບແຕ່ພຽງບໍ່ເທົ່າໃດຄົນທໍ່ນັ້ນ.

ໂຄສົກກະຊວງພາຍໃນ ທ່ານທາຣິກ ອາຣິຢານ ກ່າວຕໍ່ພວກນັກຂ່າວ ໃນວັນອັງ ຄານວານນີ້ວ່າ ກຳລັງຮັກສາຄວາມສະຫງົບ ໄດ້ເຂົ້າພົວພັນຮັບມືກັບການໂຈມຕີຢ່າງໄວວາ ແລະເຮັດໃຫ້ການຍຶດໂຮງໝໍຍຸຕິລົງ ຫຼັງຈາກໄດ້ມີການຍິງຕໍ່ສູ້ກັນເປັນເວລາຫຼາຍໆຊົ່ວໂມງ. ທ່ານກ່າວວ່າ ມີພົນລະເຮືອນ ທີ່ຮວມທັງແມ່ຍິງແລະເດັກນ້ອຍຫຼາຍກວ່າ 80 ຄົນໄດ້ຖືກຊ່ວຍອອກມາໄດ້ ໃນລະຫວ່າງທີ່ມີການຍິງຕໍ່ສູ້ກັນຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ