ຫຼັງໂຄວິດລະບາດ ຊາວລາວ ໃນເຂດແຊນໂຮເຊ ບໍ່ໄດ້ໄປມາຫາສູ່ກັນ ຄືກັບແຕ່ກ່ອນ

ທ່ານອຸດົມ ສານຸວົງ ຈາກເຂດແຊນໂຮເຊ ໃນລັດຄາລີຟໍເນຍ ຢືນຢູ່ຕໍ່ໜ້າຮ້ານສັບພະສິນຄ້າ ທີ່ປິດເປັນການຊົ່ວຄາວ

ຄົນລາວໃນເຂດແຊນໂຮເຊ ລັດຄາລີຟໍເນຍ ບໍ່ໄດ້ພົບປະສັງສັນ ຄືກັນກັບແຕ່ກ່ອນ ຫຼັງຈາກໂຄວິດ-19 ລະບາດແລ້ວ ໄພສານມີລາຍງານ:

Your browser doesn’t support HTML5

ເຊີນຟັງຂ່າວ ໂຄວິດ-19 ເຮັດໃຫ້ຊາວລາວ ໃນເຂດແຊນໂຮເຊ ໄປມາຫາສູ່ກັນລຳບາກ


ຄົນລາວຜູ້ນຶ່ງໃນເຂດແຊນໂຮເຊ ລັດຄາລີຟໍເນຍ ກ່າວວ່າ ການສັ່ງໃຫ້ກັກໂຕຢູ່ໃນບ້ານໃນເຮືອນ ນັບແຕ່ກາງເດືອນມີນາເປັນຕົ້ນມາເຮັດໃຫ້ການພົບປະສັງສັນຂອງຄົນລາວໃນເຂດດັ່ງກ່າວ ກໍບໍ່ຄືກັນກັບແຕ່ກ່ອນ ແລະກໍມີຜົນກະທົບຕໍ່ການທຳມາຫາກິນປະຈຳວັນເພາະໃຜໆກໍຢ້ານໂຣກລະບາດນີ້. ທ່ານອຸດົມ ສານຸວົງ ກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ທ່ານອຸດົມ ກ່າວເຖິງຄຳສັ່ງໃຫ້ກັກໂຕຢູ່ໃນເຮືອນ


ແນວໃດກໍຕາມ ທ່ານອຸດົມ ກ່າວວ່າ ມາຈົນເຖິງເວລານີ້ ກໍຍັງບໍ່ມີຄົນລາວຕິດພະຍາດ ນີ້ເທື່ອ.

Your browser doesn’t support HTML5

ທ່ານອຸດົມ ກ່າວເຖິງຄົນລາວຍັງປອດໄພ

Your browser doesn’t support HTML5

Mr. Oudom Sanouvong

ວີດີໂອ ທີ່ສະແດງໃຫ້ເຫັນບ່ອນຈອດລົດທີ່ຫວ່າງເປົ່າ ຍ້ອນມີການອັດທຸລະກິດຕ່າງໆ

ລັດຄາລີຟໍເນຍ ເປັນລັດນຶ່ງທີ່ມີຄົນລາວອາໄສຢູ່ຫຼາຍທີ່ສຸດ ໃນສະຫະລັດ ແລະມາຈົນຮອດເວລານີ້ ລັດດັ່ງກ່າວ ມີຜູ້ຕິດພະຍາດໂຄວິດ-19 67,600 ຄົນແລະມີຜູ້ເສຍຊີວິດ 2,716 ຄົນ.