ຫົວໜ້າ ສະມາຄົມການແພດຍີ່ປຸ່ນ ສະແດງຄວາມເປັນຫ່ວງ ກ່ຽວກັບ ການແຂ່ງຂັນໂອລິມປິກ

ຮູບປັ້ນທ່ານປີແອ ເດິ ກູແບກຕິນ (Pierre de Coubertin) (ຊ້າຍ) ຜູ້ກໍ່ຕັ້ງຄະນະກຳມະການກິລາໂອລິມປິກສາກົນ ແລະເຄື່ອງໝາຍກິລາໂອລິມປິກ ທີ່ນະຄອນຫຼວງໂຕກຽວ. (ວັນທີ 20 ເມສາ 2020)

ຫົວໜ້າສະມາຄົມການແພດຍີ່ປຸ່ນ ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ມັນຈະເປັນຄວາມຫຍຸ້ງຍາກສຳລັບປະເທດໃນການຈັດການແຂ່ງຂັນກິລາໂອລິມປິກທີ່ໄດ້ກຳນົດໄວ້ໃນປີໜ້າ ໂດຍປາສະຈາກຢາວັກຊີນກັນໄວຣັສໂຄໂຣນາ ມີພ້ອມໄວ້ໃຊ້.

ທ່ານໂຢຊີທາເກ ໂຢໂກຄູຣາ ກ່າວວ່າ “ຂ້າພະເຈົ້າກໍບໍ່ວ່າ ຍີ່ປຸ່ນຄວນຫຼືບໍ່ຄວນຈັດໂອລິມປິກ ແຕ່ວ່າ ມັນຈະເປັນການຍາກລຳບາກທີ່ຈະເຮັດໄດ້,” ທ່ານກ່າວຕໍ່ໄປອີກວ່າ “ຍົກເວັ້ນເສຍແຕ່ວ່າ ຢາວັກຊີນທີ່ມີປະສິດທິພາບ ແມ່ນໄດ້ຖືກຜະລິດອອກມາ. ຂ້າພະເຈົ້າຄາດໝາຍວ່າ ການຈັດໂອລິມປິກຈະເປັນການຫຍຸ້ງຍາກ.”

ໂຣກລະບາດດັ່ງກ່າວໄດ້ກົດດັນໃຫ້ບັນດາກຸ່ມຈັດງານຍົກເລີກແຜນການຈັດການແຂ່ງຂັນໃນເດືອນກໍລະກົດນີ້ ໂດຍຈະເລື່ອນເວລາຂອງການແຂ່ງຂັນດັ່ງກ່າວ ທີ່ດຶງດູດເອົານັກກິລາຫຼາຍພັນຄົນ ຈາກທົ່ວທຸກມຸມໂລກນັ້ນ ອອກໄປກ່ອນ.

ຫຼາຍໆປະເທດໃນເວລານີ້ ແມ່ນກຳລັງຫາທາງພັດທະນາຢາວັກຊີນອອກມາ ແຕ່ບັນດານັກຊ່ຽວຊານໄດ້ເຕືອນວ່າ ຂັ້ນຕອນການທົດລອງທັງໃນດ້ານຄວາມປອດໄພແລະປະສິດທິພາບຂອງຢາວັກຊີນ ຕໍ່ຜູ້ອາສາສະໝັກທັງຫຼາຍ ບວກກັບການຜະລິດປະລິມານຂອງຢານັ້ນ ອາດໃຊ້ເວລາ 12 ຫາ 18 ເດືອນ.

ການລະບາດຂອງໄວຣັສໂຄໂຣນາ ໄດ້ກະຕຸ້ນໃຫ້ບັນດາເຈົ້າໜ້າທີ່ ອອກຄຳສັ່ງໃຫ້ປະຊາຊົນຫຼາຍລ້ານຄົນຢູ່ພາຍໃນເຮືອນໃນຫຼາຍຮູບແບບ ແລະບອກໃຫ້ພວກທຸລະກິດທີ່ບໍ່ຈຳເປັນທັງຫຼາຍປິດກິດຈະການຂອງພວກເຂົາເຈົ້າໄວ້.

ຜົນກະທົບຂອງການລະບາດ ກໍໄດ້ເພີ້ມຂຶ້ນເລື້ອຍໆ ໃນດ້ານຂອງການຫວ່າງງານ ການຂາດລາຍຮັບຂະໜາດໃຫຍ່ ແລະການຈັດແຈງແກ້ໄຂບັນຫາຂອງລັດຖະບານ ລະຫວ່າງ ຄວາມຈຳເປັນທີ່ຈະຢຸດຢັ້ງການແຜ່ລະບາດໄວຣັສ ກັບຄວາມເປັນຫວ່ງດ້ານເສດຖະກິດ. ບາງສ່ວນກໍໄດ້ຮັບຜ່ານຊຸດກອບກູ້ດ້ານການເງິນ ເພື່ອຊ່ອຍເຫຼືອປະຊາຊົນໂດຍການໃຫ້ເງິນໄປໃຊ້ ແລະເຮັດໃຫ້ທຸລະກິດຕ່າງໆຢູ່ລອດໄດ້.

ທ່ານມາກ ໂລຄັອກ ຫົວໜ້າຝ່າຍມະນຸດສະທຳຂອງອົງການສະຫະປະຊາຊາດ ໄດ້ສະເໜີແນະທຶນມູນຄ່າ 90 ຕື້ໂດລາ ທີ່ເປັນຄວາມພະຍາຍາມຊ່ອຍເຫຼືອໃນການສະໜອງເປັນເງິນເດືອນ ອາຫານ ແລະການຊ່ອຍເຫຼືອດ້ານສາທາລະນະສຸກແກ່ປະຊາຊົນຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດຂອງໂລກ ໃນຊ່ວງເວລາທີ່ບັນດານັກຊ່ຽວຊານ ກ່າວວ່າ ໂຣກລະບາດທີ່ຍັງບໍ່ທັນໄປຮອດຂົງເຂດທີ່ທຸກຍາກທີ່ສຸດຂອງໂລກເທື່ອ.

ທ່ານໂລຄັອກ ໄດ້ກ່າວວ່າ ມີຊາຊົນ 700 ລ້ານຄົນໃນ 30 ຫາ 40 ປະເທດ ທີ່ໄດ້ຮັບການຊ່ອຍເຫຼືອທາງດ້ານມະນຸດສະທຳໃນລະດັບນຶ່ງໄປແລ້ວ ແລະຈະເຫັນລາຍຮັບຫລຸດລົງໃນຂະນະທີ່ມາດຕະການປິດປະເທດຖືກບັງຄັບໃຊ້ ຍ້ອນການຕິດແປດເພີ້ມສູງຂຶ້ນນັບມື້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ