ໂຕ​ເລກ ຜູ້​ເສຍ​ຊີ​ວິດ ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ ຍັງ​ສືບ​ຕໍ່​ເພີ້ມ​ຂຶ້ນ ເວ​ລາ​ນີ້ ມີ 563 ຄົນ

ພວກ​ຜູ້​ເດີນ​ທາງ ຍ່າງ​ຜ່ານ​ລະ​ບົບ​ກວດ​ຫາ​ຜູ້​ເປັນ​ໄຂ້ ທີ່​ພັດ​ທະ​ນາ​ໂດຍ​ບໍ​ລິ​ສັດ​ໄບ​ດູ​ຂອງ​ຈີນ ທີ່​ສະ​ຖາ​ນີ​ລົດ​ໄຟ​ຈິງ​ເຫ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 6 ກຸມ​ພາ ປີ 2020.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ປະ​ກາດ “ສົງ​ຄາມ​ປະ​ຊາ​ຊົນ” ຕໍ່​ຕ້ານ​ການ​ລະ​ບາດຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ຂະ​ນະ​ທີ່​ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ເພີ້ມ​ຂຶ້ນ​ນຳນັບ​ມື້.

ອົງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ໄດ້​ອ້າງ​ຄຳ​ເວົ້າ​ ຂອງ​ທ່ານ​ປະ​ທານ​ປະ​ເທດ​ສີ ທີ່​ກ່າວ​ວ່າ “ທົ່ວ​ທັງ​ປະ​ເທດ​ໄດ້​ຕອບ​ຮັບ​ພ້ອມ​ດ້ວຍ​ທຸກ​ທ່າ​ແຮງເພື່ອ​ຮັບມື​ຢ່າງ​ທົ່ວ​ເຖິງແລະ​ເອົາ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ເລີ້ມ​ເຮັດສົງ​ຄາມ​ປະ​ຊາ​ຊົນ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມໂຣກ​ລະ​ບາດນີ້."

ເຈົ້າ​ໜ້າ​ທີ່​ໃນ​ແຂວງ​ຮູ​ເບ ບ່ອນ​ທີ່​ການ​ລະ​ບາດ​ເລີ້ມ​ຂຶ້ນນັັ້ນ ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຕື່ມ​ອີກ 69 ຄົນ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ເຮັດ​ໃຫ້​ຈຳ​ນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ຍ້ອນ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ເພີ້ມ​ຂຶ້ນ​ເປັນ​ຫຼາຍກວ່າ 630 ຄົນ​ແລ້ວ. ນອກ​ນັ້ນ ພວກ​ເຈົ້າ​ໜ້າ​ທີ່​ຍັງ​ເວົ້າ​ວ່​າ ມີ 2,500 ກໍ​ລະ​ນີ​ໃໝ່ ຊຶ່ງ​ເຮັດ​ໃຫ້​ຜູ້​ຕິດເຊື້ອ​ທັງ​ໝົດ​ເພີ້ມ​ຂຶ້ນ​ເປັນ​ຫຼາຍກວ່າ 30,000 ຄົນ.

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ ຍັງ​ເປັນ​ການ​ໄວ​ເກີນ​ໄປ​ທີ່​ຈະ​ໃຫ້​ການ​ຢືນ​ຢັນ​ໄດ້​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໜ້າ​ທີ່​ຈີນ​ຄົນ​ນຶ່ງ​ທີ່​ເວົ້າ​ວ່າ ການ​ລະ​ບາດ​ໄດ້​ມາ​ຮອດຈຸດ​ສູງ​ສຸດ​ແລ້ວ.

ນອກນັ້ນ ຍັງ​ມີ​ອີກ 150 ກໍ​ລະ​ນີ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຢູ່​ໃນ​ຢ່າງ​ໜ້ອຍ 23 ປະ​ເທດ ຮວມ​ທັງ​ມີ​ຜູ້​ນຶ່ງ​ເສຍ​ຊີ​ວິດ​ຢູ່​ຟີ​ລິບ​ປິນ ຊຶ່ງ​ເປັນ​ກໍ​ລະ​ນີ​ເສຍ​ຊີ​ວິດ​ທຳ​ອິດ ຢູ່ນອກ​ປະ​ເທດ​ຈີນ ແລະ​ອີກ​ຜູ້​ນຶ່ງ​ເສຍ​ຊີ​ວິດ​ຢູ່​ຮົງ​ກົງ.

ທ່ານ​ໝໍ​ຈີນ ຊຶ່ງ​ໄດ້​ເປີດ​ເຜີຍ​ການ​ປິດ​ບັງ ດ້ວຍ​ການ​ເຕືອນ​ໃຫ້​ລະ​ມັດ​ລະ​ວັງ​ກ່ຽວ​ກັບ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ ໄດ້​ເສຍ​ຊີ​ວິດ​ແລ້ວ​ທີ່​ເມືອງວູ​ຮານ. ທ່ານ​ໝໍ​ຫຼີ ເຫວິນ​ຫລຽງ ອາ​ຍຸ 34 ປີ ໄດ້​ຖືກ​ປະ​ກາດວ່າ​ເສຍ​ຊີ​ວິດ ໃນ​ຕອນ​ເຊົ້າ​ວັນສຸກມື້ ນີ້ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ອີງ​ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິມ Global Times ທີ່​ຄວບ​ຄຸມ​ໂດຍ​ພັກ​ຄອມ​ມູ​ນິ​ສ.

ຕຳ​ຫຼວດ​ໄດ້​ກ່າວ​ຫາ​ທ່ານ​ຫຼີ ເຫວິນ​ຫລຽງ ວ່າ “ປ່ອຍ​ຂ່າວ​ລື​ທາງ​ອິນ​ເຕີ​ແນັດ” ແລະ “ໄດ້​ລົບ​ກວນ​ຄວາມ​ເປັນ​ລະ​ບຽບຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ຢ່າງ​ຮ້າຍ​ແຮງ.”

ກໍ​ລະ​ນີ​ການ​ຕິດ​ເຊື້ອ ມາ​ຮອດ​ເວ​ລານີ້ ແມ່ນ​ຮວມ​ທັງ 61 ຄົນຢູ່​ເທິງ​ເຮືອ​ສຳ​ລານໄອ​ອາ​ມັນ ປ​ຣິນ​ແຊັ​ສ (Diamond Princess) ທີ່​ຈອດ​ຢູ່ນອກ​ຝັ່ງ​ຍີ່​ປຸ່ນ. ​ຜູ້​ໂດຍ​ສານຢູ່​ເທິງ​ເຮືອ 3,700 ຄົນ ພ້ອມ​ທັງ​ລູກ​ເຮືອ ໄດ້​ຖືກ​ກັກ​ບໍ​ລິ​ເວນໃຫ້​ຢູ່​ໃນ​ບ່ອນ​ພັກ​ເທິງ​ເຮືອ​ສຳ​ລານເປັນ ​ເວ​ລາ 14 ມື້ ຊຶ່ງ​ເປັນ​ໄລ​ຍະຟັກ​ຕົວຂອງ​ເຊື້ອ​ພະ​ຍ​າດ.

​ຜູ້​ໂດຍ​ສານແລະ​ລູກ​ເຮືອ 3,600 ກວ່າ​ຄົນ ​ໄດ້​ຖືກ​ກັກ​ບໍ​ລິ​ເວນ​ຢູ່​ໃນ​ກຳ​ປັ່ນ​ອີກ​ລຳ​ນຶ່ງ ນອກ​ຝັ່ງ​ຮົງ​ກົງ ຫຼັງ​ຈາກ​ຜູ້​ໂດຍ​ສານ 3 ຄົນ ຈາກ​ເຮືອ​ຖ້ຽວ​ກ່ອນກວດ​ພົບ​ວ່າ ຕິດ​ເຊື້ອໄວ​ຣັ​ສ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ