ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍັງສືບຕໍ່ທຳການໂຈມຕີສະມາຊິກພັກເດໂມແຄຣັດ ກ່ຽວກັບການຟ້ອງຮ້ອງທ່ານ ໃນວັນພະຫັດວານນີ້ ໃນຂະນະທີ່ການປະເຊີນໜ້າຢູ່ໃນສະພາຍັງດຳເນີນຢູ່ຕໍ່ມາ ໃນການດຳເນີນຄະດີຢູ່ທີ່ສະພາສູງນັ້ນ.
ທ່ານທຣຳຂຽນລົງໃນທວີດເຕີ້ວ່າ “ພວກຫົວຮຸນແຮງຊ້າຍທີ່ບໍ່ເຮັດຫຍັງ ຈາກພັກເດໂມແຄຣັດ ກ່າວວ່າ ພວກເຂົາເຈົ້າຢາກສົ່ງທຸກສິ່ງຢ່າງດ້ວຍຄວາມຟ້າວຟັ່ງໄປໃຫ້ສະພາສູງຍ້ອນວ່າ ‘ປະທານາທິບໍດີທຣຳ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ’ (ພວກເຂົາແມ່ນຄົນບໍ່ດີຈະເວົ້າທຸກສິ່ງທຸກຢ່າງ!) ແຕ່ດຽວນີ້ ພວກເຂົາເຈົ້າບໍ່ໄດ້ຟ້າວຟັ່ງອີກຕໍ່ໄປແລ້ວ ພວກເຂົາເຈົ້າຢາກເຮັດແບບຊ້າໆ. ພວກຄົນຂີ້ຕົວະ”
ໃນການລົງຄະແນນສຽງທີ່ເກືອບວ່າເປັນໄປຕາມສາຍພັກນັ້ນ ພັກເດໂມແຄຣັດທີ່ຄວບຄຸມສະພາຕ່ຳ ໄດ້ໃຫ້ການອະນຸມັດ ໃນການຟ້ອງຮ້ອງ 2 ຂໍ້ ຕໍ່ປະທານາທິບໍດີທຣຳ ໃນອາທິດແລ້ວນີ້ ຊຶ່ງເຮັດໃຫ້ທ່ານເປັນປະທານາທິບໍດີຄົນທີ 3 ເທົ່ານັ້ນ ທີ່ໄດ້ຖືກຟ້ອງໃນປະຫວັດສາດ 243 ປີຂອງສະຫະລັດ. ທ່ານໄດ້ຖືກກ່າວຫາວ່າ ໃຊ້ອຳນາດປະທານາທິບໍດີໄປໃນທາງຜິດເພື່ອຜົນປະໂຫຍດທາງດ້ານການເມືອງໃຫ້ແກ່ທ່ານເອງ ແລະຫຼັງຈາກນັ້ນ ກໍຂັດຂວາງຄວາມພະຍາຍາມຂອງລັດຖະສະພາທີ່ຈະສືບສວນເບິ່ງການກະທຳຂອງທ່ານ.
ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ເລື່ອນເວລາ ການສົ່ງສຳນວນຟ້ອງ ໄປໃຫ້ສະພາສູງ ທີ່ຄວບຄຸມໂດຍພັກຣີພັບບລີກັນ ຢ່າງບໍ່ມີກຳນົດ ເພື່ອໃຫ້ການດຳເນີນຄະດີເລີ້ມຂຶ້ນ ຢູ່ສະພາດັ່ງກ່າວ. ທ່ານນາງກ່າວວ່າ ທ່ານນາງຈະບໍ່ດຳເນີນການໃດໆ ຈົນກວ່າທາງສະພາສູງຈະຕົກລົງກ່ຽວກັບກົດລະບຽບທີ່ຄວບຄຸມຂັ້ນຕອນໃນການດຳເນີນຄະດີເສຍກ່ອນ.
ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານມິດຈ໌ ແມັກຄອນແນລ ໄດ້ອ່ອນການຄັດຄ້ານທີ່ແຂງຂັນກ່ອນໜ້ານີ້ຂອງທ່ານລົງ ກ່ຽວກັບການຮຽກຮ້ອງຂອງທ່ານຊັກ ຊູເມີ ຜູ້ນຳພັກເດໂມແຄຣັດໃນສະພາສູງ ທີ່ຢາກຮັບຟັງຄຳໃຫ້ການຈາກພວກເຈົ້າໜ້າທີ່ 4 ທ່ານ ຮວມທັງອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທ່ານຈອນ ໂບລຕັນ ແລະຮັກສາການຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມິກ ມູລວານີໃນລະຫວ່າງການດຳເນີນຄະດີຂອງສະພາສູງ.
ເວລານີ້ ທ່ານແມັກຄອນແນລ ກ່າວວ່າ ສະມາຊິກພັກຣີພັບບລີກັນ ບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ໃນການທີ່ຈະຮຽກຕົວພະຍານມາໃຫ້ການ ໃນການດຳເນີນຄະດີຟ້ອງຮ້ອງທ່ານທຣຳນັ້ນ.
ທ່ານແມັກຄອນແນລ ກ່າວຕໍ່ລາຍງານ Fox & Friends ໃນມື້ວັນຈັນຜ່ານມານີ້ວ່າ “ພວກເຮົາບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ໃນການທີ່ຈະຮຽກຕົວພະຍານ ພວກເຮົາເວົ້າວ່າ ‘ຈົ່ງມາຈັດການກັບຄະດີນີ້ ຄືກັນກັບທີ່ພວກເຮົາໄດ້ເຮັດໄປ ໃນຄະດີອະດີດປະທານາທິບໍດີບິລ ຄລິນຕັນ’ ຄວາມຍຸຕິທຳກໍຄືຄວາມຍຸຕິທຳ.”