ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ຈາກພັກເດໂມແຄຣັດຈະຈັດການໂຕ້ວາທີເທື່ອທີ 5 ທີ່ນະຄອນແອັດແລນຕາ ລັດຈໍເຈຍ ໃນວັນພຸດມື້ນີ້. ບັນດາຜູ້ສະໝັກທັງ 10 ຄົນ ຈະໂຕ້ວາທີກັນ ກ່ຽວກັບການລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນໄດ້ຖືກບົດບັງໂດຍການຮັບຟັງຄຳໃຫ້ການເພື່ອຟ້ອງຮ້ອງທີ່ພົວພັນກັບປະທານາທິບໍດີດໍໂນລ ທຣຳ. ຈິມ ມາໂລນ ນັກຂ່າວວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງໄພສານ ຈະນຳເອົາລະອຽດມາສະເໜີ ທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ຜູ້ສະໝັກ ປະທານາທິບໍດີ ພັກເດໂມແຄຣັດ ກະກຽມ ໂຕ້ວາທີ ທີ່ນະຄອນແອັດແລນຕາ
ມັນຈະເປັນການໂຕ້ວາທີ ທີ່ມີຜູ້ສະໝັກເປັນປະທານາທິບໍດີຈຳນວນຫຼວງຫຼາຍ ຈາກພັກເດໂມແຄຣັດ ເຂົ້າຮ່ວມອີກເທື່ອນຶ່ງ ຢູ່ທີ່ນະຄອນແອັດແລນຕາ ລັດຈໍເຈຍ ຊຶ່ງໃນເທື່ອນີ້ ບັນດາຜູ້ສະໝັກທັງສິບຕ່າງກໍຈະແຂ່ງຂັນກັນເພື່ອໃຫ້ເປັນຈຸດສົນໃຈຂອງພວກຜູ້ຊົມແລະຜູ້ຟັງ.
ຜູ້ສະໝັກທີ່ມີຄະແນນນຳໜ້າສອງຄົນ ອະດີດປະທານາທິບໍດີໂຈ ໄບເດັນແລະ ສະມາຊິກສະພາສູງເອລີຊາແບັດ ວໍເຣັນ ຈາກລັດແມັສຊາຈູແຊັສ ຈະເປັນຈຸດສູນກາງຂອງເວທີ.
ແຕ່ຜູ້ສະໝັກຄົນນຶ່ງ ທີ່ໄດ້ຮັບຄວາມສົນໃຈເປັນພິເສດໃນເວລານີ້ກໍຄື ເຈົ້າຄອງກຳແພງເມືອງເຊົາເບັນ ໃນລັດອິນດຽນນາ ທ່ານພີດ ບຸດຕີເຈັກ.
ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ທ່ານບຸດຕີເຈັກ ແມ່ນມີຄະແນນນຳໜ້າທີ່ສູງຂຶ້ນຢູ່ທີ່ລັດໄອໂອວາຊຶ່ງເປັນລັດທີ່ຈະເລີ້ມການປະຊຸມສະມາຊິກຂອງພັກແລະການລົງຄະແນນສຽງໃນການເລືອກຕັ້ງຂັ້ນຕົ້ນ ໃນເດືອນກຸມພາທີ່ຈະມາເຖິງນີ້. ທ່ານບຸດຕີເຈັກກ່າວກ່ຽວກັບເລື້ອງນີ້ວ່າ:
“ມີຜູ້ໄດ້ຟັງຂ່າວສານຂອງຂ້າພະເຈົ້າຫຼາຍປານໃດ ກໍຍິ່ງຈະເຮັດໃຫ້ພວກເຂົາເຈົ້າໃຫ້ການສະໜັບສະໜຸນຂ້າພະເຈົ້າເພີ້ມຂຶ້ນ ແລະຈະເຮັດໃຫ້ພວກເຮົາຂະຫຍາຍພື້ນຖານຫຼາຍຂຶ້ນຕື່ມອີກ.”
ທ່ານໄບເດັນຍັງສືບຕໍ່ມີຄະແນນນຳໜ້າ ໃນການຢັ່ງຫາງສຽງທົ່ວປະເທດ ແລະຖົກຖຽງວ່າ ທ່ານຈະເປັນຜູ້ສະໝັກທີ່ເຂັ້ມແຂງສຸດຂອງພັກເພື່ອລົງແຂ່ງຂັນກັບ
ປະທານທິບໍດີດໍໂນລ ທຣຳ ໃນປີໜ້າ. ທ່ານໃຫ້ຄວາມເຫັນກ່ຽວກັບເລື້ອງນີ້ວ່າ:
“ຜູ້ໃດກໍຕາມໃນໝູ່ຂອງພວກເຮົາ ຊຶ່ງໃນທີ່ສຸດກໍຈະໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ລົງສະໝັກແຂ່ງຂັນຂອງພັກເດໂມແຄຣັດນັ້ນ ປະທານາທິບໍດີຄົນຕໍ່ໄປ ແມ່ນຈະເປັນຜູ້ສືບທອດ 2 ຢ່າງ ທີ່ແນ່ນອນ ນັ້ນກໍຄືປະເທດຊາດທີ່ມີການແບ່ງແຍກແລະໂລກ ທີ່ມີແຕ່ຄວາມຫຍຸ້ງຍາກສັບສົນ.
ສະມາຊິກສະພາສູງວໍເຣັນ ກໍຍັງສືບຕໍ່ໄດ້ຮັບຄະແນນສຽງເປັນທີສອງຂອງພັກເດໂມແຄຣັດ ແຕ່ກໍໄດ້ພົບເຫັນວ່າທ່ານນາງແມ່ນຢູ່ໃນທ່າຕັ້ງຮັບໃນຕອນຫຼັງໆມານີ້ ກ່ຽວກັບໂຄງການຮັກສາສຸຂະພາບແບບໃໝ່ ຂອງລັດຖະບານ ນັ້ນກໍຄືເມດີແຄສຳລັບທຸກໆຄົນ. ສະມາຊິກສະພາສູງວໍເຣັນ ກ່າວວ່າ:
“ມາ ສະມາຊິກຜູ້ລົງຄະແນນສຽງຂອງພັກ ມາສະໜັບສະໜຸນຂ້າພະເຈົ້າ ແລະຕໍ່ສູ້ຄຽງຂ້າງຂ້າພະເຈົ້າ ຍ້ອນວ່ານີ້ແມ່ນຍຸກສະໄໝຂອງພວກເຮົາທີ່ຈະມີຄວາມຝັນທີ່ໃຫຍ່ໆ ຕໍ່ສູ້ຢ່າງບໍ່ຮູ້ອິດເມື່ອຍ ແລະຈະເອົາຊະນະ!”
ຜູ້ສະໝັກໜ້າໃໝ່ຄົນນຶ່ງຂອງພັກເດໂມແຄຣັດ ຊຶ່ງຈະບໍ່ໄດ້ເຂົ້າຮ່ວມໃນການໂຕ້ວາທີຄັ້ງນີ້ ກໍໄດ້ແກ່ອະດີດຜູ້ປົກຄອງລັດແມັສຊາຈູແຊັສ ທ່ານແພຕຣິກ ເດວາລຊຶ່ງທ່ານໄດ້ປະກາດໃນອາທິດແລ້ວນີ້ ເພື່ອເຂົ້າຮ່ວມການແຂ່ງຂັນ. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:
“ການໂຄສະຫາສຽງນີ້ ຂ້າພະເຈົ້າຄິດວ່າ ແມ່ນເປັນໂອກາດເພື່ອນຳເອົາຜູ້ຄົນໃຫ້ເຂົ້າມາຫາກັນ.”
ເຊັ່ນດຽວກັນ ອະດີດເຈົ້າຄອງນະຄອນນິວຢອກ ມະຫາເສດຖີພັນລ້ານ ໄມເກີລ ບລູມເບີກ ກໍເຂົ້າຮ່ວມໃນການແຂ່ງຂັນ.
ທ່ານເລຣີ ຊາບາໂຕ ນັກວິເຄາະຈາກມະຫາວິທະຍາໄລເວີຈີເນຍ ກ່າວວາ ການເຂົ້າຮ່ວມເພີ້ມຂຶ້ນຂອງຜູ້ສະໝັກພາໃຫ້ມີຄຳຖາມກ່ຽວກັບບັນດາຜູ້ລົງແຂ່ງຂັນທີ່ມີຢູ່ໃນເວລານີ້ ຊຶ່ງທ່ານກ່າວກ່ຽວກັບເລື້ອງນີ້ວ່າ:
“ມັນເປັນທີ່ເຫັນໄດ້ແຈ້ງ ພວກຜູ້ນຳຂອງພັກເດໂມແຄຣັດຫຼາຍໆຄົນມີຄວາມເປັນ ຫ່ວງຫຼາຍ ກ່ຽວກັບພວກຜູ້ສະໝັກທີ່ມີຄະແນນສຽງນຳໜ້າ. ຜູ້ສະໝັກແຕ່ລະຄົນຕ່າງກໍມີບັນຫາ ຄືມີອາຍຸສູງໂພດ ມີອາຍຸນ້ອຍໂພດ ມີປະສົບພະການຫຼາຍໂພດ ມີປະສົບພະການບໍ່ພຽງພໍ ນິຍົມຊ້າຍຫຼາຍໂພດ ນິຍົມຂວາຫຼາຍໂພດ ແມ່ນຫຍັງກໍຕາມທີ່ທ່ານສາມາດຄິດໄດ້.”
ຜູ້ສະໝັກຄົນອື່ນໆອີກ 8 ຄົນກໍຈະເຂົ້າຮ່ວມການໂຕ້ວາທີທີ່ນະຄອນແອັດແລນຕາ ຮວມທັງສະມາຊິກສະພາສູງຈາກລັດເວີມັນທ໌ ທ່ານເບີນີ ແຊນເດີ ສະມາຊິກສະພາສູງຈາກລັດແຄລີຟໍເນຍ ທ່ານນາງຄາມາລາ ແຮຮິສ ສະມາຊິກສະພາສູງຈາກລັດມິນເນໂຊຕາ ທ່ານນາງເອມີ ໂກລບາຊາ ແລະສະມາຊິກສະພາສູງຈາກລັດນິວເຈີຊີ ທ່ານຄໍຣີ ບຸກເກີ.