ຈະຫຼວດລູກນຶ່ງໄດ້ຕົກໃສ່ບໍລິເວນໃກ້ໆສະຖານທູດສະຫະລັດ ໃນເຂດກຣີນໂຊນ ຂອງນະຄອນຫຼວງແບັກແດດ ເຮັດໃຫ້ຍາມທີ່ເປັນຊາວອີຣັກຄົນນຶ່ງເສຍຊີວິດ.
ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບເທື່ອ ໃນການຍິງຈະຫຼວດດັ່ງກ່າວເຂົ້າໄປໃສ່ເຂດ ທີ່ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດຂອງນະຄອນຫຼວງອີຣັກ ຊຶ່ງເປັນບ່ອນຕັ້ງຫ້ອງການ ຂອງລັດຖະບານ ແລະສະຖານທູດຂອງບັນດາປະເທດຕາເວັນຕົກ.
ການຍິງຈະຫຼວດຄັ້ງນີ້ ມີຂຶ້ນໃນຂະນະທີ່ປະຊາຊົນຫຼາຍສິບພັນຄົນ ໂຮມຊຸມນຸມກັນໃນເຂດໃຈກາງນະຄອນຫຼວງແບັກແດດ ເພື່ອປະທ້ວງຕໍ່ຕ້ານລັດຖະບານອີກຄືນນຶ່ງ ຊຶ່ງໄດ້ດຳເນີນມາກວ່ານຶ່ງອາທິດແລ້ວນັ້ນ.
ເຈົ້າໜ້າທີ່ກ່າວວ່າ ມີຢ່າງໜ້ອຍ 2 ຄົນເສຍຊີວິດ ແລະຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບໃນຕອນເຊົ້າວັນພຸດວານນີ້. ພວກທ່ານໝໍກ່າວວ່າ ສ່ວນໃຫຍ່ຂອງພວກທີ່ໄດ້ຮັບບາດເຈັບແມ່ນຢູ່ທີ່ຫົວ ຍ້ອນຖືກກະປອງລະເບີດນ້ຳຕາ ທີ່ເຈົ້າໜ້າທີ່ຕຳຫຼວດຍິງມາ.
ຄະນະກຳມາທິການສິດທິມະນຸດຂອງອີຣັກກ່າວວ່າ ມີຫຼາຍກວ່າ 100 ຄົນແລ້ວໄດ້ເສຍຊີວິດ ແລະຫຼາຍພັນຄົນໄດ້ຮັບບາດເຈັບ ຢູ່ຕາມຫົວເມືອງຕ່າງໆໃນທົ່ວປະເທດ ໃນການເດີນຂະບວນປະທ້ວງຮອບຫຼ້າສຸດ ທີ່ທວງໃຫ້ລັດຖະບານລາອອກ. ເກືອບ 150 ຄົນໄດ້ເສຍຊີວິດ ໃນການເດີນຂະບວນປະທ້ວງ ເມື່ອຕົ້ນເດືອນນີ້.
ພວກນັກຮຽນນັກສຶກສາແລະພວກປະທ້ວງຄົນອື່ນໆ ແມ່ນມີຄວາມໂກດແຄ້ນໃນການກ່າວຫາກ່ຽວກັບການສໍ້ລາດບັງຫຼວງ ການເຕີບໂຕທີ່ຊັກຊ້າຂອງເສດຖະກິດແລະການບໍລິການທີ່ບໍ່ມີຄຸນນະພາບຂອງລັດຖະບານ ທັງໆທີ່ປະເທດອີຣັກອຸດົມສົມບູນໄປດ້ວຍນ້ຳມັນ.
ການເຄື່ອນໄຫວໃນສະພາແຫ່ງຊາດ ເພື່ອຮັບຮອງເອົາກົດໝາຍ ຍົກເລີກສິດພິເສດ ແລະເງິນບຳເໜັດຕ່າງໆສຳລັບນັກການເມືອງອະວຸໂສ ຮວມທັງປະທານາທິບໍດີ ນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີ, ແມ່ນບໍ່ໄດ້ມີຜົນຫຍັງຫຼາຍເພື່ອເຮັດໃຫ້ຜູ້ເດີນຂະບວນສະຫງົບອາລົມລົງ.
ສະຫະລັດ ອົງການສະຫະປະຊາຊາດ ແລະອົງການນິລະໂທດກຳສາກົນຕ່າງກໍພາກັນຮຽກຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມຢັບຢັ້ງ.