ປ. ທ​ຣຳ ໄດ້​ຂູ່​ອີກ​ຄັ້ງ​ນຶ່ງ ທີ່​ຈະ​ສົ່ງ​ພວກ​ນັກ​ລົບ ລັດ​ອິ​ສ​ລາມ ໄປ​ຢູ​ໂຣບ

ພວກ​ຜູ້​ຊາຍ ທີ່​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ອ້າງວ່າ ເປັນ​ນັກ​ລົບ ກຸ່ມ​ລັດ​ອິ​ສ​ລາມ ພວມ​ຖືກ​ຄວບ​ຄຸມ​ຕົວ​ໄປ ທີ່​ເມືອງ​ແມນ​ບິ​ຈ ແຂ​ວງ​ອາ​ເລັບ​ໂປ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 31 ພຶດ​ສະ​ພາ 2016.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຂົ່ມ​ຂູ່​ເທື່ອ​ໃໝ່ ທີ່​ຈະ​ສົ່ງ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ຖືກ​ຈັບ​ໄດ້ ໄປ​ຍັງ​ຢູ​ໂຣບ ຖ້າ​ປະ​ເທດ​ຕ່າງໆ​ໃນ​ທະ​ວີບດັ່ງ​ກ່າວ ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ເອົາ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ​ທີ່​ເປັນ​ຄົນ​ສັນ​ຊາດເຂົາ​ເຈົ້າ.

ທ່ານ​ທ​ຣຳ​ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ທ່ານ​ຈະ​ສືບ​ຕໍ່​ດຳ​ເນີນ​ແຜນ​ການ​ເພື່ອ​ຫຼຸດ​ກຳ​ລັງ​ໃນ​ຊີ​ເຣຍ ໂດຍ​ກ່າ​ວ​ວ່າ ສະ​ຫະ​ລັດ​ໄດ້​ເຮັດ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ໂລກ​ຂອງ​ເຮົາ ໂດຍ​ກຳ​ຈັດ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ປະ​ກາດ​ຕົນ​ເອງວ່າເປັນ​ລັດ​ອິ​ສລາມ ແລະ​ມັນ​ກໍ​ເຖິງ​ເວ​ລາ​ແລ້ວ​ທີ່​ປະ​ເທດ​ອື່ນໆ​ຈະ​ເຮັດ​ໜ້າ​ທີ່​ຂອງ​ຕົນ.

ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິສັນ ທີ່​ທຳ​ນຽບ​ຂາວ ໂດຍ​ກ່າວ​ວ່າ “ພວກ​ເຮົາຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ ຮັບ​ເອົາ​ຊະ​ເລີຍ​ເສິກ​ເຫຼົ່າ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ ແລະ​ໃນ​ຈຸດ​ໃຈ​ຈຸດ​ນຶ່ງ ຂ້າ​ພະ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ເສຍ​ໃຈ ພວກ​ເຈົ້າ​ຈະ​ຮົບ​ເອົາ​ພວກ​ເຂົາ​ຄືນ ຫຼື​ບໍ່​ດັ່ງ​ນັ້ນ ພວກ​ເຮົາ​ກໍ​ຈະ​ປ່ອຍ​ໃຫ້​ພວກ​ເຂົາ​ໄປ​ຊາຍ​ແດນ​ຂອງ​ພວກ​ເຈົ້າ.”

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ທ່ານ​ທ​ຣຳ​ໄດ້ຕ້ອງ​ຕິ​ຢ່າງ​ແຮງ​ຕໍ່​ປະ​ເທດ​ພັນ​ທະ​ມິດ​ໃນ​ຢູ​ໂຣບ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ບັນ​ຫາ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ.

ທ່ານ​ຂຽນ​ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ວ່າ “ສະ​ຫະ​ລັດ​ໄດ້​ຮ້ອງ​ຂໍ​ໃຫ້​ອັງ​ກິດ ຝ​ຣັ່ງ ເຢຍ​ຣະ​ມັນ ແລະ​ປະ​ເທດ​ພັນ​ທະ​ມິດ​ອື່ນໆ​ໃນ​ຢູ​ໂຣບ ໃຫ້​ຮັບ​ເອົາ​ພວກ​ນັກລົບ​ຂອງ​ກຸ່ມ ISIS ຈຳ​ນວນ 800 ກວ່າ​ຄົນ ທີ່​ຖືກ​ຈັບ​ໄດ້​ຢູ່​ໃນ​ຊີ​ເຣຍ ແລະ​ນຳໂຕ​ພວກ​ເຂົາ​ໄປ​ຂຶ້ນ​ສານ. ທາງ​ເລືອກ​ແມ່ນ​ບໍ່​ຄ່ອຍ​ດີ​ປານ​ໃດ ຊຶ່ງ​ພວກ​ເຮົາ​ຈະຖືກ​ບັງ​ຄັບ​ໃຫ້​ປ່ອຍ​ພວກ​ເຂົາ​ໄປ.”

ອີງ​ຕາມ​ການ​ກະ​ປະ​ມານ​ເທື່ອ​ຫຼ້າ​ສຸດ​ຂອງ​ສະ​ຫະ​ລັດ​ແລ້ວ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕຊີ​ເຣຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ແນວ​ໂຮມ ຍັງ​ມີ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ​ຫຼາຍກວ່າ 2,000 ຄົນ ຢູ່​ໃນ​ຄຸກ​ຊົ່ວ​ຄາວ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ພ້ອມ​ກັບ​ພວກ​ນັກ​ລົບ​ລັດ​ອິ​ສ​ລາມ​ອື່ນໆ​ອີກ​ຫຼາຍ​ພັນ​ຄົນ​ຈາກ​ຊີ​ເຣຍຢູ່​ໃນ​ປ​ະ​ເທດອີ​ຣັກ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ